ຄະນະຜູ້ແທນລາວ ຈະເຂົ້າຮ່ວມກອງປະຊຸມອະລິຍະທໍາອາຊີຢູ່ປັກກິ່ງ

ກອງປະຊຸມອະລິຍະທໍາອາຊີ (CDAC) ຈະໄຂຂຶ້ນຢ່າງເປັນທາງການໃນວັນທີ 15 ພຶດສະພາ 2019 ທີ່ນະຄອນ ຫລວງປັກກິ່ງ ສປ ຈີນ, ຄາດວ່າຈະມີບັນດາປະມຸກລັດ, ອົງການຈັດຕັ້ງພາກລັດ-ສາກົນ ແລະ ສື່ມວນຊົນເຂົ້າ ຮ່ວມຫລາຍກວ່າ 2.000 ຄົນຈາກ 47 ປະເທດ ລວມທັງປະເທດກ່ຽວຂ້ອງທົ່ວໂລກ ຂະນະທີ່ ຄະນະຜູ້ແທນລາວຢືນຢັນວ່າຈະເດີນທາງເຂົ້າກອງປະຊຸມດັ່ງກ່າວ.

ທ່ານ ຊຸຍ ຫລິນ ຮອງປະທານກໍາມະການບໍລິຫານ ແລະ ຈັດການງານຂອງ (CDAC)ໄດ້ແຈ້ງຕໍ່ມວນຊົນລະຫວ່າງກອງປະຊຸມຖະແຫລງຂ່າວຂອງການຈັດກອງປະຊຸມປຶກສາຫາລືກ່ຽວກັບອະລິຍະທໍາອາຊີໃນອາທິດຜ່ານມານີ້ວ່າ ສປ ຈີນຈະເປັນເຈົ້າກອງປະຊຸມດັ່ງກ່າວໂດຍມີຈຸດປຶກສາຫາລື ແລະ ແລກປ່ຽນດ້ານອະລິຍະທໍາໃນແຕ່ລະປະເທດທີ່ກ່ຽວຂ້ອງເພື່ອການຢູ່ຮ່ວມກັນ, ແບ່ງປັນປະສົບການກ່ຽວກັບຂະນົບທໍານຽມຮີດຄອງປະເພນີ ແລະ ວັດທະນະທໍາດັ້ງເດີມ, ການສຶກສາ ແລະ ອື່ນໆ ເຊິ່ງຈະເປັນການສ້າງຄວາມເຂົ້າອົກເຂົ້າໃຈ ແລະ ເສີມສົງເວທີແລກປ່ຽນຄວາມຮູ້ຄວາມເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງອະລິຍະທໍາຕ່າງໆ. ລະຫວ່າງດໍາເນີນກອງປະຊຸມຍັງມີ 6 ກອງປະຊຸມຍ່ອຍປິ່ນອອ້ມ ແລະ ມີການຈັດກິດຈະກໍາຫລາຍຢ່າງເຊັ່ນ: ເທສະການບຸນວັດທະນະທໍາອາຊີ, ວາງສະແດງສີນຄ້າ, ການແລກປ່ຽນວັດທະນະທໍາ, ວາງສະແດງຜະລິດຕະພັນວັດທະນະທໍາ-ການທ່ອງທ່ຽວ, ສາຍຮູບເງົາ,ສະແດງສິລະປະວັນນະຄະດີຂອງແຕ່ລະຊາດ ແລະ ອື່ນໆຄາດວ່າຈະມີຜູ້ເຂົ້າຮ່ວມຢ່າງໜ້ອຍ 30 ພັນຄົນ.

ທ່ານ ຊຸຍ ຫລິນຍັງກ່າວວ່າ: ໜຶ່ງແລວໜຶ່ງເສັ້ນທາງບໍ່ພຽງແຕ່ມຸ່ງເນັ້ນໃສ່ການພັດທະນາພື້ນຖານໂຄງລ່າງ ແລະ ຍົກລະດັບການພັດທະນາເສດຖະກິດ-ສັງຄົມເທົ່ານັ້ນ ແຕ່ມັນຍັງຕິດພັນກັບວຽກງານທຸກດ້ານທີ່ກ່ຽວຂ້ອງໂດຍສະເພາະການຮ່ວມມືດ້ານທ່ອງທ່ຽວ,ສິລະປະວັດທະນະທໍາ, ອະນຸລັກ-ປົກປັກຮັກສາມໍລະດົກດັ້ງເດີມທີ່ມີຄຸນຄ່າຂອງຊາດ ແລະ ສາກົນ, ການສຶກສາ ແລະ ອື່ນໆ.

ແນວໃດກໍດີ ເຈົ້າໜ້າທີ່ຈາກ ສປປ ລາວເປີດເຜີຍວ່າກອງປະຊຸມຄັ້ງນີ້ ແມ່ນມີຄວາມໝາຍຄວາມສໍາຄັນບໍ່ໜ້ອຍເພື່ອສືບຕໍ່ເພີ່ມທະວີການຮັດແໜ້ນສາຍພົວພັນການຮ່ວມມື ແລະ ເສີມຂະຫຍາຍຄຸນຄ່າດ້ານວັດທະນະທໍາ ຂະນົບທໍານຽມຮີດຮອງປະເພນີອັນດີງາມ ຄວາມຮູ້, ບົດຮຽນ ແລະ ແລກປ່ຽນປະສົບການເຊິ່ງກັນ ແລະ ກັນລະຫວ່າງອາຊີ ລວມທັງສາກົນ. ສປປ ລາວມີວັດທະນະທໍາ ແລະ ຮີດຄອງປະເພນີອັນດີງາມແຕ່ບູຮານນະການ ໃນນັ້ນມີສະສະຖານທີ່ມໍລະດົກໂລກ 2 ແຫ່ງ, ມີສະຖານທີ່ທທ່ອງທ່ຽວດ້ານປະຫວັດສາດ, ວັດທະນະທໍາ, ທໍາມະຊາດ, ວິຖີດໍາລົງຊີວິດທີ່ເປັນເອກະລັກສະເພາະ ແລະ ອື່ນໆຈະກາຍເປັນທ່າແຮງບໍ່ໜ້ອຍໃນການດຶງດູດນັກທ່ອງທ່ຽວໃນອະນາຄົດ. ນອກນີ້ ເມືອງມໍລະດົກໂລກ ແຂວງຫລວງພະບາງຍັງຢູ່ລຽບຕາມເສັ້ນທາງລົດໄຟລາວ-ຈີນພາຍໃຕ້ໜຶ່ງແລວໜຶ່ງເສັ້ນທາງ ຄາດວ່າຈະສໍາເລັດພາຍໃນປີ 2021 ເຊິ່ງຈະກາຍເປັນຈຸດສົນໃຈໃຫ້ແກ່ການລົງທຶນ, ການຄ້າ, ການທ່ອງທ່ຽວ ແລະ ອື່ນໆ.

ທີ່​ມາ: ຂ່າ​ວ​ສານ​ປະ​ເທດ​ລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...