Monday, January 20, 2025

ນະຄອນຫລວງ​ວຽງຈັນ ພວມ​ເລັ່ງຕິດ​ຕັ້ງໝໍ້ນັບ​​ໄຟດິຈີ​ຕອນ (ຈົດໄຟອັດຕະໂນມັດ) ເພື່ອຜູ້​ຊົມ​ໃຊ້​ໄຟຟ້າ​ໄດ້​ຮັບ​ຄວາມ​ຍຸຕິ​ທໍາ

ໂຄງການຕິດ​ຕັ້ງໝໍ້ນັບ​ໄຟ​ທັນ​ສະ​ໄໝ ສະມາດ​ ມິ​ເຕີ, ຢູ່​ນະ​ຄອນ​ຫລວງ​ວຽງຈັນໄດ້​ລົງມື​​ແລ້ວ, ​ຊຶ່ງປັດຈຸບັນ​ຝ່າຍ​ປະຕິບັດ​ການ​ໄຟຟ້າ​ນະຄອນຫລວງ​ ພວມ​ເລັ່ງຕິດ​ຕັ້ງຢູ່​ໃນ 4 ຕົວ​ເມືອງ​ຄື: ​

ເມືອງ​ຈັນທະ​ບູລີ, ​ໄຊ​ເສດ​ຖາ, ສີ​ສັດຕະ​ນາກ ​ແລະ ສີ​ໂຄດ​ຕະບອງ

ຄາດ​ວ່າ​ຈະ​ໃຫ້​ສໍາ​ເລັດ​ພາຍ​ໃນ​ປີ​ນີ້, ​ເພື່ອ​ການ​ຈົດ​ນັບ​ໄຟ​ໄດ້​ຢ່າງ​ອັດຕະ​ໂນ​ມັດ ​ແລະ ​ເຮັດ​ໃຫ້ຝ່າຍຜູ້​ສະໜອງ ​ແລະ ຜູ້​ຊົມ​ໃຊ້​ໄຟຟ້າ​ໄດ້​ຮັບ​ຄວາມ​ຍຸຕິ​ທໍາ.

ທ່ານ ເຄນ ເທບວົງສາ ຜູ້ຊ່ວຍຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ຫົວໜ້າຝ່າຍປະຕິບັດການໄຟຟ້ານະຄອນຫລວງ ​ໃຫ້​ຮູ້​ວ່າ:

ໂຄງການຕິດຕັ້ງໝໍ້ນັບໄຟທັນສະ​ໄໝໃຫ້ປະຊາຊົນ ​ໃນ 4 ຕົວເມືອງຈະ​ມີ​ປະມານ 50.000 ໜ່ວຍ, ທີ່ເປັນໝໍ້ນັບໄຟດິຈີຕອນ ເພື່ອປ່ຽນແທນໝໍ້ນັບໄຟອານາລອກ 130.000 ກວ່າໜ່ວຍ.

ໂຄງການນີ້ໄດ້ຈັດຕັ້ງປະຕິບັດຢູ່ເມືອງຈັນທະບູລີກ່ອນໝູ່ໂດຍກໍານົດເອົາບ້ານໜອງສ້າງທໍ່ ແລະ ບ້ານອານຸ. ຈາກນັ້ນ, ກໍຈະສືບຕໍ່ຂະຫຍາຍໄປຍັງບ້ານອື່ນໆໃນ 4 ເມືອງໃຫ້ສໍາເລັດໃນທ້າຍປີ 2019 ຫລື ຕົ້ນປີ 2020 ໂດຍໄຟ ຟ້າລາວໄດ້ກໍານົດເອົານະຄອນຫລວງ​ວຽງຈັນເປັນຕົວແບບ ​ແລ້ວ​ຈຶ່ງຈະຂະຫຍາຍໄປເຂດແຂວງອື່ນໆ.

ສໍາລັບໝໍ້ນັບໄຟດິຈີຕອນແມ່ນຈະບໍ່ມີຄົນຈົດ, ບໍ່ສາມາດໄປສ້ອມແປງ ຫລື ງັດແງະ ຖ້າໄປແຕະຕ້ອງ ມັນກໍຈະຟ້ອງຂຶ້ນທັນທີຢູ່ສູນກາງ ເພາະມັນໃຊ້ລະບົບສາຍໄຍແກ້ວຄວບຄຸມ ແລະ ກໍລະນີຜູ້ໃຊ້ໄຟຫາກໃຊ້ເກີນມັນຈະຕັດແບບອັດຕະໂນມັດ ຍ້ອນລະບົບນີ້ໄດ້ປ້ອນຂໍ້ມູນຕົວເລກເຂົ້າການຊົມໃຊ້ຢູ່ໃນຂະຫນາດ 5/60 ອໍາແປ ແລະ ການຕັດຄັ້ງທໍາອິດເປັນການເຕືອນປະມານ 20-25 ນາທີ ຈຶ່ງກັບມາໃຊ້ໄດ້ປົກກະຕິ.

ເພື່ອໃຫ້ຜູ້ໃຊ້ໄຟຫລຸດການຊົມໃຊ້ໄຟລົງ ແຕ່ຖ້າຍັງບໍ່ປະຕິບັດຕາມການເຕືອນ ຂອງມັນແລ້ວ, ມັນກໍ່ຈະຕັດໄຟໄປເລີຍຖືວ່າໝໍ້ນັບໄຟແບບທັນສະ​ໄໝນີ້ຈະເຮັດໃຫ້ຜູ້ຊົມໃຊ້ບໍ່ສາມາດຕົວະໄດ້ວ່າຕົນເອງໃຊ້ໄຟໜ້ອຍ ຫຼຼືຫລາຍຢ່າງໃດ.

ພ້ອມ​ທັງສາມາດກວດກາການຊົມໃຊ້ໄດ້ທຸກຊົ່ວໂມງ ໂດຍເບິ່ງຜ່ານອິນເຕີເນັດທາງໂທລະສັບມືຖືໄດ້ ແລະ ສາມາດຮູ້ໄດ້ການໃຊ້ໄຟຟ້າແຕ່ລະວັນ ໂດຍສະເພາະໃນເວລາທີ່ຕົນເອງບໍ່ຢູ່ ກໍສາມາດເບິ່ງໄດ້ວ່າຜູ້ທີ່ຢູ່ເຮືອນໃຊ້ໄຟແບບໃດ.

ແຫຼ່ງຂໍ້ມູນ: ໜັງສືພິມລາວພັດທະນາ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

Airline Ratings ຢືນຢັນ Vietjet ເປັນສາຍການບິນທີີ່ປອດໄພທີີ່ສຸດໃນໂລກປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 15 ມັງກອນ 2025) – Vietjet ໄດ້ຮັບການຍອມຮັບອີກຄັັ້ງວ່າເປັນໜື່ງໃນສາຍການບິນທີີ່ ປອດໄພທີີ່ສຸດໃນໂລກໂດຍ Airline Ratings ເວັບໄຊຈັດອັນດັບຄວາມປອດໄພ ແລະ ຜະລິດຕະພັນສາຍການບິນຊືີ່ ດັງ ໃນການຈັດອັນດັບປະຈໍາປີ 2025

Vietjet ຂະຫຍາຍເຮືອບິນສຳເລັດໃນປີ 2024 ຄົບ 10 ລໍາ ພ້ອມກ້າວຂຶ້ນສູ່ປີ 2025

(ນະຄອນຫຼວງວຽງຈັນ, ມັງກອນ ວັນທີ 14.2025) – Vietjet ຕ້ອນຮັບເຮືອບິນ A321neo ACF (Airbus Cabin Flex) ໃໝ່ 2 ລໍາ ຈາກ Airbus ຮອດທ້າຍປີ 2024. ສາຍການບິນຍັງໄດ້ເພີ່ມເຮືອບິນ Charter ຕື່ມອີກ 4 ລຳ ໃຫ້ແກ່ຝູງເຮືອບິນໃນວັນທີ 8 ມັງກອນນີ້ ເພື່ອຮອງຮັບຄວາມຕ້ອງການການເດີນທາງທີ່ສູງໃນຊ່ວງເທດສະການກຸດຈີນ ເຊິ່ງ​ແມ່ນ​ງານ​ເທດສະການທີ່ໃຫຍ່​ທີ່​ສຸດ​ຂອງ​ຫວຽດ​ນາມ. ຄວາມສໍາເລັດນີ້ກວມເອົາປີຂອງການຂະຫຍາຍຕົວຢ່າງຕໍ່ເນື່ອງແລະການຂະຫຍາຍຕົວຂອງເຄືອຂ່າຍເສັ້ນທາງຂອງພວກເຮົາ. ​ເຊິ່ງຈະ​ຊຸກຍູ້​ສາຍ​ການບິນ​ໃຫ້​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່​ໃນ​ປີ 2025.

ທ່ຽວຊ່ວງທ້າຍປີ ດີແນວໃດ?

ເຈົ້າເປັນຄົນໜຶ່ງບໍ ທີ່ມັກວາງແຜນການທ່ອງທ່ຽວໃນຊ່ວງທ້າຍປີ? ເຊື່ອວ່າຫຼາຍຄົນຈະຕອບວ່າ “ແມ່ນ” ເພາະຊ່ວງທ້າຍປີ ແມ່ນຊ່ວງທີ່ມີຄວາມພິເສດຫຼາຍຢ່າງ ທັງເທສະການ, ຄວາມງາມຂອງບັນຍາກາດ ບວກກັບອາກາດທີ່ດີເໝາະແກ່ການເດີນທາງໄປພັກຜ່ອນຢ່ອນໃຈທີ່ສຸດ; ແຕ່ຮູ້ບໍ່ວ່າ ມັນມີຫຼາຍເຫດຜົນກວ່ານັ້ນ ທີ່ເຮັດໃຫ້ຄົນສ່ວນຫຼາຍມັກພາຕົນເອງອອກເດີນທາງທ່ອງທ່ຽວໃນຊ່ວງທ້າຍປີ ລອງມາເບິ່ງນຳກັນວ່າມີຫຍັງແດ່: