ລັດຖະບານລາວ ຈັດງານສະຫລອງວັນເດັກສາກົນ 1 ມິຖຸນາ

ຕອນເຊົ້າມື້ນີ້ 31 ພຶດສະພານີ້, ຢູ່ສູນຮ່ວມມືສາກົນ ແລະ ຝຶກອົບຮົມລາວ-ຢີ່ປຸ່ນ ຫລື ໄອຊີທີຊີ ຫລັກ 5, ນະ ຄອນຫລວງວຽງຈັນ, ຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວຫນ້າຂອງແມ່ຍິງ, ແລະ ແມ່ແລະເດັກ (ຄຊກມດ) ຮ່ວມກັບ ອົງການຢູນີເຊັບປະຈໍາລາວ ໄດ້ຈັດງານສະເຫລີມສະຫລອງວັນເດັກສາກົນ ວັນທີ 1 ມິຖຸ ນາ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ປະທານຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວຫນ້າຂອງແມ່ຍີງ, ແລະ ແມ່ແລະເດັກ, ໂດຍມີການນໍາພັກ-ລັດ, ຜູ້ຕາງຫນ້າຈາກອົງການຢູນີເຊັບປະຈໍາລາວ, ແລະ ນັກຮຽນທີ່ມາຈາກ 7 ແຂວງ ໃນທົ່ວປະເທດ ພ້ອມດ້ວຍຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງອິນລາວັນ ແກ້ວບຸນພັນ, ປະທານສູນກາງສະຫະພັນແມ່ຍິງລາວ ທັງເປັນຮອງປະທານຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວຫນ້າຂອງແມ່ຍີງ, ແລະ ແມ່ ແລະເດັກ ໄດ້ມີຄໍາເຫັນວ່າ:

“ການຈັດງານສະເຫລີມສະຫລອງວັນເດັກສາກົນ, ວັນທີ 1 ມິຖຸນາ ໃນຄັ້ງນີ້ ເປັນໂອກາດດີສໍາລັບປະເທດຂອງພວກເຮົາ ຮ່ວມກັບປະເທດຕ່າງໆໃນໂລກ ໄດ້ເພີ່ມທະວີຄວາມເອົາໃຈໃສ່ ແລະ ໃຫ້ຄວາມສໍາຄັນຕໍ່ສິດທິເດັກ ເພື່ອໃຫ້ເຂົາເຈົ້າ ມີໄວທີ່ເຕັມໄປດ້ວຍຄວາມຢູ່ດີກີນດີ, ມີສ່ວນຮ່ວມ, ໄດ້ຮັບການປົກປ້ອງ ແລະ ໄດ້ຮັບການສົ່ງ ເສີມໃຫ້ມີການພັດທະນາດ້ານຕ່າງໆ ເພື່ອເຮັດໃຫ້ເດັກມີອານາຄົດທີ່ສົດໃສ ແລະ ກາຍເປັນຜູ້ໃຫຍ່ທີ່ມີຄຸນນະ ພາບ”.

ການຈັດງານສະເຫລີມສະຫລອງວັນເດັກສາກົນໃນປີນີ້ ຍັງເປັນການສ້າງຂະບວນການສະເຫລີມສະຫລອງວັນສົນສັນຍາວ່າດ້ວຍສິດທິເດັກຄົບຮອບ 30 ປີ, ວັນທີ 20 ພະຈິກ ໃຫ້ມີຂະບວນການຟົດຟື້ນ ນັບແຕ່ຂັ້ນສູນກາງ ຮອດ ຂັ້ນທ້ອງຖີ່ນຕື່ມອີກ. ສໍາລັບການຈັດງານສະເຫລີມສະຫລອງວັນເດັກສາກົນວັນທີ 1 ມິຖຸນາ ຂອງ ຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວຫນ້າຂອງແມ່ຍິງ, ແລະ ແມ່ແລະເດັກ ຮ່ວມກັບ ອົງການຢູນີເຊັບປະຈໍາລາວ ໃນຄັ້ງນີ້ ໄດ້ດໍາເນີນໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ ແລະ ມີຄວາມຫມາຍເລິກເຊິ່ງດີເຊີ່ງຜູ້ເຂົ້າຮ່ວມ ຍັງໄດ້ຮັບຊົມວີດີໂອ ກ່ຽວກັບ ການປຶກສາຫາລື ແລະ ເກັບກໍາຄໍາຄິດຄໍາເຫັນຂອງເດັກທີ່ຮໍ່າຮຽນໃນໂຮງຮຽນຕ່າງໆໃນທົ່ວປະເທດ, ຮັບຟັງການສະເຫນີຄໍາຄິດຄໍາເຫັນຂອງເດັກກ່ຽວກັບສະພາບການພັດທະນາເດັກໃນຕໍ່ຫນ້າ, ວິ​ໄສທັດ 2030 ລວມເຖີງ ສິ່ງທ້າທາຍທີ່ມີຕໍ່ເດັກ, ກິດຈະກໍາການຢອດຢາປ້ອງກັນພະຍາດໂປລີໂອ ແລະ ຊັ່ງນໍ້າຫນັກດ້ານໂພສະນາການໃຫ້ເດັກ, ການສະແດງສີລະປະວັນນະຄະດີ ລວມເຖີງ ກິດຈະກໍາສໍາຄັນອື່ນໆອີກຈໍານວນຫນື່ງ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...