ກຳຕາມທັນ! ປະທານບໍລິສັດ ເອຊຽນເຟສ ຖືກສານຕັດສິນຈໍາຄຸກ 15 ປີ ໃນຂໍ້ຫາສໍ້ໂກງຊັບພົນລະເມືອງ

ທ້າວ ຮຸດສຸວັນ ປະທານບໍລິສັດ ເອຊຽນເຟສ

ເມື່ອບໍ່ດົນມານີ້, ສານປະຊາຊົນນະຄອນຫລວງວຽງຈັນ ໄດ້ຕັດສິນລົງໂທດ ທ້າວ ຮຸດສຸວັນ ອາຍຸ 33 ປີສັນຊາດກໍາປູເຈຍ ປະທານບໍລິສັດ ເອຊຽນເຟສ ໃຫ້ຈໍາຄຸກ 15 ປີພ້ອມປັບໃໝ 423.000 ໂດລາສະຫະລັດກັບ 10 ລ້ານກີບ ແລະ ຢຶດຊັບສີນສ່ວນຕົວ ແລະ ຂອງບໍລິສັດທັງໝົດ.

ເພື່ອປະກາດຂາຍນໍາເງິນມາໄຊ້ແທນໃຫ້ກັບໂຈດທາງແພ່ງ,​ ຕັດສີນລົງໂທດທ້າວ ສົມຊາຍ ອາຍຸ 26 ປີ ພະນັກ ງານບໍລິສັດ ຢູ່ບ້ານຫ້ວຍນໍ້າເຢັນເມືອງນາຊາຍທອງ ໃຫ້ຈໍາຄຸກ 2 ປີ ພ້ອມປັບໃໝ 5 ລ້ານກີບ, ຕັດສີນລົງໂທດທ້າວ ສຸລິວັນ ອາຍຸ 63 ປີທີ່ປຶກສາບໍລິສັດໃຫ້ຈໍາຄຸກ 2 ປີກັບ 2 ເດືອນ ພ້ອມປັບໃໝ 2 ລ້ານກີບ, ຕັດສິນລົງ ໂທດນາງ ເພັດສະຫວັນ ໃຫ້ຈໍາຄຸກ 2 ປີພ້ອມປັບໃໝ 5 ແສນກີບແຕ່ໃຫ້ຝາກໂທດໄວ້, ໂດຍທັງໝົດມີຄວາມຜິດໃນສະຖານສໍ້ໂກງຊັບພົນລະເມືອງ ແລະ ປັດຈຸບັນ, ຍັງມີພັກພວກຄົນກໍາປູເຈຍຈໍານວນໜຶ່ງທີ່ຮ່ວມຂະບວນການໄດ້ຫລົບໜີອອກນອກປະເທດແລ້ວ.

ບໍລິສັດ ເອຊຽນເຟສ ໄດ້ສ້າງຕັ້ງຂຶ້ນໃນປີ 2015 ເຄື່ອນໄຫວກ່ຽວກັບການຄ້າຂາຍກໍາມະສິດພາຫະນະ, ທີ່ດິນ ແລະ ເຮືອນ, ດ້ວຍການລະດົມໃຫ້ປະຊາຊົນໄປຮ່ວມລົງທຶນຈະໄດ້ຮັບດອກເບ້ຍສູງ, ໂດຍມີປະຊາຊົນໄປຮ່ວມລົງທຶນເປັນຈໍານວນຫລາຍຕົກເປັນມູນຄ່າກວ່າ 14 ລ້ານກວ່າໂດລາສະຫະລັດ.

ເມື່ອເປັນດັ່ງນັ້ນ ທະນາຄານແຫ່ງ ສປປ ລາວ ໄດ້ສັ່ງໃຫ້ຢຸດການເຄື່ອນໄຫວດັ່ງກ່າວ ແລະ ຖອນໃບທະບຽນວິສາຫາກິດ, ພ້ອມທັງໃຫ້ສົ່ງເງິນຄືນປະຊາຊົນ, ແຕ່ສຸດທ້າຍບໍມີເງິນຈ່າຍຈຶ່ງຖືກດໍາເນີນຄະດີຕາມລະບຽບກົດໝາຍດັ່ງກ່າວ.

ແຫຼ່ງຂໍ້ມູນ: ໜັງສືພິມຄວາມສະຫງົບ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...