ແຂວງຫົວພັນ ເປີດເທສະການຜ້າໄໝມ້ອນ ເພື່ອສົ່ງເສີມຫັດຖະກຳຕ່ຳຫູກທໍໄໝໃຫ້ຍືນຍົງ

ແຂວງຫົວພັນ ເປີດເທສະການຜ້າໄໝມ້ອນ ຕິດພັນກັບການສະເຫລີມສະຫລອງສວນແກ້ວຫລັກເມືອງ ຄົບຮອບ 11 ປີ ໃນລະຫວ່າງວັນທີ 16-17 ພຶດສະພາ 2019 ແນໃສ່ອະນຸລັກຮັກສາຮີດຄອງປະເພນີອັນດີງາມຂອງຊາດ ກໍຄື ແຂວງຫົວພັນ, ທັງເປັນການເຜີຍແຜ່ວັດທະນະທຳອັນດີງາມຂອງປະຊາຊົນບັນດາເຜົ່າແຂວງຫົວພັນ ໂດຍສະເພາະແມ່ນຫັດຖະກຳຕ່ຳຫູກທໍໄໝ, ການຄົ້ນຄິດລວດລາຍຕ່າງໆລົງຜືນຜ້າແພຂອງເອື້ອຍນ້ອງແມ່ຍິງ ທີ່ມີເອກະລັກສະເພາະຂອງແຕ່ລະເຜົ່າໃນແຂວງຫົວພັນ.

ທ່ານ ພູໂຊນ ທຳມະວິໄຊ ຮອງເຈົ້າແຂວງຫົວພັນ, ປະທານຈັດເທສະການຜ້າໄໝມ້ອນແຂວງຫົວພັນ ໄດ້ກ່າວວ່າ:

ການຈັດເທດສະການຜ້າໄໝມ້ອນແຂວງຫົວພັນຄັ້ງນີ້, ນອກຈາກເປັນການເຜີຍແຜ່ວັດທະນະທຳອັນດີງາມຂອງປະຊາຊົນບັນດາເຜົ່າແຂວງຫົວພັນແລ້ວ, ຍັງເປັນການກະຕຸກຊຸກຍູ້, ສົ່ງເສີມສ້າງໂອກາດໃຫ້ແກ່ບັນດາຫົວໜ່ວຍທຸລະກິດ ຜູ້ຜະລິດຫັດຖະກຳພາຍໃນແຂວງ ໄດ້ນຳເອົາຜະລິດຕະພັນສິນຄ້າຂອງຕົນມາສະແດງ ແລະ ວາງຂາຍ ເພື່ອສ້າງທ່າແຮງໃຫ້ແກ່ການພັດທະນາສິນຄ້າ, ທຸລະກິດຫັດຖະກຳຕຳຫູກທໍໄໝໃຫ້ນັບມື້ດີຂຶ້ນເລື້ອຍໆ, ປະກອບສ່ວນເຂົ້າໃນວຽກງານການທ່ອງທ່ຽວໃຫ້ນັບມື້ແຂງແຮງ ແລະ ເປັນການສ້າງລາຍຮັບໃຫ້ປະຊາຊົນ ເພື່ອຫລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

ທີ່ມາ: ສຳນັກຂ່າວສານປະເທດລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...