ພາກລັດ ຍົກ​ລະ​ດັບຄວາມ​ຮູ້​ດ້ານວິຊາຊີບ ໃຫ້ແມ່ຍິງລາວ

ສູນອົບຮົມແມ່ຍິງລາວ ໄດ້ຈັດຊຸດຝຶກອົບຮົມວິຊາຊີບການປຸງແຕ່ງອາຫານ, ຕັດຫຍິບ ແລະ ເສີມສວຍ​ໃຫ້ສຳລັບແມ່ຍິງ ຜູ້ດ້ອຍໂອກາດ ຈຳນວນ 50 ຄົນ ໃນຂອບເຂດທົ່ວປະເທດ ແຕ່ວັນທີ 22 ພຶດສະພາ ຫາ 15 ສິງຫາ 2019 ​ເພື່ອໃສ່ສົ່ງເສີມ ການມີວຽກເຮັດ ງານທຳ ໃຫ້ແມ່ຍິງລາວ, ​ເຊິ່ງໄດ້ຮັບ ການສະໜັບສະໜູນ ຈາກກະຊວງ ສະເໝີພາບບົດບາດຍິງ-ຊາຍ ແລະ ຄອບຄົວ ສ.ເກົາຫລີ.

ທ່ານ ນາງ ສິລິກິດ ບຸບຜາ ຮອງປະທານ ຄະນະບໍລິຫານງານ ສູນກາງ ສະຫະພັນແມ່ຍິງລາວ ກ່າວໃນງານ ເປີດຊຸດຝຶກອົບ ຮົມຄັ້ງນີ້ວ່າ:

ຊຸດຝຶກອົບຮົມໃນຄັ້ງນີ້, ​ແມ່ນສ້າງຄວາມສາມາດ​ ດ້ານ​ວິຊາ​ຊີບ ໃຫ້​​​ເອື້ອຍ​ນ້ອງ​ແມ່ຍິງ ​ເພື່ອ​ຊ່ວຍ​​ໃຫ້​ແມ່ຍິງ​ລາວ ມີ​ອາຊີບ​ທີ່ໝັ້ນຄົງ, ສາມາດສ້າງ​ລາຍ​ຮັບໃຫ້​​ຕົນ​ເອງ ແລະ ຄອບຄົວ, ​​ເຮັດໃຫ້​ມີ​ຊີວິດການ​ເປັນ​ຢູ່ດີ​ຂຶ້ນ ທັງ​ເປັນ​ການ​ຍົກ​ລະ​ດັບ​ດ້ານ​ສີມື​ແຮງ​ງານ​ ໃຫ້​ໄດ້​ຮັບ​ການ​ພັດທະນາ, ມີ​ຄວາມ​ສາມາດ​ສົ່ງ​ລູກ​ຫລານ​ເຂົ້າຮຽນ, ປະກອບສ່ວນ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ.

ນອກ​ຈາກ​ສ້າງ​ອາຊີບ​ທີ່ໝັ້ນຄົງ​​ ໃຫ້​ເອື້ອຍ​ນ້ອງແມ່ຍິງ​​ແລ້ວ ຍັງ​ຊ່ວຍ​​ໃຫ້​​ແມ່ຍິງ​ ບໍ່​ຖືກ​ຕົວະ​ຍົວະຫລອກ​ລວງ ຈາກ​ກຸ່ມ​ຄົນ​ທີ່​ບໍ່​ຫວັງ​ດີ ​ເປັນ​ຕົ້ນ​ແມ່ນ​ການ​ເຄື່ອນ​ຍາຍ​ແຮງ​ງານ ຫລື ການ​ຄ້າ​ມະນຸດ ​ແລະ ອື່ນໆ.

ການ​ຝຶກ​ອົບຮົມ​ໃນ​ຄັ້ງ​ນີ້, ປະກອບ​ມີ 3 ຂະ​ແໜງວິຊາ​ຊີບ ຄື:

ວິຊາ​ຊີບ ​ການ​ປຸງ​ ແຕ່ງອາຫານ, ການ​ຕັດຫຍິບ ​ແລະ ​ເສີມ​ສວຍ, ​ເຊິ່ງ​ແຕ່​ລະ​ຂະ​ແໜງມີ​ບາງ​ວິຊາ​ ທີ່​ຈະ​ຕ້ອງ​ໄດ້​ຮຽນຮ່ວມ​ກັນ, ສ່ວນ​ວິຊາ​ສະ​ເພາະ ​ແມ່ນ​ຈະ​ໄດ້ລົ​ງ​ເລີກໄປ​ຕາມ​ແຕ່ລະ​ຂະ​ແໜງຂອງ​ຕົນ​ ເຊັ່ນ​: ວິຊາ​ປຸງ​ແຕ່ງອາຫານ ​ແມ່ນ​ຈະ​ໄດ້​ລົງ​ຝຶກ​ງານ​ຕົວ​ຈິງ ຢູ່​ບັນດາ​ໂຮງ​ແຮມ​ຕ່າງໆ, ວິຊາ​ຕັດ​ຫຍິບຈະ​ໄດ້​ລົງຝຶກ​ງານ​ຕາມ​ຮ້ານ​ ຕັດຫຍິບ​ຕ່າງໆ ​ແລະ ສຳລັບ​ວິຊາ​ເສີມ​ສວຍຈະ​ໄດ້​ລົງ​ຝຶກ​ງານຕາມ​ບ້ານ ​ແລະ ​ໂຮງຮຽນ.

ທີ່ມາ: ສຳນັກຂ່າວສານປະເທດລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...