Thursday, March 20, 2025

ການນຳເຂົ້າ-ສົ່ງອອກສິນຄ້າຜ່ານດ່ານພາສີສາກົນບໍ່ເຕັນຄຶກຄັກ 4 ເດືອນປະຕິບັດລາຍຮັບໄດ້ແລ້ວ 83 ຕື້ກີບ

ບັນຍາກາດການນໍາເຂົ້າ-ສົ່ງອອກສິນຄ້າປະເພດນໍ້າມັນເຊື້ອໄຟ,ພາຫະນະ, ເຄື່ອງໃຊ້ໄຟຟ້າ, ເຄື່ອງອຸປະໂພກບໍລິໂພກ ແລະອື່ນໆທີ່ຜ່ານດ່ານພາສີສາກົນບໍ່ເຕັນ ແຂວງຫຼວງນໍ້າທາຄຶກຄື້ນກວ່າປີຜ່ານມາໃນ 4 ເດືອນຕົ້ນປີ 2019 (ມັງກອນ-ເມສາ) ສາມາດເກັບລາຍຮັບເຂົ້າງົບປະມານແຫ່ງລັດໄດ້ແລ້ວ 83 ຕື້ກວ່າກີບເທົ່າກັບ 31,44% ຂອງແຜນການປີ, ຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 19,40%, ສ່ວນລາຍຮັບໝົດປີດ່ານພາສີສາກົນບໍ່ເຕັນ ໄດ້ຮັບຕົວເລກມອບໝາຍ 264 ຕື້ກວ່າກີບຄາດຄະນະບັນລຸຕາມແຜນການ ຫຼື ລື່ນແຜນການຮ້ອຍສ່ວນຮ້ອຍ.

ທ່ານ ຄໍາສຸວັນ ວົງສິນນະສອນ ຫົວໜ້າດ່ານພາສີສາກົນບໍ່ເຕັນ ແຂວງຫຼວງນໍ້າທາ ໃຫ້ສຳພາດກັບທີມຂ່າວກະຊວງການເງິນວ່າ: ການຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງດ່ານພາສີສາກົນບໍ່ເຕັນໃນປີຜ່ານມາມີຫຼາຍອັນພົ້ນເດັ່ນໂດຍສະເພາະປະກົດການຫຍໍ້ທໍ້ສາມາດຈັບກຸມຄະດີລະເມີດກົດໝາຍວ່າດ້ວຍພາສີໄດ້ທັງໝົດ 71 ຄະດີ.

ເດັ່ນກວ່າໝູ່ແມ່ນຄະດີການສົ່ງອອກຫີນປາໂກໃດໄປ ສປ ຈີນ 1 ຄະດີ, ຄະດີການຈັບກຸມລົດນຳເຂົ້າບໍ່ຖືກຕ້ອງຜ່ານດ່ານ 23 ຄະດີ, ຄະດີລະເມີດຊັບສິນທາປັນຍາ 1 ຄະດີ, ລົດບັນທຸກ 1 ໂຕນຍີ່ຫໍ້ SOJEN ຈຳນວນ 342 ຄັນ, ຄະດີສັດປ່າຫວງຫ້າມທີ່ໄກ້ສູນພັນຈຳນວນ 2 ຄະດີ, ຄະດີການເຄື່ອນຍ້າຍເງິນເຂົ້າ – ອອກປະເທດໂດຍບໍ່ໄດ້ຮັບອະນຸຍາດຈາກທະນາຄານແຫ່ງ ສປປ ລາວ 3 ຄະດີ, ຄະດີໄມ້ຫວງຫ້າມທີ່ເປັນໄມ້ກິ່ງງ່າ, ເປັນແຜ່ນ ແລະ ເປັນສິ້ນສ່ວນທີ່ບໍ່ສາມາດວັດແທກບໍລິມາດໄດ້ທີ່ລັກລອບຊຸກເຊື່ອງໄປຕາມລົດໂດຍສານ ແລະ ລົດຕ່າງໆ 8 ຄະດີ;

ນອກນັ້ນ 33 ຄະດີແມ່ນຄະດີລະເມີດກົດໝາຍວ່າດ້ວຍພາສີ ແລະ ແລະລະບຽບການທາງພາສີທົ່ວໄປ. ໃນປີ 2019 ດ່ານພາສີສາກົນບໍ່ເຕັນໄດ້ຮັບຕົວເລກແຜນການໃນການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດທັງໝົດ 264 ຕື້ກີບ.

ໃນນັ້ນ, ໄດ້ແບ່ງໃຫ້ບັນດາດ່ານທີ່ຂຶ້ນກັບຄື: ດ່ານພາສີສາກົນບໍ່ເຕັນ 236 ຕື້ກວ່າກີບ; ດ່ານພາສີທ້ອງຖິ່ນປາງໄຮ 24,9 ຕື້ກວ່າກີບ; ດ່ານພາສີທ້ອງຖິ່ນຊຽງກົກ 100 ລ້ານກີບ; ດ່ານພາສີທ້ອງຖິ່ນບ້ານມອມ 2 ຕື້ກີບ; ເຂດເສດຖະກິດພິເສດບໍ່ເຕ່ນແດນງາມ 1 ຕື້ກີບ, ມາຮອດປັດຈຸບັນ (4 ເດືອນ, ນັບແຕ່ເດືອນ 1–4/2019 ) ປີ 2019 ດ່ານພາສີສາກົນບໍ່ເຕັນສາມາດຈັດເກັບລາຍຮັບໄດ້ທັງໝົດ 83 ຕື້ກວ່າກີບທຽບໃສ່ແຜນການປີປະຕິບັດໄດ້ 31,44% ຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 19,40%,

ຊຶ່ງລາຍຮັບສ່ວນໃຫຍ່ແມ່ນໄດ້ຈາກຄ່າຊັກພິເສດຂາອອກ; ການເສຍພາສີ-ອາກອນຂາເຂົ້າປະເພດນໍ້າມັນເຊື້ອໄຟ; ພາຫະນະ; ເຄື່ອງກໍ່ສ້າງ; ເຄື່ອງໃຊ້ໄຟຟ້າ; ເຄື່ອງອຸປະໂພກ-ບໍລິໂພກ; ຄ່າທຳນຽມຄົນເຂົ້າ-ອອກເມືອງ; ຄ່າທຳນຽມພາຫະນະເຂົ້າ-ອອກເມືອງ; ຄ່າທຳນຽມຜ່ານແດນ, ຄ່າທຳນຽມຄັງແຮນໍ້າມັນເຊື້ອໄຟ, ຄ່າປັບໃໝ-ຂາຍເຄື່ອງຮິບ ແລະ ອື່ນໆ.

ທັງນີ້, ກໍ່ຍ້ອນຄະນະພັກຄະນະນໍາທຸກຂັ້ນໄດ້ເອົາໃຈໃສ່ຊີ້ນໍາຢ່າງໃກ້ຊິດຕິດແທບ, ລວມທັງຄະນະດ່ານໄດ້ວາງຫຼາຍມາດຕະການບວກອ້າຍນ້ອງເຈົ້າໜ້າທີ່ພາສີໝົດທຸກຄົນໄດ້ເອົາໃຈໃສ່ດ້ວຍຄວາມຮັບຜິດຊອບ ແລະ ການການນໍາເຂົ້າ-ສົ່ງອອກສິນຄ້າປະເພດນໍ້າມັນເຊື້ອໄຟ, ພາຫະນະ, ເຄື່ອງໃຊ້ໄຟຟ້າ, ເຄື່ອງອຸປະໂພກບໍລິໂພກ ແລະ ອື່ນໆຜ່ານດ່ານສາກົນບໍ່ເຕັນຄຶກຄື້ນກວ່າປີຜ່ານມາສະເລ່ຍຫຼາຍຮ້ອຍຄັນຕໍ່ວັນ.

ທ່ານ ຄໍາສຸວັນ ວົງສິນນະສອນ ຫົວໜ້າດ່ານພາສີສາກົນບໍ່ເຕັນ ກ່າວຕື່ມອີກວ່າ: ເພື່ອເຮັດໃຫ້ບັນລຸຕາມແຜນການທີ່ວາງໄວ້ຈໍານວນ 264 ຕື້ກີບ, ຄະນະດ່ານພາສີສາກົນບໍ່ເຕັນໄດ້ວາງຫຼາຍມາດຕະການໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະຄະນະດ່ານຕ້ອງໄດ້ສືບຕໍ່ໃນການຕິດຕາມ, ກວດກາ-ກວດການໃນການປະຕິບັດໜ້າທີ່ວຽກງານຂອງແຕ່ລະໜ່ວຍງານ ແລະ ບັນດາດ່ານທີ່ຂຶ້ນກັບໃຫ້ມີຄວາມຮັບຜິດຊອບສູງໂດຍຖືເອົາການຄຸ້ມຄອງວຽກວຽກ ແລະຄຸ້ມຄອງຄົນໄປພ້ອມໆກັນ.

ເພີ່ມທະວີການຂຸດຄົ້ນລາຍຮັບໃຫ້ໄດ້ຕາມຕົວເລກແຜນການ, ປະຕິບັດມູນຄ່າແຈ້ງພາສີ, ຂັ້ນຕອນການແຈ້ງພາສີ, ສ້າງຖານຂໍ້ມູນດ້ານລາຄາແຈ້ງພາສີໃຫ້ລະອຽດ, ຊັດເຈນເພື່ອເປັນບ່ອນອີງໃນການກຳນົດມູນຄ່າແຈ້ງພາສີໃຫ້ສອດຄ່ອງກັບຫຼັກການທີ່ໄດ້ກຳນົດໄວ້ໃນຂໍ້ຕົກລົງທົ່ວໄປວ່າດ້ວຍພາສີ ແລະ ການຄ້າຂອງອົງການການຄ້າໂລກວ່າດ້ວຍການກຳນົດມູນຄ່າແຈ້ງພາສີ.

ເພີ່ມທະວີການຄຸ້ມຄອງການຫັກລົບແຜນຍົກເວັ້ນ,ຫຼຸດຜ່ອນ ຫຼື ງົດເກັບພາສີ ແລະ ພັນທະອື່ນໂດຍສະເພາະເຄື່ອງຂອງທີ່ນຳເຂົ້າຕາມນະໂຍບາຍສົ່ງເສີມການລົງທຶນໃຫ້ມີຄວາມສອດຄ່ອງກັບກົດໝາຍວ່າດ້ວຍການສົ່ງເສີມການລົງທຶນຢ່າງເຂັ້ມງວດ;ເອົາໃຈໃສ່ປະສານສົມທົບກັບເຈົ້າໜ້າທີ່ກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນເພື່ອເປັນທ່າແຮງຮັບປະກັນໃຫ້ແກ່ການເຄື່ອນ ໄຫວວຽກງານວິຊາສະເພາະໃຫ້ມີຄວາມຖືກຕ້ອງ ແລະ ສອດຄ່ອງທາງດ້ານລະບຽບການ ແລະ ກົດໝາຍ.

ເອົາໃຈ ໃສ່ໂຄສະນາເຜີຍແຜ່ແນະນຳທາງດ້ານລະບຽບການ, ກົດໝາຍ ແລະ ນິຕິກຳລຸ່ມກົດໝາຍໃຫ້ແກ່ບຸກຄົນ, ນິຕິບຸກຄົນ ແລະ ຜູ້ປະກອບການນຳເຂົ້າ-ສົ່ງອອກສິນຄ້າ, ການຂົນສົ່ງສິນຄ້າຜ່ານແດນສາກົນ ແລະ ການເຄື່ອນຍ້າຍສິນຄ້າ, ເຄື່ອງຂອງຜ່ານດ່ານພາສີຊາຍແດນແນໃສ່ເພື່ອສ້າງຈິດສຳນຶກ ໃຫ້ແກ່ຜູ້ມາໃຊ້ບໍລິການມີສ່ວນຮ່ວມໃນການປະຕິບັດພັນທະຂອງຕົນເຂົ້າງົບປະມານຂອງລັດ.

ເອົາໃຈໃສ່ຄຸ້ມຄອງດຕິດຕາມ ແລະ ປະສານສົມທົບກັບເຈົ້າໜ້າທີ່ພາສີປາຍ ທາງໃນການເຄື່ອນຍ້າຍສິນຄ້າ, ເຄື່ອງຂອງຜ່ານແດນສາກົນ, ສິນຄ້າຍົກເວັ້ນພາສີ – ອາກອນຕາມນະໂຍບາຍສົ່ງເສີມການລົງທຶນ, ພ້ອມທັງຊອກຫາຂໍ້ມູນແຫຼ່ງຂ່າວຕ່າງໆທີ່ເຫັນວ່າມີຄວາມສ່ຽງຕໍ່ການລັກລອບຈຳໜ່າຍພາຍໃນ;ຕິດ ຕາມກວດກາຄືນ ໃນການເລັ່ງທວງການຊໍາລະສະສາງການນຳເຂົ້າສິນຄ້າຄໍ້າປະກັນຕາມລະບອບໃບແຈ້ງພາສີ IM8 ເພື່ອໃຫ້ມາລົບລ້າງທັນຕາມກຳນົດເວລາທີ່ກົດໝານວ່າດ້ວຍພາສີໄດ້ກຳນົດໄວ້, ເພື່ອຮັບປະກັນໃຫ້ແກ່ການຈັດເກັບລາຍຮັບເຂົ້າງົບປະມານສົກປີ 2019 ໃຫ້ໄດ້ຕາມແຜນການທີ່ໄດ້ກຳນົດໄວ້; ເອົາໃຈໃສ່ສະສາງ ແລະ ດຳເນີນຄະດີທີ່ຍັງຄ້າງຄາໃຫ້ທັນກັບການຈັດເກັບລາຍຮັບເຂົ້າງົບປະມານສົກປີ 2019 ໃຫ້ໄດ້ຕາມແຜນການແຫ່ງລັດໃຫ້ທັນສົກປີ 2019.

ເອົາໃຈໃສ່ສະຫຼຸບຕີລາຄາປະເມີນຜົນ ສະພາບການເຄື່ອນໄຫວວຽກງານຕ່າງໆໃນແຕ່ລະໄລຍະ ເພື່ອລາຍງານໃຫ້ຂັ້ນເທິງຮັບຊາບຢ່າງເປັນປົກກະຕິທັນຕາມກຳນົດເວລາ ແລະ ຖືກຕ້ອງສອດຄ່ອງຕາມລະບຽບ, ກົດໝາຍ ແລະ ສະພາບຄວາມເປັນຈິງ.

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.