ສື່ມວນຊົນທຸກພາກສ່ວນ ມີບົດບາດສຳຄັນຕໍ່ການພັດທະນາວຽກງານການທ່ອງທ່ຽວ

ກອງປະຊຸມສຳມະນາສາກົນ ວ່າດ້ວຍບົດບາດຂອງສື່ມວນຊົນ ຕໍ່ວຽກງານພັດທະນາການທ່ອງທ່ຽວ ໄດ້ຈັດຂຶ້ນທີ່ ສສ ຫວຽດນາມ ເພື່ອເປັນການຍູ້ແຮງວຽກງານ ຖະແຫລງຂ່າວ ແລະ ໂຄສະນາ ກ່ຽວກັບວຽກງານທ່ອງທ່ຽວ ລະຫວ່າງ ສອງປະເທດ ລາວ- ຫວຽດນາມ ໃຫ້ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວ ທັງດ້ານປະລິມານ ແລະ ຄຸນນະ ພາບ.

ກອງປະຊຸມດັ່ງກ່າວ, ຈັດຂຶ້ນໂດຍການຮ່ວມມື ລະຫວ່າງ ກະຊວງ ຖະແຫລງຂ່າວ ແລະ ການສື່ສານຫວຽດ ນາມ, ຄະນະກຳມະການປົກຄອງແຂວງກວາງນິງ ສສ ຫວຽດນາມ ແລະ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວລາວ, ໂດຍການເຂົ້າຮ່ວມຂອງ ທ່ານ ຮ່ວາງຫວິງບ້າວ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ ແລະ ການສື່ສານຫວຽດນາມ, ທ່ານ ສະຫວັນຄອນ ລາຊະມຸນຕີ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດ ທະນະທຳ ແລະ ທ່ອງທ່ຽວ, ມີຜູ້ຕາງໜ້າ ອົງການອຸຍແນັສໂກ ປະຈຳ ຫວຽດນາມ, ພ້ອມດ້ວຍ ຄະນະຜູ້ແທນ ຈາກຝ່າຍລາວ ແລະ ຫວຽດນາມ.

ໃນໂອກາດນີ້, ທ່ານ ສະຫວັນຄອນ ລາຊະມຸນຕີ ກ່າວວ່າ:

ກອງປະຊຸມສຳມະນາຄັ້ງນີ້, ເປັນຂໍ້ລິເລີ່ມທີ່ໜ້າຊົມເຊີຍ, ເປັນການສ້າງໂອກາດ ໃຫ້ສື່ມວນຊົນທັງສອງປະເທດພວກເຮົາ ໄດ້ແລກປ່ຽນຄຳຄິດຄຳເຫັນ ແລະ ບົດຮຽນທີ່ດີຮ່ວມກັນ ໃນການພັດທະນາ ແລະ ສົ່ງເສີມການທ່ອງ ທ່ຽວທີ່ຍືນຍົງ ດ້ວຍການໂຄສະນາປົກປັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າຂອງມໍລະດົກ ກໍຄື ເອກະລັກທາງດ້ານປະຫວັດສາດ, ທຳມະຊາດ ແລະ ວັດທະນະທຳ.

ພ້ອມນັ້ນ, ກໍໄດ້ເນັ້ນຕື່ມວ່າ:

ສື່ມວນຊົນມີບົດບາດສຳຄັນຫລາຍ ໃນການສ້າງຄວາມຮັບຮູ້, ເຂົ້າໃຈ ກ່ຽວກັບສະພາບການທຸກດ້ານ ທັງພາຍໃນ ແລະ ຕ່າງປະເທດ ເປັນຕົ້ນ ດ້ານການທ່ອງທ່ຽວ, ທັງຕອບໂຕ້ຂ່າວສານທີ່ບໍ່ຖືກຕ້ອງ ແລະ ບິດເບືອນ. ດັ່ງນັ້ນ, ໃນປັດຈຸບັນ ການໂຄສະນາສົ່ງເສີມ ການທ່ອງທ່ຽວ ຈຶ່ງຮຽກຮ້ອງ ໃຫ້ສື່ມວນຊົນສອງປະເທດຂອງພວກເຮົາ ເພີ່ມທະວີໃຫ້ກວ້າງຂວາງ, ທົ່ວເຖິງ ແລະ ວ່ອງໄວ ດ້ວຍການຮ່ວມມືແລກປ່ຽນຂໍ້ມູນຂ່າວສານ ເຊິ່ງກັນ ແລະ ກັນ.

ໃນໄລຍະຜ່ານມາ, ສື່ມວນຊົນສອງປະເທດ ລາວ-ຫວຽດນາມ ໄດ້ມີການພົວພັນ ແລກປ່ຽນ ແລະ ຊ່ວຍເຫລືອກັນຢ່າງໃກ້ຊິດ ທາງດ້ານອຸປະກອນ, ເຕັກໂນໂລຊີ, ການພັດທະນາບຸກຄະລາກອນ, ແລະ ວຽກງານອື່ນໆ, ບົນຈິດໃຈ ຂອງສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິ ເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ.

ນອກຈາກນີ້, ກໍຍັງເປັນການປະກອບສ່ວນສໍາຄັນເຂົ້າໃນການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ ຂອງສອງປະເທດ ໃຫ້ຂະຫຍາຍຕົວ, ເຂັ້ມແຂງ, ຊຸກຍູ້ໃຫ້ນັກທ່ອງທ່ຽວສອງປະເທດ ໄປມາຫາສູ່ກັນປົກກະຕິ, ເປີດກວ້າງຕະຫລາດ ແລະ ແຂ່ງຂັນ ດຶງເອົານັກທ່ອງທ່ຽວ ຈາກບັນດາປະເທດໃນພາກພື້ນ ແລະ ທົ່ວໂລກ ມາທ່ອງທ່ຽວ ແລະ ສຳຜັດກັບຄວາມສວຍງາມ, ຄວາມເປັນເອກະລັກ ກໍຄື ມໍລະດົກທາງດ້ານ ປະຫວັດສາດ, ທຳມະຊາດ ແລະ ວັດທະນະທຳ, ວິຖີຊີວິດ ຂອງປະຊາຊົນ ບັນດາເຜົ່າ ໃຫ້ນັບມື້ນັບຫລາຍຂຶ້ນ.

ທີ່ມາ: ສຳນັກຂ່າວສານປະເທດລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...