ພາກລັດ ພ້ອມກັນເສີມຂະຫຍາຍມູນເຊື້ອ 2 ວັນປະຫວັດສາດ

ກະ­ຊວງ​ປ້ອງ​ກັນ​ປະ­ເທດ ຮ່ວມ​ກັບ​ຄະ­ນະ​ໂຄ­ສະ­ນາ​ອົບ­ຮົມ​ສູນ​ກາງ​ພັກ ໄດ້​ຈັດ​ປາ­ຖະ­ກະ­ຖາ​ຫວນ​ຄືນ​ມູນ­ເຊື້ອ​ວັນ​ຜ່າ​ວົງ​ປິດ​ລ້ອມ​ກອງ­ພັນ​ທີ 2 ທີ່​ທົ່ງ​ໄຫ​ຫີນ ແຂວງ​ຊຽງ​ຂວາງ 60 ປີ (18/5/1959-18/5/2019) ແລະ ວີ­ລະ​ກຳ​ປະ­ຫວັດ­ສາດ ໂຕນ​ຄຸກ​ໂພນ​ເຄັງ​ຂອງ​ຜູ້­ນຳ​ແນວ​ລາວ​ຮັກ​ຊາດ ຄົບ­ຮອບ 59 ປີ (24/5/1960-24/5/20 19).

ຂຶ້ນ​ວັນ​ທີ 24 ພຶດ­ສະ­ພາ 2019 ສະ­ໂມ­ສອນ​ກົມ​ໃຫຍ່​ການ­ເມືອງ​ກອງ­ທັບ ໃຫ້​ກຽດ​ປະ​ຖາ​ກະ­ຖາ​ໂດຍ​ທ່ານ ບົວ​ສີ ຈະ­ເລີນ​ສຸກ ພະ­ນັກ­ງານ​ອາ­ວຸ­ໂສ​ບຳ­ນານ ອະ­ດີດ​ປະ­ທານ​ຄະ­ນະ​ຮັບ­ຜິດ­ຊອບ​ຫໍ​ພິ​ພິ​ທະ​ພັນ​ໄກ­ສອນ ພົມ­ວິ­ຫານ ອະ­ດີດ​ຮອງ​ຫົວ­ໜ້າ​ຫ້ອງ​ວ່າ­ການ​ສູນ​ກາງ​ພັກ ມີ​ທ່ານ ທອງ​ລອຍ ສຸ​ລິ​ວົງ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ປ້ອງ​ກັນ​ປະ ເທດ ຫົວ­ໜ້າ​ກົມ​ໃຫຍ່​ການ­ເມືອງ​ກອງ­ທັບ ບັນ­ດາ​ຮອງ​ລັດ­ຖະ­ມົນ­ຕີ ນາຍ ແລະ ພົນ­ທະ­ຫານ ຕຳ­ຫຼວດ ພະ­ນັກງານ​ຫຼັກ​ແຫຼ່ງ​ນະ­ຄອນ­ຫຼວງ​ວຽງ​ຈັນ ອົງ­ການ​ສື່​ມວນ​ຊົນ ແລະ ຜູ້​ເຮັດ​ວຽກ​ງານ​ແນວ​ຄິດ​ການ­ເມືອງ ບັນ­ດາ​ກະ ຊວງອົງ­ການ​ອ້ອມ​ຂ້າງ​ສູນ​ກາງ​ເຂົ້າ​ຮ່ວມ.

ການ​ປາ­ຖະ­ກະ­ຖາ​ຄັ້ງ​ນີ້ ທ່ານ ບົວ​ສີ ຈະ­ເລີນ​ສຸກ ໄດ້​ຍົກ​ໃຫ້​ເຫັນ 2 ເຫດ­ການ​ປະ­ຫວັດ­ສາດ​ຂອງ​ຊາດ​ລາວ ທີ່​ເປັນ​ມູນ​ມໍ­ລະ­ດົກ​ສືບ​ທອດ​ທີ່​ພວກ​ເຮົາ​ຕ້ອງ​ຈາ­ລຶກ ແລະ ຮ່ຳ­ຮຽນ​ເອົາ ເຊິ່ງ​ທ່ານ​ໄດ້​ເລົ່າ­ຄືນ​ບົດ­ຮຽນ​ທີ່​ປະ­ສົບ​ຕົວ​ຈິງ​ໃນ​ເຫດ­ການ​ທີ່​ເກີດ​ຂຶ້ນ ທີ່​ເປັນ​ຜູ້​ໜຶ່ງ​ໃນ 16 ທ່ານ​ຜູ້­ນຳ ທີ່​ຖືກ​ລັດ­ຖະ­ບານ​ຝ່າຍ​ວຽງ​ຈັນ​ຈັບ​ກຸມ​ຂຸມ​ຂັງ​ຢູ່​ຄຸກ​ໂພນ​ຄັງ​ໃນ​ປີ 1959-1960.

ຍ້ອນ​ການ​ຊີ້​ນຳ​ຂອງ​ສູນ​ກາງ​ພັກ ກໍ​ຄື​ແນວ­ທາງ​ຂອງ​ພັກ​ສະ­ຫຼາດ​ສ່ອງ​ໃສ ໂດຍ​ສະ­ເພາະ​ປະ­ທານ ໄກ­ສອນ ພົມ­ວິ­ຫານ ບວກ​ໃສ່​ຄວາມ​ເດັດ­ດ່ຽວ​ໜຽວ​ແໜ້ນ​ຄວາມ​ຕັດ­ສິນ​ໃຈ​ສູງ​ຍອມ​ເສຍ­ສະ­ຫຼະ​ຂອງ​ຜູ້­ນຳ​ທີ່​ຖືກ​ຄຸກ ແລະ ຜູ້​ອື່ນໆ ຕະ­ຫຼອດ​ຮອດ​ພະ­ນັກ­ງານ​ນັກ­ຮົບ ສາ­ລະ­ວັດ​ປ້ອງ​ກັນ​ຄຸກ​ທີ່​ເປັນ​ລູກ​ຫຼານ​ຂອງ​ປະ­ຊາ­ຊົນ ເຫັນ​ໄດ້​ແສງ​ສະ­ຫວ່າງ​ຂອງ​ພັກ ຈຶ່ງ​ເກີດ​ມີ​ນ້ຳ­ໃຈ​ຮັກ​ປະ­ເທດ​ຊາດ​ບ້ານ​ເມືອງ​ຮັກ​ການ​ປະ­ຕິ­ວັດ​ລາວ.

ຍ້ອນ​ປະ­ຊາ­ຊົນ​ພວກ​ເຮົາ ຍາມ​ໃດ​ກໍ​ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ການ​ນຳ­ພາ​ຂອງ​ພັກ ຍ້ອນ​ເພື່ອນ​ມິດ​ຈິງ​ໃຈ​ຊ່ວຍ­ເຫຼືອ ແລະ ບວກ​ກັບ​ຫຼາຍ​ທ່າ­ແຮງ​ອັນ​ມະ­ຫາ­ສານ​ຈຶ່ງ​ສາ­ມາດ​ເອົາ​ຊະ­ນະ​ສັດ­ຕູ​ໄດ້ ຈຶ່ງ​ເຮັດ​ໃຫ້­ການ​ໂຕນ​ຄຸກ​ຂອງ​ຜູ້­ນຳ​ຈາກ​ໂພນ​ເຄັງ ໄປ​ສູ່​ຖານ​ທີ່​ໝັ້ນ​ການ​ປະ­ຕິ­ວັດ​ລາວ​ແຂວງ​ຫົວ­ພັນ ຢ່າງ​ປອດ​ໄພ ທີ່​ມີ​ໄລ­ຍະ​ທາງ​ອັນ​ຍາວ​ໄກ​ໃນ​ເວ­ລາ​ອອກ​ຈາກ​ຄຸກ​ໂພນ​ເຄັງ ໃນ​ວັນ​ທີ 24 ພຶດ­ສະ­ພາ ແລະ ໄປ​ຮອດ​ເຂດ​ທີ່​ໝັ້ນ​ການ​ປະ­ຕິ­ວັດ​ຊຳ​ເໜືອ​ທ້າຍ​ເດືອນ​ສິງ­ຫາ 1960 ເປັນ​ເວ­ລາ​ຫຼາຍ​ເດືອນ​ດ້ວຍ​ຄວາມ​ປອດ​ໄພ.

ແຫຼ່ງຂໍ້ມູນ: ສຳນັກຂ່າວສານປະເທດລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...