ລັດຖະບານ ເປີດທາງການຄ້າໃຫ້ສະດວກຂຶ້ນ ສິນຄ້າສົ່ງເສີມບໍ່ຕ້ອງຂໍອະນຸຍາດສົ່ງອອກ!

ນັບວ່າເປັນເລື່ອງທີ່ດີສຳລັບຜູ້ປະກອບກິດຈະການທັງພາຍໃນ ແລະຕ່າງປະເທດທີ່ດຳເນີນທຸລະກິດສົ່ງອອກສິນຄ້າຢູ່ພາຍໃນລາວ ແລະກຳລັງຈະມາລົງທຶນເພື່ອຜະລິດສົ່ງອອກ, ພາຍຫຼັງທີ່ກະຊວງອຸດສາຫະກຳ ແລະການຄ້າໄດ້ອອກແຈ້ງການສະບັບເລກທີ 1051/ຫອຄ.ກທຄວ ວັນທີ 27 ພຶດສະພາ 2019, ເພື່ອເປັນການສົ່ງເສີມ ແລະອຳນວຍຄວາມສະດວກຢ່າງເຕັມສ່ວນແກ່ການສົ່ງອອກຜະລິດຕະພັນສິນຄ້າຂອງລາວໂດຍຜູ້ປະກອບການໃນຂະແໜງຜະລິດເພື່ອສົ່ງອອກແມ່ນຈະບໍ່ໄດ້ຂໍອະນຸ ຍາດຊຶ່ງສາມາດລົງທຶນໄດ້ເລີຍ.

ໂດຍແຈ້ງການຂອງກະຊວງອຸດສາຫະກຳ ແລະ ການຄ້າສະບັບເລກທີ 1051/ຫອຄ.ກທຄວ ນະຄອນຫຼວງວຽງ ຈັນ ວັນທີ 27 ພຶດສະພາ 2019 ທີ່ແຈ້ງ ເຖິງເຈົ້າໜ້າທີ່ທະບຽນວິສາຫະກິດພະແນກອຸດສາຫະກຳ ແລະ ການຄ້າຂັ້ນແຂວງ,ຫ້ອງການອຸດສາຫະກຳ ແລະການຄ້າຂັ້ນເມືອງກ່ຽວກັບກິດຈະການສົ່ງອອກສິນຄ້າທີ່ບໍ່ຈຳເປັນຂໍອະນຸຍາດດຳເນີນທຸລະກິດ.

ທັງນີ້ກໍເພື່ອເປັນການສົ່ງເສີມ ແລະອຳນວຍຄວາມສະດວກຢ່າງເຕັມສ່ວນແກ່ການສົ່ງອອກຜະລິດຕະພັນສິນ ຄ້າຂອງປະເທດເຮົາ, ໂດຍສະເພາະແມ່ນການສົ່ງອອກສິນຄ້າເປັນກິດຈະການທີ່ລັດສົ່ງເສີມ ແລະບໍ່ຈຳເປັນຕ້ອງຂໍອະນຸຍາດດຳເນີນທຸລະກິດໂດຍໃຫ້ເຈົ້າໜ້າທີ່ທະບຽນວິສາຫະກິດລະບຸກິດຈະການດັ່ງກ່າວລົງດ້ານຫຼັງໃບທະ ບຽນວິສາຫະກິດເລີຍເວັ້ນເສຍແຕ່ກິດຈະການສົ່ງອອກສິນຄ້າທີ່ລັດເກືອດຫ້າມ ຫຼື ຜະລິດຕະພັນສິນຄ້າທີ່ຂະ ແໜງການທີ່ກ່ຽວຂ້ອງມີກົດໝາຍ ຫຼື ລະບຽບການກຳນົດເປັນຢ່າງອື່ນ ແລະການລະບຸກິດຈະການສົ່ງອອກສິນ ຄ້າໃສ່ດ້ານຫຼັງໃບທະບຽນວິສາຫະ ກິດນັ້ນຕ້ອງຂຽນໃຫ້ຈະແຈ້ງວ່າສົ່ງອອກສິນຄ້າໃດຕົ້ນຕໍແມ່ນສົ່ງອອກເຂົ້າ, ກາເຟເຫຼົ່ານີ້ເປັນຕົ້ນໂດຍຫ້າມບໍ່ໃຫ້ລະບຸແບບລວມໆ.

ຕໍ່ກັບແຈ້ງການດັ່ງກ່າວທ່ານ ນາງ ວົງປະດິດ ວົງສະຫວາດ ຫົວໜ້າພະແນກທະບຽນ ແລະຄຸ້ມຄອງວິສາຫະກິດກໍໄດ້ໃຫ້ສຳພາດກັບທີມຂ່າວໜັງສືເສດຖະກິດ-ສັງຄົມ ຜ່ານໂທລະສັບໃນວັນທີ 28 ພຶດສະພາ 2019 ຮູ້ວ່າ: ສຳ ລັບແຈ້ງການສະບັບດັ່ງກ່າວແມ່ນເນັ້ນໃສ່ການອຳນວຍຄວາມສະດວກໃຫ້ກັບຜູ້ປະ ກອບກິດຈະການທີ່ເປັນນັກລົງທຶນຂອງຕ່າງປະເທດ.

ເນື່ອງຈາກວ່າໄລຍະທີ່ຜ່ານມາພາກລັດເຮົາຈະອະນຸຍາດໃຫ້ສະເພາະແຕ່ນັກລົງທຶນພາຍໃນທີ່ດຳເນີນທຸລະກິດ ເພື່ອສົ່ງອອກຜະລິດຕະພັນເທົ່ານັ້ນ ແລະ ກັບຜູ້ປະກອບການທີ່ເປັນຊາວຕ່າງປະ ເທດຈຳເປັນຕ້ອງໄດ້ຂໍອະນຸຍາດດຳເນີນທຸລະກິດ, ສະນັ້ນແຈ້ງການສະບັບນີ້ແມ່ນເປັນການອຳນວຍຄວາມສະດວກໃຫ້ໝົດທຸກຝ່າຍ ແລະ ທຸກສິນຄ້າທີ່ຂະແໜງການອະນຸຍາດໃຫ້ມີການຜະລິດເພື່ອສົ່ງອອກແລະ ນອນຢູ່ໃນກິດຈະການທີ່ພາກລັດເຮົາສົ່ງເສີມໃຫ້ມີການລົງທຶນ, ຍົກເວັ້ນແຕ່ສິນຄ້າທີ່ບໍ່ກ່ຽວຂ້ອງກັບຂະແໜງການ, ແຕ່ທັງນີ້ທັງນັ້ນໃນກິດຈະການສົ່ງອອກສິນຄ້າທີ່ລັດອະນຸຍາດໃຫ້ດຳເນີນທຸລະກິດສົ່ງອອກກໍຕ້ອງປະຕິບັດຕາມກົດໝາຍຂອງການສົ່ງອອກນຳ.

ແຫຼ່ງຂໍ້ມູນ: ໜັງສືພິມເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...