Saturday, November 15, 2025
Kbank Laos โอน รับ จ่าย

ສາກົນ ຮຽກຮ້ອງ​ໃຫ້ ສປປ ລາວ ຕ້ອງເພີ່ມການລົງທຶນດ້ານໂພຊະນາການຫຼາຍຂຶ້ນ!

ທີ່ນະຄອນຫລວງ ວຽງຈັນ, ທ່ານ ໂຈເຊ ກຣາຊີອານໂນດາ ຊີນວາ ຜູ້ອໍານວຍການ ໃຫ່ຍ ຂອງອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO) ແລະ ທ່ານ ເດວິດ ບີສລີຍ໌ ຜູ້ອໍານວຍການໂຄງການອາຫານໂລກ (WFP) ພ້ອມ​ດ້ວຍ​ຄະນະ ໄດ້ລົງຢ້ຽມຢາມພື້ນທີ່ໃນຫລາຍເຂດ ຂອງແຂວງອຸດົມໄຊ ຊຶ່ງເປັນເຂດທີ່ມີ ການຮ່ວມມືຂອງໂຄງການ ຄວາມໜັ້ນຄົງທາງດ້ານສະບຽງອາຫານ ແລະ ໂພຊະນາການ.

ພ້ອມທັງຮຽກຮ້ອງໃຫ້ລັດຖະບານລາວ ເພີ່ມການລົງທຶນດ້ານນີ້ ໃຫ້ຫລາຍຂຶ້ນກວ່າເກົ່າ.

ໂຄງການອາຫານໂລກ ໄດ້ເລີ່ມຈັດຕັ້ງປະຕິບັດ ມາແຕ່ປີ 2002 ເຊິ່ງໄດ້ສະໜອງອາຫານ ທີ່ມີໂພຊະນາການ ໃຫ້ແກ່ເດັກນັກຮຽນຈຳນວນ 140.000 ຄົນ, ໃນຈຳນວນ 1.450 ໂຮງຮຽນໃນທົ່ວປະເທດ ເພື່ອຍົກລະດັບການຮຽນຮູ້ ແລະ ສຸຂະພາບ.

ສຳລັບຊຸມຊົນ ແມ່ນໄດ້ຮັບການສະໜັບສະໜູນ ເພື່ອສ້າງຕັ້ງ ແລະ ຄຸ້ມຄອງ ສວນຄົວ ຂອງໂຮງຮຽນ ທີ່ຮັບປະກັນທາງດ້ານພືດຜັກທີ່ສົດໃໝ່, ມີການປູກຜັກສວນຄົວໃນທ້ອງຖິ່ນ ສຳລັບອາຫານ ໂຮງຮຽນ ແລະ ສອນໃຫ້ເດັກນ້ອຍ ເຂົ້າໃຈກ່ຽວກັບໂພຊະນາການ.

ທ່ານ ໂຈເຊ ກຣາຊີອານໂນ ດາຊີນວາ ​ໄດ້ກ່າວວ່າ:

ອົງການ FAO ມີຄວາມມຸ່ງໝັ້ນທີ່ຈະເຮັດວຽກຮ່ວມ ກັບກອງທຶນສາກົນ ສຳລັບການພັດທະນາ ກະສິກຳ (IFAD) ແລະ WFP ລວມທັງລັດຖະບານຂອງ ສປປ ລາວ ແລະ ປະຊາຊົນ ເພື່ອສົ່ງເສີມຄວາມພະຍາຍາມໃນການຍົກລະດັບຄຸນຄ່າທາງໂພຊະນາການ.

ທັງ 3 ອົງການແມ່ນໄດ້ສ້າງຄວາມແຕກຕ່າງໃຫ້ແກ່ວິຖີການວິດຊີດຳລົງ​ ຂອງຄອບຄົວຊາວກະສິກອນ, ພວກເຮົາມຸ່ງໝັ້ນທີ່ຈະສືບຕໍ່ຄວາມຄືບໜ້າດັ່ງກ່າວ ໃຫ້ບັນລຸເປົ້າໝາຍຂອງການລົບລ້າງໄພອຶດຫິວ.

ທ່ານ ເດວິດ ບີສລີຍ໌ ກ່າວວ່າ:

ໂຄງການເຫລົ່ານີ້ແມ່ນກຳລັງຈັດຕັ້ງປະຕິບັດການ ຊ່ວຍເຫລືອທາງດ້ານ ການສົ່ງເສີມຄວາມພະຍາຍາມ ໃນການຍົກລະດັບຄຸນຄ່າ ທາງໂພຊະນາການໃນເຂດຊົນນະບົດ ​ໂດຍ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ WFP, FAO ​ແລະ IFAD ​ຮ່ວມກັບ ລັດຖະບານລາວ ແລະ ຄູ່ຮ່ວມງານອື່ນໆ ກຳລັງເຮັດວຽກຮ່ວມກັນ ເພື່ອຊ່ວຍສ້າງອານາຄົດທີ່ດີຂຶ້ນສຳລັບເດັກນັກຮຽນ, ຊາວກະສິກອນ ແລະ ຄອບຄົວຂອງປະຊາຊົນ​ໃນທົ່ວປະເທດ​ ໂດຍ​ໃຫ້​ເຂົາ​ເຈົ້າສ້າງ ​ລາຍ​ຮັບ​ ຈາກການປູກຝັງ-ລ້ຽງສັດ ​ແລະ ສົ່ງເສີມຊາວນາ ໃນການລ້ຽງປາຢູ່ໃນທົ່ງນາ.

ສປປ ລາວ ແມ່ນມີຄວາມຄືບໜ້າໃນທາງທີ່ດີມາຕະຫລອດ ໄລຍະເວລາ 20 ປີທີ່ຜ່ານມາ ໃນການຫລຸດຜ່ອນ ຄວາມທຸກຍາກ ແລະ ໄພອຶດຫິວ.

ແຕ່ເຖິງຢ່າງໃດກໍຕາມ, ການຂາດສານອາຫານ ແມ່ນຍັງເປັນສິ່ງກີດຂວາງ ຕໍ່ການພັດທະນາປະເທດຊາດ ເພື່ອກ້າວໄປເປັນປະເທດ ທີ່ມີລາຍໄດ້ປານກາງ.

ການຢຸດຢັ້ງການຈະເລີນເຕີບໂຕ ເນື່ອງຈາກການຂາດ​ສານອາຫານ ແມ່ນສົ່ງຜົນກະທົບ ຕໍ່ໜຶ່ງສ່ວນສາມ ຂອງເດັກນ້ອຍ ທີ່ມີອາຍຸຕ່ຳກວ່າ 5 ປີ ​ໂດຍ​ສະ​ເພາະ ໃນເຂດຊົນນະບົດ. ການປັງປຸງການເຂົ້າເຖິງ ອາຫານທີ່ມີປະໂຫຍດ ແລະ ດີຕໍ່ສຸຂະພາບແມ່ນ ມີຄວາມສຳຄັນ ຕໍ່ການປັບປຸງ ທາງດ້ານໂພຊະນາການ.

ໂອກາດດຽວກັນ, ບັນດາຄະນະຜູ້ແທນ ຍັງລົງຢ້ຽມຢາມ ໂຮງຮຽນບ້ານບໍ່, ເມືອງໄຊ ຊຶ່ງເປັນສ່ວນໜຶ່ງ ຂອງໂຄງການ ອາຫານໂຮງຮຽນ ໃນທົ່ວປະເທດ ທີ່ໄດ້ມີການສົ່ງເສີມ ໃຫ້ມີອາຫານ ທີ່ດີຕໍ່ສຸຂະພາບ ສຳລັບເດັກ ນ້ອຍ. ທ່ານ ກຣາຊີອານໂນ ດາ ຊີນວາ ແລະ ທ່ານ ບີສລີຍ໌ ໄດ້ຮ່ວມເປັນສັກຂີພະຍານ ໃນການມອບ-ໂອນ ໂຄງການສະໜອງອາຫານ ໂຮງຮຽນຂອງ WFP ຫລາຍກວ່າ 500 ແຫ່ງໃຫ້ແກ່ລັດຖະບານລາວ.

ທີ່ມາ: ສຳນັກຂ່າວສານປະເທດລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.