ລຸງນາຍົກ ເນັ້ນຫຼາຍບັນຫາໃຫ້ສະມາຊິກລັດຖະບານ ເພີ່ມທະວີຄວາມເອົາໃຈໃສ່ບັນຫາຂອງຊາດ

ພາບປະກອບ

ກອງປະຊຸມລັດຖະບານປະຈໍາເດືອນພຶດສະພາ 2019 ໄດ້ຈັດຂຶ້ນໃນທ້າຍອາທິດຜ່ານມານີ້, ທ່ານນາຍົກລັດຖະ ມົນຕີ ທອງລຸນ ສີສຸລິດ ໄດ້ເນັ້ນຫລາຍບັນຫາໃຫ້ສະມາຊິກລັດຖະບານເພີ່ມທະວີຄວາມເອົາໃຈໃສ່ໃນຕໍ່ໜ້າຄື:

ສືບຕໍ່ເພີ່ມທະວີການຮັກສາຄວາມສະຫງົບເປັນລະບຽບຮຽບຮ້ອຍ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງ ຄົມ, ໂດຍສະເພາະບັນຫາອຸປະຕິເຫດບົນທ້ອງຖະໜົນ, ການຄ້າຂາຍຢາເສບຕິດ, ການປຸ້ນຈີ້-ຊິງຊັບ, ແກ້ງກວນເມືອງ, ອັກຄີໄພ, ການຄ້າຂາຍເຖື່ອນ ແລະ ສະພາບການບິດເບືອນຄວາມຈິງຂອງສື່ອອນລາຍຕ່າງໆ.

ພາບປະກອບ

ເອົາໃຈໃສ່ວຽກງານພັດທະນາຊົນນະບົດ, ແກ້ໄຂບັນຫາຄວາມຫຍຸ້ງຍາກຂອງການລົງທຶນ, ຄັງສໍາຮອງເງິນຕາ, ການປັບປຸງລັດວິສາຫະກິດໄຟຟ້າ, ການບິນລາວ, ການອອກໃບຕາດິນທີ່ມີຄວາມສັບສົນ ແລະ ກວດກາຄືນການແກ້ໄຂຄະດີຕາມຂະບວນຍຸຕິທໍາ.

ສືບຕໍ່ເພີ່ມທະວີການຮ່ວມມືທາງດ້ານການຄ້າ-ການຜະລິດກະສິກໍາເພື່ອສົ່ງອອກ, ເອົາໃຈໃສ່ຊຸກຍູ້ການຜະລິດລະ ດູຝົນໃຫ້ທ່ວງທັນຕາມລະດູການ, ສືບຕໍ່ປັບປຸງບັນຊີໄມ້ ແລະ ຜະລິດຕະພັນໄມ້ທີ່ເຫັນສົມຄວນສົ່ງອອກ ເພື່ຶອປົດລ໋ອກທຸລະກິດໄມ້ໃຫ້ສາມາດເຄື່ອນໄຫວມີປະສິດທິຜົນທາງດ້ານເສດຖະກິດ ເພື່ອສ້າງລາຍຮັບເຂົ້າງົບປະ ມານຕາມລະບຽບກົດໝາຍກໍານົດ.

ສືບຕໍ່ເອົາໃຈໃສ່ກວດກາການນໍາເຂົ້າສິນຄ້າອຸປະໂພກ-ບໍລິໂພກ,​ ອາຫານທະເລນໍາເຂົ້າຈາກຕ່າງປະເທດ ເພື່ອສະກັດກັ້ນອາຫານທີ່ມີສານເຄມີປົນເປື້ອນ, ພ້ອມທັງກວດກາດ້ານສຸຂະອານາໄມຢູ່ບັນດາໂຮງງານຂ້າສັດ ແລະ ຕະ ຫລາດຕ່າງໆ, ກວດກາຄຸ້ມຄອງລາຄາສິນຄ້າ ແລະ ການບໍລິການໃຫ້ມີຄວາມເໝາະສົມ ເພື່ອບໍ່ໃຫ້ກະທົບຕໍ່ການດໍາລົງຊີວິດຂອງປະຊາຊົນ, ສືບຕໍ່ປັບປຸງພື້ນຖານໂຄງລ່າງ ແລະ ອໍານວຍຄວາມສະດວກການບໍລິການຕ່າງໆໃຫ້ມີມາດຕະຖານ ແລະ ຄຸນນະພາບ ເພື່ອສົ່ງເສີມການທ່ອງທ່ຽວລາວໃຫ້ມີບັນຍາກາດຟົດຟື້ນ ແລະ ດຶງດູດນັກທ່ອງ ທ່ຽວໃຫ້ເພີ່ນຂຶ້ນ.

ພາບປະກອບ

ພ້ອມນີ້, ກໍໃຫ້ເພີ່ມທະວີເອົາໃຈໃສ່ການກະກຽມດໍາເນີນການສອບເສັງຈົບຊັ້ນປະຈໍາປີ 2019 ຂອງນັກຮຽນ-ນັກສຶກສາ ໃຫ້ຖືກຕ້ອງ, ໂປ່ງໃສ ແລະ ຮັບປະກັນຄຸນນະພາບ. ສືບຕໍ່ປັບປຸງການບໍລິການຂອງໂຮງໝໍ, ສຸກສາລາ ໃຫ້ດີຂຶ້ນ, ໄປຄຽງຄູ່ກັບການເອົາໃຈໃສ່ວຽກງານປ້ອງກັນພະຍາດຕ່າງໆ ເປັນຕົ້ນແມ່ນໄຂ້ຍຸງ, ໄຂ້ຫວັດ ແລະ ພະຍາດສັດອື່ນໆ ທີ່ອາດເກີດຂຶ້ນໃນລະດູຝົນ.

ນອກນີ້, ກໍໃຫ້ສືບຕໍ່ຕິດຕາມເຝົ້າລະວັງການປ່ຽນແປງຂອງສະພາບດິນຟ້າອາກາດຢ່າງໃກ້ຊິດ,​ ພ້ອມທັງມີການແຈ້ງເຕືອນ, ແນະນໍາວິທີປ້ອງກັນ ແລະ ມາດຕະການແກ້ໄຂໃຫ້ສັງຄົມຢ່າງທັນການ.

ແຫຼ່ງຂໍ້ມູນ: ໜັງສືພິມລາວພັດທະນາ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...