Monday, November 10, 2025
Kbank Laos โอน รับ จ่าย

ກຸ່ມບໍລິສັດຢຸນນານ ຈຳກັດ ສປ ຈີນ ສຶກສາການລົງທຶນຢູ່ແຂວງຜົ້ງສາລີ

ທ່ານ ຄຳເຫລັກ ໃຈອີສານ ຫົວໜ້າພະແນກ ແຜນການ-ການລົງທຶນ ແຂວງຜົ້ງສາລີ ພ້ອມຄະນະ ​ໄດ້ຕ້ອນຮັບ ​ແລະ ພົບ​ປະ​ກັບ ກຸ່ມບໍລິສັດຢຸນນານຈຳກັດ ສປ ຈີນ ນຳໂດຍ ທ່ານ ຕີ ເວີນ ພ້ອມບັນດາ ຜູ້ອຳນວຍການ ສາຂາຂອງບໍລິສັດ ແລະ ຊ່ຽວຊານກ່ຽວຂ້ອງ ເພື່ອສຶກສາ ການລົງທຶນ ຢູ່​ແຂວງ​ຜົ້ງ​ສາລີ ທັງນີ້ ກໍເພື່ອດຶງດູດກຸ່ມບໍລິສັດ ຢຸນນານ ຈຳກັດ ສປ ຈີນ ເຂົ້າມາລົງທຶນປູກພືດ ທົດແທນ ການປູກຝິ່ນ ຢູ່ແຂວງຜົ່ງສາລີ, ທັງ​ເປັນ​ການ ສ້າງວຽກເຮັດ ງານທຳ, ສ້າງອາຊີບຄົງທີ່ ໃຫ້ແກ່ປະຊາຊົນ ໃນຊົນນະບົດ ໃຫ້ຫລຸດພົ້ນ ອອກຈາກ ຄວາມທຸກຍາກ ເທື່ອລະກ້າວ.

ການ​ພົບ​ປະ​ຄັ້ງ​ນີ້, ທ່ານ ຄຳເຫລັກ ໃຈອີສານ ກໍໄດ້ລາຍງານ​ໃຫ້​ຊາບ​ກ່ຽວ​ກັບ ສະພາບຈຸດພິເສດ, ການພັດທະນາເສດຖະກິດ-ສັງຄົມຂອງແຂວງ ໂດຍສະເພາະແມ່ນສະພາບການລົງທຶນຢູ່ແຂວງຜົ້ງສາລີ, ​ເຊິ່ງປັດຈຸບັນ ສປ ຈີນ ລົງທືນຢູ່ແຂວງຜົ້ງສາລີ ມີ 59 ໂຄງການມູນຄ່າ 250 ກວ່າລ້ານໂດລາສະຫະລັດ ເປັນຕົ້ນ ແມ່ນລົງທຶນ​ໃນ​ຂົງ​ເຂດກະສິກຳ, ບໍ່ແຮ່, ອຸດສາຫະກຳ-ການຄ້າ, ບໍລິການ ແລະ ອື່ນໆ, ​ໃນ​ນີ້,ລົງທຶນໃສ່ການສົ່ງເສີມກະກຳ 7 ບໍລິສັດ ມູນຄ່າ 19 ລ້ານໂດລາ, ພ້ອມ​ນີ້ ທ່ານຍັງໄດ້​ແຈ້ງ​ໃຫ້ບໍລິສັດ​ດັ່ງກ່າວ ​ໄດ້​ຮູ້​ເຖິງບັນດານະໂຍບາຍສົ່ງເສີມການລົງທຶນຂອງລາວ ແລະ ຂອງແຂວງຜົ້ງສາລີ ຕື່ມ​

ແຫຼ່ງຂໍ້ມູນ: ສຳນັກຂ່າວສານປະເທດລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.