Saturday, May 2, 2026
Kbank Laos โอน รับ จ่าย
-->

ປີນີ້! ແຂວງໄຊຍະບູລີ ຈະປູກຕົ້ນໄມ້ໃຫ້ໄດ້ 500 ເຮັກຕາ

ຕາມການໃຫ້ຂໍ້ມູນຂອງພະເເນກກະສິກຳ ແລະ ປ່າໄມ້ແຂວງ ໄຊຍະບູລີ. ໃຫ້ຮູ້ວ່າ ໃນປີນີ້ແຂວງໄຊຍະບູລີຈະປູກຕົ້ນໄມ້ໃຫ້ໄດ້ 500 ເຮັກຕາ.

ແຕ່ປະຈຸບັນແມ່ນໄດ້ດຳເນີນປູກມາແລ້ວທົ່ວແຂວງໃນຈຳນວນ 11 ເມືອງ. ມີເນື້ອທີ່ 43,68 ເຮັກຕາເບັ້ຍໄມ້ທີ່ປູກ 34.000 ກວ່າເບັ້ຍເປັນຕົ້ນແມ່ນເບັ້ຍໄມ້ດູ່,ໄມ້ຂ່າ,ໄມ້ຂົມຝາດ,ສັກ,ໄມ້ເເຄນ,ຢາງບົງ ແລະ ໄມ້ປະດັບ.

ສ່ວນວັນທີ 1 ມິຖຸນາ ວັນປູກຕົ້ນໄມ້ເເຫ່ງຊາດທົ່ວແຂວງຈະປູກມີ 16 ຈຸດມີເນື້ອທີ່ 32,93 ເຮັກຕາມີເບັ້ຍໄມ້ 35.262 ເບັ້ຍເຊັ່ນ: ໄມ້ດູ່,ໄມ້ຂ່າ,ໄມ້ສັກ,ຢາງປົງ ແລະ ໄມ້ປະດັບ.

ໃນນີ້ເມືອງໄຊຍະບູລີກຳນົດເອົາ 2 ຈຸດຢູ່ເດີ່ນສະໜາມຫຼວງມີເນື້ອທີ່ 0,50 ເຮັກຕາ ແລະ ຈຸດສະໜາມບິນເນື້ອທີ່ 1,12 ເຮັກຕາມີເບັ້ຍໄມ້ທັງໝົດ 200 ເບັ້ຍຈະເປັນໄມ້ເເຄນ; ເມືອງ ຄອບຈະປູກ 3 ຈຸດເຂດບ້ານ ມ່ວງດອນມູນເນື້ອທີ່ 0,89 ເຮັກຕາມີເບັ້ຍໄມ້ 400 ເບັ້ຍໄມ້ດູ່.

ຈຸດເຂດບ້ານ ກິ່ວກອກມີເນື້ອທີ່ 2,26 ເຮັກຕາມີເບັ້ຍໄມ້ຈຳນວນ 2.511 ເບັ້ຍມີໄມ້ຂົມຝາດ. ຈຸດເຂດບ້ານຜ່າບ່ອງມີເນື້ອທີ່ 1,22 ເຮັກຕາມີເບັ້ຍໄມ້ 1.355 ເບັ້ຍມີໄມ້ປະດັບ; ເມືອງ ຊຽງຮ່ອນມີໜຶ່ງຈຸດເຂດບ້ານ ຫ້ວຍຮາກມີເນື້ອທີ່ 11,37 ເຮັກຕາມີ 11.450 ເບັ້ຍມີໄມ້ຂ່າ,ໄມ້ຂົມຝາດ,ໄມ້ສັກ,ຢາງປົງ ແລະ ໄມ້ປະດັບ; ເມືອງ ເງີນມີ 1 ຈຸດມີເນື້ອທີ່ 3,50 ເຮັກຕາມີເບັ້ຍໄມ້ 2.525 ເບັ້ຍມີໄມ້ປະດັບ, ເມືອງ ຫົງສາມີ 1 ຈຸດມີເນື້ອທີ່ 2,14 ເຮັກຕາມີ 3.377 ເບັ້ຍ ເຂດບ້ານ ສີບຸນເຮືອງມີໄມ້ຄຳ,ໄມ້ສັກ,ໄມ້ຂົມຟາດ, ເມືອງ ໄຊຊະຖານມີ 2 ຈຸດມີເນື້ອທີ່ 2,15 ເຮັກຕາມີເບັ້ຍໄມ້ 2.155 ເບັ້ຍ. ເມືອງ ພຽງມີ 1 ຈຸດມີເນື້ອທີ່ 2,49 ເຮັກຕາມີ 427 ເບັ້ຍ, ປູກຢູ່ເຂດຂອງລັດພູດູ່ເມືອງ ປາກລາຍມີ 2 ຈຸດມີເນື້ອທີ່ 0,60 ເຮັກຕາມີເບັ້ຍໄມ້ 550 ເບັ້ຍປູກເຂດບ້ານບຸງມ່າ ແລະ ພູດູ່.

ເມືອງທົ່ງມີໄຊມີ 1 ຈຸດເນື້ອທີ່ 1,20 ເຮັກຕາມີ 2.179 ເບັ້ຍເຂດບ້ານທາດເມືອງ ເເກ່ນທ້າວມີ 2 ຈຸດເນື້ອທີ່ 0,94 ເຮັກຕາມີ 94 ເບັ້ຍ, ຈຸດເຂດບ້ານເມືອງໝໍເໜືອເນື້ອທີ່ 0,05 ເຮັກຕາມີ 50 ເບັ້ຍໄມ້ປະດັບ.

ເຂດບ້ານເມືອງ ໝໍໃຕ້ເນື້ອທີ່ 0,44 ເຮັກຕາມີ 44 ເບັ້ຍ. ເມືອງບໍ່ເເຕນມີ 1 ຈຸດເນື້ອທີ່ 1,76 ເຮັກຕາມີ 176 ເບັ້ຍປູກຈຸດບ້ານເມືອງ ຮຳໄມ້ຂົມຝາດ.

ຈາກນັ້ນກໍ່ຈະປູກໄປຈົນເຖິງທ້າຍເດືອນສິງຫາໃຫ້ສຳເລັດໃນເນື້ອທີ່ 432,39 ເຮັກຕາ. ນອກຈາກນີ້ແຂວງ ໄຊຍະບູລີ ຍັງໄດ້ເອົາໃຈໃສ່ຟື່ນຟູປ່າໄມ້ໃຫ້ໄດ້ 9,800 ເຮັກຕາມາຮອດປະຈຸບັນປະຕິບັດໄດ້ແລ້ວ 1,829 ເຮັກຕາ, ຖ້າທຽບໃສ່ແແຜນການປະຕິບັດໄດ້ 21,1% ຂອງແຜນການ.

ໃນນີ້ໄດ້ຟື້ນຟູປ່າສະຫງວນປະຕິບັດໄດ້ 500 ເຮັກຕາ. ປ່າປ້ອງກັນປະຕິບັດໄດ້ 280 ເຮັກຕາ. ປ່າຜະລິດໄດ້ 600 ເຮັກຕາ, ຟື້ນຟູປ່ານອກ 3 ປະເພດໄດ້ 512 ເຮັກຕາ.

ປະຈຸບັນມີສວນກ້າເບັ້ຍໄມ້ທົ່ວແຂວງມີທັງໝົດ 54 ເເຫ່ງເນື້ອທີ່ 15 ເຮັກຕາ, ໃນນີ້ຂອງລັດ 13 ແຫ່ງເນື້ອທີ 4 ເຮັກຕາຂອງລວມໝູ່ 3 ເເຫ່ງເນື້ອທີ່ 0,08 ເຮັກຕາຂອງບໍລິສັດ 4 ແຫ່ງເນື້ອທີ່ 4,80 ເຮັກຕາ ແລະ ສ່ວນຂອງຄອບຄົວບຸກຄົນ 36 ເເຫ່ງເນື້ອທີ່ 6,23 ເຮັກຕາ

ແຫຼ່ງຂໍ້ມູນ: Media Laos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ຊີພີ ອໍລ໌ ລາວ ຈັດກິດຈະກໍາຍົກລະດັບ  ຄຸນນະພາບສິນຄ້າ ແລະ ພັດທະນາຜູ້ປະກອບການທ້ອງຖິ່ນ

ພິທີເປີດກອງປະ​ຊຸມເຜີຍ​ແຜ່​ການຍົກລະດັບຄຸນນະພາບສິນຄ້າຂອງ ສປປ ລາວ ເພື່ອພັດທະນາຜູ້ປະກອບການ ແລະ ຄູ່ຮ່ວມທຸລະກິດ ໃນການເຂົ້າເຖິງຕະຫຼາດຈຳໜ່າຍສິນຄ້າຂອງຮ້ານ 7-ELEVEN Laos ຄັ້ງທີ 1 ປີ 2026 ເຊີ່ງມີຜູ້ປະກອບການ ແລະ ຄູ່ຄ້າໃຫ້ຄວາມສົນໃຈເຂົ້າຮ່ວມເປັນຈໍານວນຫຼາຍ

“ພຣະສ່ຽງທວາຍ” ທີ່ຫໍພຣະໄສຍາດ ວັດຊຽງທອງ ນະຄອນຫລວງພຣະບາງ

ພຣະສ່ຽງທວາຍ ທີ່ປະດິດສະຖານຢູ່ທີ່ ຫໍພຣະໄສຍາດ ວັດຊຽງທອງ ນະຄອນຫລວງພຣະບາງ ເປັນພຣະເກົ່າແກ່ອີກອົງຫນຶ່ງ ທີ່ຜູ້ຄົນທັງຫລາຍໄດ້ສຳຜັດ ແລະຍົກຍໍຂຶ້ນເປັນປະຈຳ ພຣະອົງນີ້ເປັນເນື້ອທອງສຳຣິດ ສີອອກທອງນາກ ເປັນພຣະປັດເຈກພຣະພຸດທະເຈົ້າ ປະດິດສະຖານຢູ່ຫໍພຣະໄສຍາດຂອງວັດຊຽງທອງ ເມື່ອກ່ອນແມ່ນເອົາໄວ້ຫໍແຫ່ງນີ້ເປັນປະຈຳ ເມື່ອຫລາຍປີຜ່ານມາທາງວັດແມ່ນໄດ້ຂຶ້ນເກັບຮັກສາໄວ້ ແຕ່ຈະອາຣາດທະນາລົງມາໃຫ້ພຸດທະບໍຣິສັດທັງຫລາຍໄດ້ຍົກຍໍ ສ່ຽງທວາຍ ໃນຍາມທີ່ມີພິທີອາຣາດທະນາພຣະເຈົ້າໝ່ານລົງຫົດສົງພ້ອມ

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.