ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າກະສິກຳ ແລະຫັດຖະກຳຄັ້ງທີ 15

ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ​ໄດ້​ຈັດງານຕະຫຼາດນັດວາງສະແດງສິນຄ້າກະສິກຳ ແລະຫັດຖະກຳຄັ້ງທີ 15 ຂຶ້ນໃນລະຫວ່າງວັນທີ 31 ພຶດສະພາ 2019 ທີ່ບ້ານຫວ້ຍແຫ່ ຫັກ 21, ໂດຍການເຂົ້າຮ່ວມຂອງທ່ານ ເມກສະຫັວນ ພົມພິທັກ ປະທານ​ສານ​ປະຊາຊົນ ​ແຂວງ​ຈໍາປາ​ສັກ, ມີຄະນະມີບັນດາແຂກຖືກເຊີນ, ພາຍໃນ ແລະຕ່າງແຂວງ, ຜູ້ປະກອບການທາງດ້ານກະສິກໍາຕົວແບບການຜະລິດ ເຂົ້າຮວ່ມ.

ທ່ານ ໂສມ ບຸດຕະກຸນ ເຈົ້າເມຶອງບາຈງງ ຈະເລີນສຸກ ກ່າວວ່າ:

ການຈັດງານຄັ້ງ​ນີ້: ເພື່ອເປັນການສືບທອດພູມປັນຍາ ແລະສົ່ງເສີມຜູ້ປະກອບການທາງດ້ານກະສິກຳ ແລະຫັດຖະ ກຳທີ່ກາຍເປັນສິນຄ້າພາຍໃນເມືອງ, ໃຫ້ສັງຄົມໄດ້ຮັບຮູ້ ແລະກ້າວເຂົ້າສູ່ຕະຫລາດຢ່າງກວ້າງຂວາງ, ເລັ່ງໃສ່ໃຫ້ມີການພັດທະນາ ສິນຄ້າກະສິກຳ ແລະຫັດຖະກຳໄປສູ່ຕະຫຼາດພາຍໃນ ແລະຕ່າງປະເທດ, ທັງກ້າວໄປສູ່ຄຸນນະ ພາບ, ສະອາດປອດໄພຕໍ່ຜູບໍລິໂພກ, ທັງເປັນການດຶງດູດການທ່ອງທ່ຽວພາຍໃນເມືອງບາຈຽງ ໃຫ້ມີບັນຍາກາດຄືກຄັກຍິ່ງໆຂຶ້ນ, ອີກຢ່າງໜຶ່ງກໍເປັນການເພີ່ມຖານລາຍຮັບ, ພ້ອມກັບສ້າງຂະບວນການຕ້ອນຮັບວັນປູກຕົ້ນໄມ້ແຫ່ງຊາດ ແລະວັນເດັກນ້ອຍສາກົນ ແລະກອງປະຊຸມໃຫຍ່ຄັ້ງທີ 8 ຂອງອົງຄະນະພັກເມືອງຄັ້ງທີ 8 ທີ່ຈະໄຂໃນມໍໆນີ້.

ງານຕະຫລາດນັດວາງສະແດງສິນຄ້າກະສິກຳ ແລະຫັດຖະກຳຄັ້ງທີ15 ນີ້ ຈັດ​ຂຶ້ນພາຍໃຕ້ຄຳຂວັນ ໝາກໄມ້ດີມີຄຸນະພາບ ປອດໄພຕໍ່ຜູ້ບໍລິໂພກ, ໂດຍມີຫລາຍກວ່າ 60 ພາກສວ່ນເຂົ້າຮວ່ມ ທັງພາຍໃນ ແລະຕ່າງແຂວງ, ສະເພາະຜະລິດຕະພັນກະສິກໍາປະກອບມີ: ໝາກຖົວລຽນ, ໝາກກວ້ຍ, ໝາກເງະ ແລະໝາກໄມ້ອື່ນໆ ແລະສິ້ນຄ້າຫັດຖະກຳຈຳນວນໜຶ່ງ, ເຊິ່ງງານແມ່ນໄດ້ດໍາເນີນແຕ່ວັນທີ 31 ພຶດສະພາ ໄປຈົນເຖິງ 2 ມີຖຸນາ 2019 ນີ້.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...