Saturday, November 15, 2025
Kbank Laos โอน รับ จ่าย

ສລຍ ຈັດປະຖົມນິເທດລາງວັນຮອນດາ ສຳລັບນັກວິທະຍາສາດ ໃຫ້ແກ່ນັກສຶກສາ 3 ຄະນະວິຊາ ມ.ຊ

ເພື່ອເປັນການເປີດໂອກາດໃຫ້ແກ່ນັກວິສະວະກອນ ແລະນັກວິທະຍາສາດໜຸ່ມທີ່ມີຄວາມຮູ້-ຄວາມສາມາດ ທາງດ້ານວິທະຍາສາດ ທີ່ກຳລັງສຶກສາຢູ່ໃນມະຫາວິທະຍາໄລແຫ່ງຊາດເວົ້າລວມ; ເວົ້າສະເພາະແມ່ນ ນັກສຶກສາ ຄະ ນະວິສະວະກຳສາດ, ຄະນະວິທະຍາສາດທຳມະຊາດ ແລະຄະນະຊັບພະຍາກອນນໍ້າ ໄດ້ເຂົ້າຮ່ວມການແຂ່ງຂັນເພື່ອຊີງທຶນການສຶກສາ ຈາກມູນນິທິລາງວັນຮອນດາ.

ທີ່ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຢີ່ປຸ່ນ ໄດ້ຈັດປະຖົມນິເທດລາງວັນຮອນດາ ສຳລັບນັກວິທະ ຍາສາດ ແລະນັກວິທະຍາສາດໜຸ່ມ ໃຫ້ແກ່ນັກສຶກສາ 3 ຄະນະວິຊາ( ຄະນະວິສະວະກໍາສາດ, ຄະນະຊັບພະຍາ ກອນນໍ້າ ແລະຄະນະວິທະຍາສາດທໍາມະຊາດ) ເພື່ອສະໝັກເຂົ້າຮ່ວມແຂ່ງຂັນຊີງລາງວັນຮອນດາ Y-E-S Award ປະຈຳປີ 2019, ໂດຍການນໍາສະເໜີໂດຍ ທ່ານ ຮສ. ປອ. ບຸນລ້ວນ ດວ້ງເງິນ ຜູ້ອຳນວຍການສະຖາ ບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ, ພາຍໃນແຕ່ລະຄະນະວິຊາ ມີບັນດາຫົວໜ້າພາກວິຊາ, ບັນດາຄະນະກໍາມະການຮັບຜິດຊອບໂຄງການລາງວັນຮອນດາ, ພະນັກງານ, ຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມຮັບຟັງ.

ໃນທີ່ປະຊຸມ, ທ່ານ ຮສ. ປອ. ບຸນລ້ວນ ດວ້ງເງິນ ນໍາສະເໜີໃຫ້ຮູ້ກ່ຽວກັບທຶນການສຶກສາ ຈາກມູນນິທິຮອນດາ ທ່ານໃຫ້ຮູ້ວ່າ:

ລາງວັນຮອນດາ Y-E-S Award ແມ່ນທຶນການສຶກສາ ຈາກມູນນິທິນຮອນດາ ປະເທດຍີ່ປຸ່ນ ເຊິ່ງປະທານຂອງທຶນການສຶກສາດັ່ງກ່າວແມ່ນ ທ່ານ ຮິໂຣະໂຕະ ອິຊິດະ (Hiroto Ishida), ເຊິ່ງເປັນທຶນການສຶກສາໃຫ້ແກ່ນັກສຶກສາຜູ້ທີ່ມີຄວາມຮູ້ ຄວາມສາມາດ ທັງນີ້ກໍເພື່ອແນໃສ່ສົ່ງເສີມ ແລະສ້າງໃຫ້ນັກສຶກສາກາຍເປັນຜູ້ນໍາທາງດ້ານວິທະຍາສາດເຕັກໂນໂລຊີໃຫ້ມີຄວາມກ້າວໜ້າ.

ນອກນັ້ນ ທ່ານໄດ້ແນະນໍາເຖິງວິທີການສະໝັກທຶນ, ການຄັດເລືອກ ແລະຄວາມສໍາຄັນຂອງທຶນການສຶກສາ ຈາກມູນນິທິຮອນດາ, ໂດຍເປີດຮັບສະໝັກນັກສຶກສາປີລະຄັ້ງ ແລະເປັນນັກສຶກສາທີ່ກໍາລັງສຶກສາມະຫາວິທະ ຍາໄລແຫ່ງຊາດ ຢູ່ໃນປີ 3,4 ຂອງຄະນະວິສະວະກຳສາດ, ຄະນະວິທະຍາສາດທຳມະຊາດ ແລະຄະນະຊັບພະຍາ ກອນນໍ້າເທົ່ານັ້ນ, ເຊິ່ງການສະໝັກແມ່ນເລີ່ມແຕ່ ວັນທີ 31 ພຶດສະພາ ໄປຈົນເຖິງ 20 ມິຖຸນາ 2019.

ຫຼັງຈາກນັ້ນ ທາງຄະນະກໍາມະການຂອງໂຄງການລາງວັນຮອນດາ ຈະຄັດເລືອກເອົາພຽງ 35 ຄົນ ເຂົ້າຮ່ວມການສອບເສັງພາກຂຽນພາສາລາວ ແລະພາສາອັງກິດ, ຈາກນັ້ນຄັດໃຫ້ເຫຼືອພຽງ 15 ຄົນສຸດທ້າຍ ເຂົ້າຮອບການສຳ ພາດ ແລະສໍາພາດເປັນພາສາອັງກິດ ສຸດທ້າຍຄັດເອົາ ນັກສຶກສາພຽງ 2 ຄົນເທົ່ານັ້ນ ເປັນຜູ້ຊະນະ.

ນັກສຶກສາຜູ້ຊະນະ ຈະໄດ້ຮັບທຶນການສຶກສາຈຳນວນ 3.000 ໂດລາສະຫະລັດ ຫຼືປະມານ 24.000.000(ຊາວສີ່ລ້ານກີບ) ພ້ອມທັງໄດ້ຮັບສິດທິໃນການເລືອກສຶກສາຕໍ່ໃນລະດັບ ປະລິນຍາໂທ ຫຼື ປະລິນຍາເອກ ທີ່ປະເທດຍີ່ປຸ່ນ ໂດຍການໃຫ້ທຶນຂອງມູນນິທິຮອນດາ.

ຂະນະດຽວກັນ, ນັກສຶກສາທີ່ເຂົ້າຮ່ວມຍັງໄດ້ຮັບຟັງການເລົ່າປະສົບການ ແລະເທັກນິກການເຂົ້າຮ່ວມແຂ່ງຂັນ ຈາກນັກສຶກສາທີ່ໄດ້ຮັບລາງວັນຮອນດາໃນປີຜ່ານມາ ທັງນີ້ກໍເພື່ອເປັນແນວທາງ ແລະແຮງຈູງໃຈແກ່ນັກສຶກສາອີກດ້ວຍ.    

ແຫຼ່ງຂໍ້ມູນ:  National University of Laos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.