Monday, May 19, 2025
Kbank Laos โอน รับ จ่าย

ສປປ ລາວ ຄາດວ່າ ຈໍານວນນັກທ່ອງທ່ຽວຈີນຈະເພີ່ມຂຶ້ນກວ່າປີຜ່ານມາ

ງານສະແດງຜະລິດຕະພັນທ່ອງທ່ຽວ ແລະ ວັດທະນະທໍາອາຊີໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 16 ພຶດສະພາ 2019 ນີ້ທີ່ ນະຄອນຫລວງປັກກິ່ງ ສປ ຈີນໂດຍມີຕົວແທນຈາກ 47 ປະເທດໃນຂົງເຂດອາຊີ ລວມທັງປະເທດກ່ຽວຂ້ອງເຂົ້າຮ່ວມຢ່າງໜາແໜ້ນ.

ໃນໂອກາດເປີດງານດັ່ງກ່າວນີ້, ທ່ານ ບໍ່ແສງຄໍາ ວົງດາລາ ລັດຖະມົນຕີກະຊວງຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວໄດ້ກ່າວວ່າ:

ຄືດັ່ງທີ່ຮູ້ນໍາກັນວຽກງານທ່ອງທ່ຽວແມ່ນໜຶ່ງໃນຂະແໜງເສດຖະກິດທີ່ໄດ້ຮັບການຂະຫຍາຍຕົວເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ວ່ອງໄວໃນຫລາຍປະເທດໂດຍສະເພາະໃນຂົງອາຊີ ແລະ ທົ່ວໂລກ. ລັດຖະບານລາວໄດ້ຖືເອົາວຽກງານດັ່ງກ່າວເປັນໜຶ່ງໃນຫລາຍບຸລິມະສິດສໍາຄັນທີ່ນອນໃນແຜນພັດທະນາເສດຖະກິດ-ສັງຄົມໂດຍສຸມໃສ່ນະໂຍບາຍການທ່ອງທ່ຽວແບບທໍາມະຊາດ, ປະຫວັດສາດ ແລະ ວັດທະນະທໍາເປັນກົກເພື່ອດຶງດູດນັກທ່ອງທ່ຽວຕ່າງປະເທດ ລວມທັງນັກທ່ອງທ່ຽວ ສປຈີນ ເຂົ້າມາຢ້ຽມຢາມ ສປປ ລາວ.

ຕະຫລອດໄລຍະຜ່ານມານັ້ນລັດຖະບານໄດ້ເອົາໃຈໃສ່ ແລະ ເລັ່ງລັດພັດທະນາພື້ນຖານໂຄງລ່າງ ແລະ ສິ່ງອໍານວຍຄວາມສະດວກການທ່ອງທ່ຽວຈາກພາກເໜືອເຖິງພາກໃຕ້ຂອງລາວເພື່ອເຊື່ອມໂຍງກັບບັນດາປະເທດເພື່ອນບ້ານໄກ້ຄຽງ, ໄດ້ພັດທະນາຜະລິດຕະພັນທ່ອງທ່ຽວໂດຍສຸມໃສ່ການທ່ອງທ່ຽວແບບຊຸມຊົນມີສ່ວນຮ່ວມ ເຊິ່ງແນໃສເພື່ອຫລຸດຜ່ອນຄວາມທຸກຍາກຂອງປະຊາຊົນ ແລະ ການພັດທະນາເສດຖະກິດ-ສັງຄົມແບບຍືນຍົງ.

ໃນປີ 2018 ຜ່ານມາ, ລັດຖະບານລາວໄດ້ເປີດປີທ່ອງທ່ຽວລາວເຫັນວ່າໄດ້ຮັບຜົນສໍາເລັດບໍ່ໜ້ອຍ ໃນນັ້ນມີນັກທ່ອງທ່ຽວເຂົ້າມາຢ້ຽມຢາມລາວເຖິງ 4 ລ້ານກວ່າຄົນໃນນັ້ນ ນັກທ່ອງທ່ຽວຈີນເກືອບ 8 ແສນຄົນ, ເພີ່ມຂຶ້ນ 8% ຖ້າປຽບທຽບໃນດຽວກັນຂອງປີ 2017 ແລະ ຄາດວ່າພາຍໃນປີ 2019 ນີ້ຈໍານວນນັກທ່ອງທ່ຽວຈີນຈະເພີ່ນຂຶ້ນຫລາຍກວ່າປີ 2018 ຜ່ານມາ.

ເພື່ອເປັນການສົ່ງເສີມການຮ່ວມມືດ້ານການທ່ອງທ່ຽວລະຫວ່າງ ສປປ ລາວ ແລະ ສປ ຈີນເຫັນວ່າສອງລັດຖະບານໄດ້ຈັດຕັ້ງປະຕິບັດຫລາຍກິດຈະກໍາຮ່ວມກັນທີ່ໜ້າສົນໃຈ ໃນນີ້ໄດ້ຈັດກິດຈະກໍາປີທ່ອງທ່ຽວລາວ-ຈີນ 2019 ພາຍໃຕ້ວາລະປິ່ນອອ້ມຕາມສອງຝ່າຍເຫັນດີເປັນເອກະພາບຮ່ວມກັນຄື: ຈັດສໍາມະນາສົ່ງເສີມການທ່ອງທ່ຽວລາວ-ຈີນ, ວາງສະແດງກ່ຽວກັບວັດທະນະທໍາ, ສິລະປະດົນຕີ ແລະ ອື່ນໆ.

ແນວໃດກໍດີ ທ່ານ ລັດຖະມົນຕີຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວຍັງກ່າວວ່າ: ສປປ ລາວ ແລະ ສປ ຈີນມີຊາຍແດນຕິດຈອດກັນ ໃນນັ້ນມີດ່ານສາກົນ 2 ແຫ່ງ ແລະ 6 ດ່ານປະເພນີ ເຊິ່ງໄດ້ປະກອບສ່ວນສໍາຄັນເອື້ອອໍານວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວ, ຂະນະດຽວກັນນີ້ ພວກເຮົາກໍໄດ້ເປີດສາຍການບິນລະຫວ່າງປະເທດແບບບິນໂດຍກົງຮ່ວມກັນລະຫວ່າງນະຄອນຫລວງວຽງຈັນ ແລະ ເມືອງມໍລະດົກໂລກແຂວງຫລວງພະບາງຫາກວາງໂຈ, ຂຸນໝິງ, ໜານໜິງ, ຊາງໂຈ, ເຊີນຕູ, ຊາງໄຮ ແລະ ອື່ນໆ.

ຍິ່ງກວ່ານັ້ນ ພາຍໃນປີ 2021 ນີ້ ໂຄງການກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງລາວ-ຈີນຈະສໍາເລັດ ແລະ ເປີດໃຫ້ບໍລິການຢ່າງເປັນທາງການ ເຊິ່ງຈະກາຍເປັນສັນຍານອັນດີລະຫວ່າງ ສປປ ລາວ, ຈີນ ແລະ ອາຊຽນໃນການເພີ່ມທະວີການການເຊື່ອມຈອດ ແລະ ສ້າງຄວາມເຂັ້ມແຂງໃນການຮ່ວມມືສອງຝ່າຍສໍາລັບຂະແໜງອຸດສາຫະກໍາທ່ອງທ່ຽວຢ່າງຈະແຈ້ງ.

ທີ່​ມາ: ມິ​ເດຍ​ລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້