ທະນາຄານແຫ່ງ ສປປ ລາວ ຍົກລະດັບວຽກງານຊຳລະສະສາງ ໃຫ້ປອດໄພໝັ້ນຄົງ

ທະນາຄານແຫ່ງ ສປປ ລາວ(ທຫລ) ໄດ້ຈັດກອງປະຊຸມວິຊາການຂັ້ນສູງ ກ່ຽວກັບວຽກງານຊຳລະສະສາງ ເປັນຄັ້ງທໍາອິດທີ່ໄດ້ເຊີນຄະນະນໍາ ແລະ ພະນັກງານຈາກຫລາຍກະຊວງທີ່ກ່ຽວຂ້ອງ ເຂົ້າຮ່ວມປຶກສາຫາລື ແລະ ແລກ ປ່ຽນບົດຮຽນນຳກັນ ຊຶ່ງເປັນຫົວຂໍ້ໜຶ່ງທີ່ສຳຄັນນອນໃນ 3 ພາລະບົດບາດຂອງ ທຫລ ໃນໄລຍະໃໝ່ ຄື:

ການຮັກສາສະ ຖຽນລະພາບດ້ານເງິນຕາ.

ຄຸ້ມຄອງສະຖາບັນການເງິນໃຫ້ມີຄວາມໝັ້ນຄົງ

ແລະ ວຽກງານຊຳລະສະສາງ ໃຫ້ມີຄວາມປອດໄພໝັ້ນຄົງ ຊຶ່ງຈັດຂຶ້ນທີ່ນະຄອນຫລວງວຽງຈັນ.

ທ່ານນາງ ວັດທະນາ ດາລາລອຍ ໄດ້ເນັ້ນວ່າ: ວຽກງານຊຳລະສະສາງເປັນພາກລວມຂອງ ສາກົນ ແລະ ພາກພື້ນ, ມາເຖິງປັດຈຸບັນ ມີຫລາຍປະເທດ ໄດ້ນໍາໃຊ້ເຕັກໂນໂລຊີເຂົ້າໃນການຊຳລະສະສາງ, ມີການບໍລິການທາງດ້ານການເງິນແບບໃໝ່ ຕິດພັນກັບການຊຳລະສະສາງ ເຮັດໃຫ້ມີການຂະຫຍາຍຕົວທາງດ້ານເຕັກໂນໂລຊີໄປໄວ ມີຫລາຍຊະນິດ ຫລາຍປະເພດ ແລະ ມີຫລາຍປະເທດ ບໍ່ໄດ້ພົກພາເງິນສົດ ຊຶ່ງມີການຊຳລະຜ່ານລະບົບມືຖື ແລະ ລະບົບບັດ.

ສະນັ້ນ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ສາມາດໄປໄດ້ຢ່າງມີລະບົບລະບຽບ ຫລື ບໍ່ມີຄວາມສ່ຽງ ເໝາະກັບສະພາບຂອງລາວ ເຮັດແນວໃດໃຫ້ການພັດທະນາວຽກງານຊຳລະສະສາງ ທັງເປັນການຊຸກຍູ້ສົ່ງເສີມເສດຖະກິດການເງິນ, ວຽກງານການເງິນ- ການທະນາຄານ ແລະ ບໍ່ເປັນການກົດໜ່ວງວຽກງານອື່ນ, ພວກເຮົາ ມີຄວາມຈໍາເປັນສົມທົບກັບພາກສ່ວນກ່ຽວຂ້ອງ ເຮັດໃຫ້ວຽກງານຊຳລະສະສາງຢູ່ ສປປ ລາວ ໄດ້ຮັບການພັດທະນາທຽບກັບພາກພື້ນ ແລະ ສາກົນ.

ທີ່ມາ: ສຳນັກຂ່າວສານປະເທດລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...