2 ເດືອນ ມີ​ຜູ້​ມາຂຶ້ນທະບຽນ ​ແລະ ອອກໃບທະບຽນວິສາຫະກິດ 4 ພັນກວ່າຫົວໜ່ວຍ

ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ (ທຄວ) ກະຊວງອຸດສາຫະກຳ ແລະ ການຄ້າ ​ໄດ້ສະຫລຸບການຂຶ້ນທະບຽນ ຂອງ​ບັນດາວິສາຫະກິດ ທີ່ມີຕົວເລກ ປະຈຳຕົວ ຜູ້ເສຍອາກອນ, ພ້ອມກັບ ການອອກ ໃບທະບຽນ ວິສາຫະກິດ ຢູ່ບັນດາຈຸດ ທີ່ໄດ້ຕິດຕັ້ງ ໂປຣແກຣມ ທະບຽນ ວິສາຫະກິດລວມສູນ ເຊື່ອມຕໍ່ກັບ ສ່ວຍສາອາກອນ ທັງໝົດ 110 ຈຸດທົ່ວປະເທດ ພາຍ​ໃນ 2 ​ເດືອນໄດ້ມີ 4.284 ຫົວໜ່ວຍ, ​ໂດຍ​ເລີ່​ມແຕ່ວັນທີ 1 ກຸມພາ ຫາ 25 ເມສາ 2019, ​ໃນ​ນັ້ນ ໄດ້ຂຶ້ນທະບຽນ ວິສາຫະກິດ ຢູ່ກົມ ທຄວ 768 ຫົວໜ່ວຍ, ຢູ່ 18 ພະແນກ ອຄ ແຂວງ/ນະຄອນຫລວງວຽງຈັນ 1.418 ຫົວໜ່ວຍ ແລະ ຢູ່ 91 ຫ້ອງການ ອຄ ເມືອງ ຈຳນວນ 2.098 ຫົວໜ່ວຍ.

ນອກຈາກນີ້, ບົດສະຫລຸບຍັງ​ໄດ້​ລາຍ​ງານ ກ່ຽວ​ກັບການຝຶກອົບຮົມການຕິດຕັ້ງ ແລະ ນຳໃຊ້ລະບົບໂປຣແກຣມດັ່ງກ່າວ ໃຫ້ເຈົ້າໜ້າທີ່ທະບຽນວິສາຫະກິດຂອງ ກົມ ທຄວ, ພະແນກ ອຄ ແຂວງ/ນະຄອນຫລວງ ແລະ ຫ້ອງການ ອຄ ເມືອງ ​ໃນທົ່ວປະເທດ ເພື່ອຮັບປະກັນຄວາມເຂົ້າໃຈ ໃນການນຳໃຊ້ໂປຣແກຣມ, ເຕັກນິກທາງດ້ານໄອທີ, ການບໍລິການຂຶ້ນທະບຽນ ແລະ ການຄຸ້ມຄອງຫລັງການຂຶ້ນທະບຽນວິສາຫະກິດ.

ລະບົບໂປຣແກຣມດັ່ງກ່າວ, ເປັນລະບົບທີ່ພັດທະນາມາຈາກ ລະບົບໂປຣແກຣມທະບຽນວິສາ ຫະກິດ ທີ່ເຄີຍໄດ້ນຳໃຊ້ມາແຕ່ປີ 2008, ຊຶ່ງໄດ້ມີການປັບປຸງບາງຈຸດ ທາງດ້ານເຕັກນິກໃໝ່ ເພື່ອໃຫ້ສາມາດເຊື່ອມຕໍ່ກັບການເອົາເລກປະຈຳຕົວ ຜູ້້ເສຍອາກອນຈາກຂະແໜງການເງິນ ແລະ ໃນອະນາຄົດ ຈະມີການຕິດຕັ້ງລະບົບດັ່ງກ່າວ ຢູ່ທຸກເມືອງທົ່ວປະເທດ.

ທີ່ມາ: ສຳນັກຂ່າວສານປະເທດລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...