ຮ່ວມກັນລະນຶກ ວັນວິລະກຳໂຕນຄຸກ ຢ່າງມະຫັດສະຈັນ ຂອງຜູ້ນຳລາວ ຄົບຮອບ 59 ປີ

ຫ້ອງ​ວ່າ­ການ​ສຳ­ນັກ­ງານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ຈັດ​ເຜີຍ­ແຜ່​ວັນ​ວີ­ລະ​ກຳ​ໂຕນ​ຄຸກ​ຢ່າງ​ມະ­ຫັດ­ສະ­ຈັນ​ຂອງ​ຜູ້­ນຳ​ພັກ ແລະ ແນວ​ລາວ​ສ້າງ​ຊາດ ຄົບ­ຮອບ 59 ປີ (24/5/1960-24/5/2019) ຂຶ້ນ​ວັນ​ທີ 20 ພຶດ­ສະ­ພາ 2019 ທີ່​ສຳ­ນັກ­ງານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ປາ­ຖະ­ກະ­ຖາ​ໂດຍ​ທ່ານ ບົວ​ສີ ຈະ­ເລີນ​ສຸກ ອະ­ດີດ​ຫົວ­ໜ້າ​ຄະ­ນະ​ຮັບ­ຜິດ­ຊອບ​ຫໍ​ພິ​ພິ​ທະ​ພັນ ໄກ­ສອນ ພົມ­ວິ­ຫານ ມີ​ທ່ານ ຖາ­ວອນ ຈັນ­ທະ​ລາ ຮອງ​ເລ­ຂາ​ໜ່ວຍ​ພັກ​ກົມ​ຈັດ​ຕັ້ງ ແລະ ພະ­ນັກ­ງານ​ເຂົ້າ​ຮ່ວມ.

ໂອ­ກາດ​ນີ້ ທ່ານ ບົວ​ສີ ຈະ­ເລີນ​ສຸກ ໄດ້​ຍົກ​ໃຫ້​ເຫັນ​ສະ­ພາບ ແລະ ການ­ເຄື່ອນ­ໄຫວ​ປະ­ຕິ­ວັດ​ຂອງ​ບັນ­ດາ​ທ່ານ​ຜູ້­ນຳ​ພັກ ແລະ ແນວ​ລາວ​ສ້າງ​ຊາດ ໃນ​ໄລ­ຍະ 1957-1959 ໃນ​ການ​ໃຊ້​ໄຫວ​ພິກ ຍຸດ​ທະ​ສາດ ຍຸດ​ໂທ​ບາຍ ກົນ­ລະ­ຍຸດ​ອັນ​ແຫຼມ​ຄົມ ປີ​ຊາ​ສາ­ມາດ ອົງ­ອາດ​ກ້າ­ແກ່ນ ນ້ຳ­ໃຈ​ຮັກ​ຊາດ ຮັກ​ປະ­ຊາ­ຊົນ ແລະ ນ້ຳ­ໃຈ​ເສຍ­ສະ­ຫຼະ​ອັນ​ສູງ​ສົ່ງ ບໍ່​ຍອມ​ຈຳ­ນົນ​ເປັນ​ຂ້ອຍ​ຂ້າ​ມ້າ​ໃຊ້​ກັບ​ຊາດ​ອື່ນ ເຊິ່ງ​ວີ­ລະ​ກຳ​ອັນ​ລ້ຳ​ເລີດ ມະ­ຫັດ­ສະ­ຈັນ​ຂອງ​ບັນ­ດາ​ຜູ້­ນຳ​ໃນ​ການ​ກະ­ກຽມ​ໂຕນ​ອອກ​ຈາກ​ຄຸກ ຕະ­ຫຼອດ​ໄລ­ຍະ​ເວ­ລາ​ຜ່ານ​ໄປ​ເກືອບ 300 ວັນ.

ຜູ້­ນຳ​ເຮົາ​ທີ່­ຢູ່​ໃນ​ຄຸກ​ໄດ້​ຂົນ­ຂວາຍ​ພວກ​ສາ­ລະ­ວັດ​ທະ­ຫານ ທີ່​ເຂົ້າ​ມາ​ເວນ­ຍາມ​ຄຸກ​ໄດ້​ຮັບ​ໝາກ­ຜົນ​ເປັນ​ຢ່າງ​ດີ ການ​ໂຕນ​ຄຸກ​ແບບ​ຮວມ​ໝູ່​ຂອງ​ບັນ­ດາ​ຜູ້­ນຳ​ພັກ ແລະ ແນວ​ລາວ​ສ້າງ​ຊາດ​ຄັ້ງ​ມະ­ຫັດ­ສະ­ຈັນ​ນີ້ ແມ່ນ​ມີ​ຄວາມ​ສ່ຽງ​ສູງ​ທີ່​ສຸດ​ບໍ່​ມີ​ຜູ້​ໃດ​ຈະ​ຄິດ​ວ່າ​ຈະ​ເປັນ​ໄປ​ໄດ້.

ສາ​ເຫດ­ການ​ໂຕນ​ຄຸກ​ຢ່າງ​ມະ­ຫັດ­ສະ­ຈັນ​ຂອງ​ຜູ້­ນຳ ໄປ​ສູ່​ເຂດ​ທີ່​ໝັ້ນ​ການ​ປະ­ຕິ­ວັດ​ຢ່າງ​ປອດ​ໄພ ແມ່ນ​ຍ້ອນ​ການ​ນຳ­ພາ​ສະ­ຫຼາດ​ສ່ອງ​ໃສ ແລະ ປີ​ຊາ​ສາ­ມາດ​ຂອງ​ປະ­ທານ ໄກ­ສອນ ພົມ­ວິ­ຫານ ແລະ ສູນ​ກາງ​ພັກ ການ​ຊີ້​ນຳ​ລະ­ອຽດ​ຕົວ​ຈິງ ບວກ​ກັບ​ນ້ຳ­ໃຈ​ຮັກ​ຊາດ ອັນ​ແຮງ​ກ້າ​ຂອງ​ບັນ­ດາ​ຜູ້­ນຳ​ເຮົາ ທີ່​ມີ​ຄວາມ​ກ້າ­ຫານ​ຕັດ­ສິນ​ໃຈ​ຕໍ່­ສູ້​ຍອມ​ເສຍ­ສະ­ຫຼະ ມີ​ຄວາມ​ປີ​ຊາ​ສາ­ມາດ​ໃນ​ການ​ຂົນ­ຂວາຍ​ສຶກ​ສາ​ອົບ­ຮົມ​ສາ­ລະ­ວັດ​ທະ­ຫານ ເຮັດ​ໃຫ້​ສັດ­ຕູ​ກາຍ­ເປັນ​ມິດ​ສະ­ຫາຍ​ຮ່ວມ​ຕາຍ​ນຳ​ກັນ ຍ້ອນ​ຄວາມ​ຕື່ນ​ຕົວ​ຮັກ​ຊາດ​ຂອງ​ປະ­ຊາ­ຊົນ​ທຸກ​ຊັ້ນ​ຄົນ ນັບ​ທັງ​ພະ­ສົງ​ອົງ​ເຈົ້າ​ນະ­ຄອນ­ຫຼວງ​ວຽງ​ຈັນ ແຂວງ​ວຽງ​ຈັນ ແລະ ທົ່ວ​ປະ­ເທດ.

ໂດຍ​ປຸກ­ລະ­ດົມ​ກອງ​ໜູນ​ກຳ­ລັງ​ປະ­ຕິ­ວັດ​ທີ່​ຫວ່ານ​ລົງ­ທ້ອງ​ຖິ່ນ​ຕ່າງໆ ມີ​ຄວາມ​ຕື່ນ​ຕົວ​ດຳ­ເນີນ​ການ​ຕໍ່­ສູ້​ເລັ່ງ​ທວງ​ໃຫ້​ພວກ​ປະ­ຕິ​ການ​ປ່ອຍ​ຜູ້­ນຳ ເມື່ອ​ຜູ້­ນຳ​ໂຕນ​ຄຸກ​ເຂົາ­ເຈົ້າ​ກໍ​ຮັກ­ສາ​ຄວາມ​ລັບ ປ້ອງ​ກັນ ແລະ ລ້ຽງ​ດູ​ຜູ້­ນຳ ບວກ​ກັບ​ເງື່ອນ­ໄຂ​ສະ­ພາບ​ແວດ​ລ້ອມ​ທີ່​ສຸກ​ງອມ ແລະ ເອື້ອ​ອຳ­ນວຍ​ເຮັດ​ໃຫ້​ເຫດ­ການ​ໃນ​ຄັ້ງ​ນັ້ນ​ສຳ­ເລັດ​ຜົນ.

ທັງ​ນີ້ ກໍ​ເພື່ອ​ເຮັດ​ໃຫ້​ສະ­ມາ­ຊິກ​ພັກ ພະ­ນັກ­ງານ ກໍ​ຄື ປະ­ຊາ­ຊົນ​ບັນ­ດາ­ເຜົ່າ​ໄດ້​ຮັບ​ຮູ້ ເຊື່ອມ​ຊຶມ ແລະ ພ້ອມ​ກັນ​ລະ­ນຶກ​ວັນ​ທີ່​ມີ​ຄວາມ​ໝາຍ ອັນ​ເປັນ​ປະ­ຫວັດ­ສາດ​ໃນ​ເຫດ­ການ​ວັນ​ໂຕນ​ຄຸກ​ຂອງ​ບັນ­ດາ​ຜູ້­ນຳ​ພັກ ແລະ ແນວ​ລາວ​ສ້າງ​ຊາດ ຄົບ­ຮອບ 59 ປີ ໄດ້​ຮ່ຳ­ຮຽນ​ເອົາ​ມູນ­ເຊື້ອ​ວີ­ລະ​ກຳ ນ້ຳ­ໃຈ​ເສຍ­ສະ­ຫຼະ ນ້ຳ­ໃຈ​ຮັກ​ຊາດ​ອັນ​ດູດ­ດື່ມ​ຂອງ​ບັນ­ດາ​ທ່ານ​ຜູ້­ນຳ​ພັກ ແລະ ແນວ​ລາວ​ສ້າງ​ຊາດ ກາຍ­ເປັນ​ເຂັມ​ຊີ້​ທິດ ບົດ­ຮຽນ​ອັນ​ລ້ຳ​ຄ່າ ເພື່ອ​ໝູນ​ໃຊ້​ເຂົ້າ​ໃນ​ວິ­ຊາ​ສະ­ເພາະ​ຂອງ​ຕົນ​ໃຫ້​ກັບ​ຄົນ​ຮຸ່ນ​ຫຼັງ.

ທີ່ມາ: ໜັງສືພິມວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...