Friday, April 19, 2024
Lenovo

ຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນ ພຶດສະພາ 2019

ກອງປະຊຸມ ລັດຖະບານ ສະໄໝສາມັນ ປະຈໍາເດືອນພຶດສະພາ 2019 ໄດ້ໄຂຂຶ້ນ ຢ່າງເປັນທາງການ ໃນວັນທີ 22 ແລະ ປິດລົງໃນວັນທີ 23 ພຶດສະພາ ທີ່ສໍານັກງານ ນາຍົກລັດຖະມົນຕີ, ພາຍໃຕ້ ການເປັນ ປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາ ທ່ານຮອງນາຍົກ ລັດຖະມົນຕີ ແລະ ສະມາຊິກ ລັດຖະບານ ພ້ອມດ້ວຍແຂກທີ່ຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມລັດຖະບານສະໄໝສາມັນ ຄັ້ງນີ້ ໄດ້ພ້ອມກັນສຸມໃສ່ປຶກສາຫາລື, ປະກອບຄໍາຄິດຄໍາເຫັນ ແລະ ພິຈາລະ ນາຮັບຮອງເອົາ 07 ບົດລາຍງານ ເພື່ອຈະນໍາສະເໜີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ 8 ດັ່ງນີ້:

ບົດລາຍງານ, ການຟື້ນຟູ ແລະ ປູກໄມ້ ເພື່ອບັນລຸຄາດໝາຍເນື້ອທີ່ປ່າປົກຫຸ້ມ ໃນປີ 2020.
ບົດລາຍງານກ່ຽວກັບ ການພັດທະນາຊັບພະຍາກອນມະນຸດ ທີ່ຕິດພັນກັບການພັດທະນາເສດຖະກິດ-ສັງຄົມ.

ບົດລາຍງານກ່ຽວກັບ ການສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດຄໍາສັ່ງເລກທີ 02/ນຍ ວ່າດ້ວຍການປັບປຸງບັນດາລະບຽບການ ແລະ ກົນໄກການປະສານງານ ໃນການດໍາເນີນທຸລະກິດຢູ່ ສປປ ລາວ.

ບົດລາຍງານກ່ຽວກັບ ການຈັດຕັ້ງປະຕິບັດ ປີທ່ອງທ່ຽວ ລາວ-ຈີນ 5 ເດືອນຕົ້ນປີ ແລະ ວຽກງານຈຸດສຸມປີທ່ອງທ່ຽວ ລາວ-ຈີນ ປີ 2019.

ບົດລາຍງານກ່ຽວກັບ ການຄຸ້ມຄອງ, ການອອກໃບຕາດິນຊ້ຳຊ້ອນ ໃນໄລຍະຜ່ານມາ
ແລະ ມາດຕະການແກ້ໄຂໃນຕໍ່ໜ້າ.

ບົດລາຍງານການປັບປຸງຮ່າງລັດຖະບັນຍັດ 003/ປປທ ວ່າດ້ວຍຄ່າທໍານຽມ ແລະ ຄ່າບໍລິການ.
ບົດລາຍງານກ່ຽວກັບບັນຊີລາຍການໄມ້ ແລະ ຜະລິດຕະພັນໄມ້ເພື່ອສົ່ງອອກ.

ກອງປະຊຸມໄດ້ປຶກສາຫາລືດ້ວຍຄວາມຮັບຜິດຊອບສູງ ມີການວິເຄາະ, ວິໄຈ ຍົກໃຫ້ເຫັນບັນຫາ, ສາເຫດ ແລະ ມີມາຕະການແກ້ໄຂ ໃນຕໍ່ໜ້າ ແລະ ເຫັນດີດ້ານຫຼັກການ ຮັບຮອງເອົາ 7 ບົດລາຍງານດັ່ງກ່າວ, ພ້ອມທັງ ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວນໍາໄປປັບປຸງຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານ ເພື່ອເຮັດໃຫ້ມີເນື້ອໃນຮັດກຸມ, ເລິກເຊິ່ງ ແລະ ແທດຕົວຈິງ ກ່ອນຈະນໍາສະເໜີຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ 8.

ສຳລັບວຽກງານໃນໜຶ່ງເດືອນຜ່ານມາ, ລັດຖະບານ ໄດ້ສຸມໃສ່ຈັດຕັ້ງປະຕິບັດວຽກງານຈຸດສຸມທີ່ສໍາຄັນ ຈຳນວນໜຶ່ງ ເຊິ່ງສາມາດສັງລວມໄດ້ ດັ່ງນີ້:

ໄດ້ຕິດຕາມ ແລະ ແກ້ໄຂບັນດາປະກົດການຫຍໍ້ທໍ້ຂອງສັງຄົມ ເຊັ່ນ: ອຸປະຕິເຫດຕາມທ້ອງຖະໜົນ, ຢາເສບຕິດ, ຂີ້ລັກງັດແງະ ແລະ ອື່ນໆ.

ໄດ້ກະກຽມ ແລະ ເຂົ້າຮ່ວມກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ຢ່າງຕັ້ງໜ້າ;

ສໍາເລັດກະກຽມໃຫ້ສະຫາຍເລຂາທິການໃຫຍ່, ປະທານປະເທດໄປເຂົ້າຮ່ວມກອງປະຊຸມ 1 ແລວ 1 ເສັ້ນ ທາງ ແລະ ຢ້ຽມຢາມລັດຖະກິດ ຢູ່ ສປ ຈີນ.

ໄດ້ເອົາໃຈໃສ່ປະຕິບັດວຽກງານຈຸດສຸມທາງດ້ານເສດຖະກິດ-ສັງຄົມ, ການປົກຄອງ, ນິຕິກໍາ, ຕ່າງປະເທດ ແລະ ອື່ນໆ.

ໄດ້ຮັບ, ຄົ້ນຄວ້າ ແລະ ປະສານງານ ເພື່ອແກ້ໄຂການສະເໜີຂອງປະຊາຊົນ ຜ່ານສາຍດ່ວນ 1516 ແລະ ສື່ສັງຄົມອອນລາຍ ລວມທັງໝົດ 19 ບັນຫາ ແລະ 29 ຄໍາສະເໜີ.

ໄດ້ພິຈາລະນາ, ຕົກລົງ ຫຼື ໃຫ້ທິດຊີ້ນໍາຕໍ່ຫຼາຍບັນຫາທີ່ສໍາຄັນທາງດ້ານເສດຖະກິດ-ສັງຄົມ ຜ່ານກົນໄກກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ລວມທັງໝົດ 11 ຫົວຂໍ້. ພ້ອມທັງໄດ້ພິຈາລະນາ ແລະ ອອກນິຕິກໍາລຸ່ມກົດໝາຍ ເຊິ່ງລວມມີດໍາລັດ, ຂໍ້ຕົກລົງ ແລະ ແຈ້ງການລວມທັງໝົດ 210 ສະບັບ.

ຄຽງຄູ່ກັບການປະຕິບັດວຽກຈຸດສຸມ ທີ່ຜ່ານມານັ້ນ, ພວກເຮົາກໍ່ມີຫຼາຍວຽກທີ່ຍັງຄົງຄ້າງ ແລະ ຈະຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດໄປເດືອນຕໍ່ໄປໃຫ້ມີປະສິດທິຜົນກວ່າເກົ່າ ເປັນຕົ້ນ ແມ່ນການເກັບລາຍຮັບ ແລະ ປະຕິບັດລາຍ ຈ່າຍງົບປະມານ, ການແກ້ໄຂປະກົດການຫຍໍ້ທໍ້ທາງສັງຄົມ ແລະ ຄຳສະເໜີຂອງປະຊາຊົນຍັງຊັກຊ້າ ແລະ ອື່ນໆ…

III. ສໍາລັບວຽກງານຈຸດສຸມ ໃນເດືອນ ມິຖຸນາ 2019 ນີ້, ລັດຖະບານ ຈະສຸມໃສ່ປະຕິບັດວຽກຈຸດສຸມຕົ້ນຕໍຈໍານວນໜຶ່ງ ດັ່ງນີ້:

1.1. ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ:

  • ສືບຕໍ່ເພີ່ມທະວີຄວາມເອົາໃຈໃສ່ຕໍ່ວຽກງານ ຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ໂດຍເອົາໃຈໃສ່ການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆທີ່ຍັງເກີດຂຶ້ນຢ່າງຕໍ່ເນື່ອງ ເປັນຕົ້ນແມ່ນອຸປະຕິເຫດຕາມທ້ອງຖະໜົນ, ການຂີ້ລັກງັດແງະ, ປຸ້ນຈີ້ຊິງຊັບ, ການຄ້າຂາຍ ແລະ ເສບຢາເສບຕິດ, ການມົ້ວສຸມຂີ່ລົດກວນເມືອງ, ອັກຄີໄພ, ການບິດເບືອນຄວາມຈິງຂອງສື່ອອນລາຍ ແລະ ອື່ນໆ.

1.2. ຂົງເຂດເສດຖະກິດ:

  • ຄົ້ນຄວ້າ-ຜັນຂະຫຍາຍຈິດໃຈຊີ້ນຳຂອງກອງປະຊຸມຄົບຄະນະ ຂອງຄະນະບໍລິຫານງານ ສູນກາງພັກຄັ້ງທີ 8 ສະໄໝທີ 10 ໃຫ້ເປັນແຜນການຈຸດສຸມ ຂອງແຕ່ລະຂະແໜງການ, ໂດຍສະເພາະແມ່ນ: ວຽກງານການພັດທະນາຊົນນະບົດ; ການແບ່ງຂັ້ນຄຸ້ມຄອງ; ການແກ້ໄຂບັນຫາຂອດຂັ້ນກ່ຽວກັບການລົງທຶນ; ການແກ້ໄຂບັນຫາຄັງສໍາຮອງເງິນຕາ; ການປັບປຸງລັດວິສາຫະກິດໄຟຟ້າລາວ; ການປັບປຸງລັດວິສາຫະກິດການບິນລາວ; ການຊຸກຍູ້ສົ່ງເສີມວິສາຫະກິດຂະໜາດກາງ ແລະ ຂະ ໜາດນ້ອຍ ແລະ ການສ້າງຖານລາຍຮັບໃໝ່; ການອອກໃບຕາດິນ; ແລະ ການກວດຄືນການແກ້ໄຂຄະດີຕາມຂະບວນຍຸຕິທໍາ.
  • ຄົ້ນຄວ້າ ແລະ ຜັນຂະຫຍາຍຜົນການເຄື່ອນໄຫວຢ້ຽມຢາມລັດຖະກິດ ຂອງ ສະຫາຍເລຂາທິການໃຫຍ່, ປະທານປະເທດ ທີ່ ສປ. ຈີນ ໃນທ້າຍເດືອນ ຜ່ານມາ ເຊິ່ງໃນໂອກາດດັ່ງກ່າວ ການນຳຂັ້ນສູງຂອງສອງປະເທດ ໄດ້ຕົກລົງກັນຫລາຍບັນຫາ ເປັນຕົ້ນແມ່ນ: ແຜນແມ່ບົດການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ; ຂອບການຮ່ວມມືພັດທະນາຕາມແລວທາງເສດຖະກິດລາວ-ຈີນ (2019-2030);
  • ການເພີ່ມທະວີການຮ່ວມມືທາງດ້ານການຄ້າ ແລະ ການຜະລິດກະສິກຳ ເພື່ອສົ່ງອອກໄປ ສປ ຈີນ;

ການຮ່ວມມືດ້ານວັດທະນະທຳ ແລະ ທ່ອງທ່ຽວ

  • ການຮ່ວມມືເສດຖະກິດເຕັກນິກ-ສະໜອງເງິນຊ່ວຍເຫລືອລ້າປະຈຳປີ 2019ແລະ ເອກະສານອື່ນໆ.
  • ຊຸກຍູ້ ແລະ ລົງຊ່ວຍເຫຼືອປະຊາຊົນໃນການຜະລິດລະດູຝົນທີ່ຈະມາເຖິງໃຫ້ທ່ວງທັນຕາມລະດູການ ແລະ ໄດ້ຕາມແຜນການຜະລິດ;
  • ປັບປຸງບັນຊີໄມ້ ແລະ ຜະລິດຕະພັນໄມ້ ທີ່ເຫັນສົມຄວນສົ່ງອອກ ຄຽງຄູ່ກັບການຊຸກຍູ້ການປຸງແຕ່ງຜະລິດຕະພັນໄມ້ ເພື່ອປົດລ໊ອກທຸລະກິດໄມ້ໃຫ້ສາມາດເຄື່ອນໄຫວມີປະສິດທິຜົນທາງດ້ານເສດຖະກິດຫລາຍຂຶ້ນ ແລະ ສ້າງແຫຼ່ງລາຍຮັບເຂົ້າງົບປະມານ ແຕ່ບົນພື້ນຖານກົດໝາຍ ແລະ ລະບຽບການທີ່ລັດຖະບານໄດ້ກໍານົດອອກ;
  • ສືບຕໍ່ຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍປ່າໄມ້ ແລະ ຄໍາສັ່ງ 15/ນຍ ຢ່າງເຂັ້ມງວດ ແລະ ມີປະສິດທິຜົນຢ່າງແທ້ຈິງ.

1.3. ຂົງເຂດວັດທະນະທໍາ-ສັງຄົມ ແລະ ສິ່ງແວດລ້ອມ:

  • ສືບຕໍ່ສ້າງຈິດສໍານຶກຂອງທົ່ວປວງຊົນ ເພື່ອຍູ້ແຮງຂະບວນການປູກຕົ້ນໄມ້ ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ (ວັນທີ 1 ມິຖຸນາ) ໃຫ້ເປັນຂະບວນຟົດຟື້ນ, ແຂງແຮງ, ມີຄຸນນະພາບ ແລະ ມີປະສິດທິຜົນ. ສົ່ງເສີມການປູກຕົ້ນໄມ້-ປູກປ່າຂອງທົ່ວພັກ-ທົ່ວລັດ ແລະ ທົ່ວປວງຊົນຕິດພັນກັບການຄຸ້ມຄອງ ແລະ ປົກປັກຮັກສາໄມ້ທໍາມະຊາດ ແລະ ໄມ້ປູກ ໃຫ້ຍືນຍົງ ແລະ ແຜ່ຂະຫຍາຍຢ່າງມີຄຸນນະພາບ;
  • ສືບຕໍ່ຕິດຕາມ ກວດກາການນໍາເຂົ້າສິນຄ້າອຸປະໂພກ ແລະ ບໍລິໂພກ ອາຫານທະເລ ທີ່ນໍາເຂົ້າມາຈາກປະເທດໃກ້ຄຽງ ຢູ່ດ່ານຕ່າງໆ ເພື່ອສະກັດກັ້ນການນໍາເຂົ້າສິນຄ້າທີ່ມີສານປົນເປື້ອນ ແລະ ສານຕົກຄ້າງ. ພ້ອມກັນນີ້ ກໍ່ໃຫ້ລົງກວດກາດ້ານສຸຂານາໄມສັດຢູ່ໂຮງງານຂ້າສັດ ຕ່າງໆໃນຂອບເຂດທົ່ວປະເທດ.
  • ສືບຕໍ່ກວດກາຄຸ້ມຄອງລາຄາສິນຄ້າ ແລະ ການບໍລິການໃຫ້ມີຄວາມເໝາະສົມ ແລະ ບໍ່ກະທົບຕໍ່ການດໍາລົງຊີວິດຂອງປະຊາຊົນ;
  • ເອົາໃຈໃສ່ແກ້ໄຂການອໍານວຍຄວາມສະດວກ, ຄວາມປອດໄພ ແລະ ປັບປຸງພື້ນຖານໂຄງລ່າງ ແລະ ການບໍລິການໃຫ້ໄດ້ມາດຖານ ແລະ ມີຄຸນນະພາບ ເພື່ອສືບຕໍ່ສົ່ງເສີມບັນຍາກາດປີທ່ອງທ່ຽວລາວ-ຈີນ 2019 ແລະ ໃຫ້ມີນັກທ່ອງທ່ຽວຕ່າງປະເທດເຂົ້າມາເພີ່ມຂຶ້ນ;
  • ກະກຽມໃຫ້ແກ່ການຈັດຕັ້ງສະເຫຼີມສະຫຼອງເຂດທົ່ງໄຫຫີນເປັນມໍລະດົກໂລກ ພ້ອມທັງປົກປັກຮັກສາມໍລະດົກໂລກ ທີ່ໄດ້ປະກາດໄປແລ້ວໃຫ້ເປັນຂະບວນຟົດຟື້ນ ແລະ ມີເນື້ອໃນ;
  • ເອົາໃຈໃສ່ວຽກງານກະກຽມ ແລະ ດໍາເນີນການສອບເສັງຈົບຊັ້ນ ປະຈໍາປີ 2019 ຂອງນັກຮຽນ-ນັກສຶກສາໃຫ້ຖືກຕ້ອງ, ໂປ່ງໃສ່ ແລະ ຮັບປະກັນຄຸນນະພາບ;
  • ເອົາໃຈໃສ່ປັບປຸງການບໍລິການຂອງໂຮງໝໍ ແລະ ສຸກສາລາ ໃຫ້ດີຂຶ້ນກວ່າເກົ່າ. ສະກັດກັ້ນ, ປ້ອງກັນພະຍາດລະບາດຕ່າງໆ ເປັນຕົ້ນແມ່ນໄຂ້ຍຸງ, ໄຂ້ຫວັດ, ພະຍາດຈາກສັດ ແລະ ອື່ນໆ ທີ່ອາດເກີດໃນຊ່ວງລະດູຝົນ;
  • ໃຫ້ສືບຕໍ່ຕິດຕາມເຝົ້າລະວັງສະພາບການປ່ຽນແປງສະພາບດິນຟ້າອາກາດຢ່າງເປັນປົກກະຕິ ແລະ ມີການແຈ້ງເຕືອນ ແລະ ແນະນໍາປະຊາຊົນເຖິງຄວາມສ່ຽງ, ວິທີປ້ອງກັນ ແລະ ການແກ້ໄຂໄພພິບັດທີ່ຈະເກີດຂຶ້ນຢ່າງຈະແຈ້ງ ແລະ ທັນການ.

1.4. ຂົງເຂດປົກຄອງ ແລະ ຍຸຕິທໍາ

  • ສືບຕໍ່ປັບປຸງກົນໄກປະສານງານ ແລະ ປະສານສົມທົບລະຫວ່າງຂະແໜງ ຍຸຕິທຳ, ສານ, ໄອຍະການ ແລະ ປ້ອງກັນຄວາມສະຫງົບ ເພື່ອແກ້ໄຂປະກົດການຫຍໍ້ ທໍ້ໃນການແກ້ໄຂຂໍ້ຂັດແຍ່ງ ແລະ ຄະດີຕ່າງໆ ຕາມຂະບວນການຍຸຕິທໍາໃຫ້ມີປະສິດ ທິພາບ, ປະສິດທິຜົນ ແລະ ເຂັ້ມງວດຕາມກົດໝາຍ ເພື່ອສ້າງສະພາບແວດລ້ອມ, ຄວາມເຊື່ອໝັ້ນ ແລະ ຄວາມສັດທາຂອງປະຊາຊົນ ຕໍ່ຂະບວນການຍຸຕິທໍາຂອງພວກເຮົາ. ໃຫ້ຄົ້ນຄວ້າຜັນຂະຫຍາຍມະຕິຂອງກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ກ່ຽວກັບການແກ້ໄຂຄະດີຕາມຂະບວນຍຸຕິທໍາໃນໄລຍະຜ່ານມາ ແລະ ທິດທາງໃນຕໍ່ໜ້າ ໃຫ້ເປັນມາດຕະການຕົວຈິງ ເພື່ອຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ;
  • ສືບຕໍ່ປະສານສົມທົບ, ຄົ້ນຄວ້າ ແລະ ແກ້ໄຂຄໍາສະເໜີຂອງປະຊາຊົນຜ່ານສາຍດ່ວນຂອງລັດຖະບານ, ຈາກການສະເໜີຂອງຂະແໜງຕ່າງໆ, ຈາກສື່ສັງຄົມອອນລາຍ ແລະ ຕາມແຫຼ່ງອື່ນໆໃຫ້ວ່ອງໄວ, ແທດຕົວຈິງ ແລະ ໃຫ້ລາຍງານຄວາມຄືບໜ້າການແກ້ໄຂແຕ່ລະບັນຫາໃຫ້ລັດຖະບານຮັບຊາບ ແລະ ມີທິດຊີ້ນໍາ;
  • ສືບຕໍ່ເອົາໃຈໃສ່ລົງໄປຕິດຕາມ, ກວດກາ ແລະ ແກ້ໄຂບັນຫາການຕັ້ງພູມ ລໍາເນົາຂອງປະຊາຊົນ ຢູ່ເຂດປ່າສະຫງວນຜ່ານມາ ແລະ ການບຸກລຸກທີ່ດິນລັດຢູ່ເຂດປ່າສະຫງວນ ເພື່ອການພັດທະນາ ເປັນຕົ້ນແມ່ນເຂດກໍ່ສ້າງສະຖານີລົດໄຟທ່ານາແລ້ງ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ ແລະ ອື່ນໆ ເພື່ອຫຼີກລ້ຽງ ການແກ້ໄຂບັນຫາ ທີ່ຈະຕາມມາພາຍຫລັງ ແລະ ສ້າງຄວາມຫຍຸ້ງຍາກ ໃນການພັດທະນາໃນອະນາຄົດ.

1.5. ຂົງເຂດການຕ່າງປະເທດ:

  • ສືບຕໍ່ຕິດຕາມ ແລະ ວິເຄາະວິໄຈ ສະພາບຄວາມຂັດແຍ່ງ ແລະ ການຕໍ່ສູ້ທາງດ້ານເສດຖະກິດ-ການຄ້າ, ການເມືອງ ແລະ ການທະຫານ ທີ່ພົ້ນເດັ່ນຂອງພາກພື້ນ ແລະ ສາກົນ ຢ່າງໃກ້ຊິດ ແລະ ພ້ອມທັງລາຍງານຢ່າງທັນການໃຫ້ລັດຖະບານຊາບ ແລະ ຊີ້ນໍາ;
  • ສືບຕໍ່ກະກຽມໃຫ້ແກ່ການເຄື່ອນໄຫວວຽກງານຕ່າງປະເທດຂອງການນໍາພັກ-ລັດ ເປັນຕົ້ນແມ່ນການກະກຽມໃຫ້ແກ່ການໄປເຂົ້າຮ່ວມກອງປະຊຸມອະນາຄົດຂອງອາຊີ ຄັ້ງທີ 25 ປະເທດຍີ່ປຸ່ນຂອງນາຍົກລັດຖະມົນຕີ.

ນອກຈາກ 5 ຂົງເຂດວຽກງານ ຈຸດສຸມທີ່ກ່າວມານີ້, ຂໍໃຫ້ແຕ່ລະພາກສ່ວນ ທີ່ກ່ຽວຂ້ອງເອົາໃຈໃສ່ ກະກຽມລາຍງານ ແລະ ຊີ້ແຈງອະທິບາຍ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ໃນຕົ້ນເດືອນມິຖຸນາ ຕາມຈິດໃຈຊີ້ນໍາຂອງກອງປະຊຸມລັດຖະບານ.

ໃນໂອກາດນີ້, ລັດຖະບານ ຮຽກຮ້ອງໃຫ້ພະນັກງານ, ສະມາຊິກພັກ, ລັດຖະກອນ, ທະຫານຕໍາຫຼວດ, ນັກຮຽນ, ນັກສຶກສາ, ກໍາມະກອນ, ນັກທຸລະກິດທັງພາກລັດ ແລະ ເອກະຊົນ, ບັນດາຊັ້ນຄົນ ແລະ ປະຊາຊົນລາວບັນດາເຜົ່າ ຈົ່ງຍົກສູງນໍ້າໃຈເປັນເຈົ້າປະເທດຊາດ, ຕັ້ງໜ້າປະຕິບັດສິດ ແລະ ພັນທະຂອງຕົນໃຫ້ຄົບຖ້ວນ ຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະ ນູນ ແລະ ກົດໝາຍ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ ໃນທົ່ວວົງສາຄະນະຍາດແຫ່ງຊາດ, ຕັ້ງໜ້າປະຕິບັດໜ້າທີ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມແນວທາງປ່ຽນແປງໃໝ່ຮອບ ດ້ານທີ່ມີຫຼັກການຂອງພັກເຮົາ, ຍົກສູງສະຕິລະວັງຕົວ, ເດັດດ່ຽວສະກັດກັ້ນ ແລະ ຕ້ານກົນອຸບາຍແບ່ງແຍກ, ການໃສ່ຮ້າຍປ້າຍສີ ຂອງພວກຄົນທີ່ບໍ່ຫວັງດີ ຢູ່ພາຍໃນ ແລະ ຕ່າງປະເທດ.

ທີ່ມາ: ສຳນັກຂ່າວສານປະເທດລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

ຂໍຂອບໃຈນຳຜູ້ສະໜັບສະໜູນ

Latest posts

ວິທີການປ້ອງກັນຜິວຈາກແສງແດດ ໃນ​ໄລ​ຍະ​ຊ່ວງບຸນປີໃໝ່ນີ້.

ແສງແດດແມ່ນສັດຕູທີ່ອັນຕະລາຍທີ່ສຸດຂອງຜິວໜັງ ໂດຍສະເພາະໃນຊ່ວງບຸນຫຼິ້ນນໍ້າແບບນີ້ບວກກັບທີ່ອາກາດຢູ່ລາວເຮົາຮ້ອນຫຼາຍ ແລະ ແດດແຮງ, ການປົກປ້ອງຜິວຈາກແສງແດດຈຶ່ງເປັນສິ່ງສຳຄັນ. ມື້ນີ້ດຮົາເລິຍຈະມາແນະນໍາເທັກນິກປ້ອງກັນຜິວຈາກແສງແດດງ່າຍມາໃຫ້ທຸກຄົນໄດ້ໃຊ້.

5 ອາຫານທີ່ບໍ່ຄວນກິນກັບ “ແອວກໍຮໍ”

ຮອດບຸນປີໃໝ່ລາວ ແອວກໍຮໍເປັນສິ່ງປາສະຈາກບໍ່ໄດ້ເລີຍທີ່ຕ້ອງມີຄຽງຄູ້ກັບການກິນລ້ຽງ ແລະ ການສັງສັນກັບຫໝູ່ເພື່ອນ, ຖ້າຫຼີກລ້ຽງກໍຄວນຫຼີກລ້ຽງ ແຕ່ຫາກວ່າຫຼີກລ່ຽງບໍ່ໄດ້ແມ່ນໃຫ້ມາຟັງທາງນີ້ ເຮົາຈະແນະນຳກ່ຽວກັບອາຫານທີ່ບໍ່ຄວນກິນກັບແອວກໍຮໍ ເຊິ່ງບາງຄັ້ງອາຫານເຫຼົ່ານີ້ຫຼາຍຄົນອາດຈະສັ່ງກິນກັບເຫຼົ້າ ແຕ່ທີ່ຈິງແລ້ວສາມາດທໍາລາຍສຸຂະພາບຂອງເຈົ້າໃນອະນາຄົດໄດ້ ຈະມີຫຍັງໄປເບິ່ງນໍາກັນເລີຍ.

ສຸກສັນວັນພັກຜ່ອນ ແທ້ບໍ! ເປັນ​ຫຍັງ​ເຮົາ​ຈຶ່ງ​ບໍ່ມີຄວາມສຸກເວລາ​​ກັບ​ບ້ານ?

ໃນຊ່ວງປີໃໝ່ທີ່ໄດ້ພັກຍາວແບບນີ້ ຫຼາຍຄົນກໍຫວັງຈະໄດ້ກັບບ້ານເພື່ອໄປພັກຜ່ອນກັບຄອບຄົວ ແລະ ຍາດພີ່ນ້ອງ ແຕ່ສໍາລັບຄົນທີ່ມີເຮືອນ ຫຼື ຄອບຄົວ ບໍ່ແມ່ນ Safe zone ຂອງຕົນເອງແລ້ວ ແນ່ນອນ ຈະບໍ່ມີຄວາມສຸກ ຍ້ອນຫຍັງ? ·