ມອບ-ຮັບຂົວເຊກຸມກາມ ແລະ ຂົວເຊທ່າມວກ ຢູ່ເມືອງພີນ ແຂວງສະຫວັນນະເຂດ ເປັນທຶນຊ່ວຍເຫຼືອລ້າຈາກຍີ່ປຸ່ນ

ຢູ່ທີ່ຂົວເຊທ່າມວກ ເມືອງພີນໄດ້ຈັດພິທີ ມອບ-ຮັບ ແລະ ເປີດການນຳໃຊ້ຂົວເຊກຸມກາມ ແລະ ຂົວເຊທ່າມວກ ຢ່າງເປັນທາງການ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ນາງ ໂຕຊະໂກະ ອາເບະ ຮອງລັດຖະມົນຕີກະຊວງຕ່າງປະເທດ ຍີ່ປຸ່ນ, ແລະ ທ່ານ ໂພໄຊ ໄຊຍະສອນ ຮອງເຈົ້າແຂວງສະຫວັນນະເຂດ ພ້ອມມີບັນດາຕາງໜ້າກະຊວງ , ຄະນະກົມ-ພະແນກການ, ພາກສ່ວນຕ່າງໆທີ່ກ່ຽວຂ້ອງທັງສອງປະເທດ ລາວ-ຍີ່ປຸ່ນເຂົ້າຮ່ວມ.

ໃນພິທີ ທ່ານ ວັນທອງ ບຸດຕະນະວົງ ຮອງຫົວໜ້າກົມຂົວທາງກະຊວງໂຍທາທິການ ແລະ ຂົນສົ່ງ ກໍ່ໄດ້ລາຍງານກ່ຽວກັບຄວາມເປັນມາຂອງໂຄງການວ່າ:

ໃນປີ 2016 ລັດຖະບານແຫ່ງປະເທດຢີ່ປຸ່ນ,ໄດ້ຕົກລົງສະຫນັບສະໜູນໃນການຊ່ວຍເຫຼືອລ້າແກ່ ສປປ ລາວເພື່ອກໍ່ສ້າງຂົວ 2 ແຫ່ງ ຄືຂົວເຊກຸມກາມ ແລະ ຂົວເຊທ່າມວກ ໂດຍມີການເຊັນສັນຍາລະຫວ່າງກົມສາກົນ, ກະ ຊວງແຜນການ ແລະ ການລົງທຶນເຊິ່ງເປັນຕົວແທນໃຫ້ແກ່ລັດຖະບານແຫ່ງ ສປປລາວ ແລະ ອົງການຮ່ວມມືສາກົນແຫ່ງປະເທດຍີປຸ່ນທີ່ເປັນຕົວແທນໃຫ້ແກ່ລັດຖະບານຍີ່ປຸ່ນ.

ຂົວເຊກຸມກາມ ແລະ ເຊທ່າມວກ ມີໂຄງເສົາຂົວ ແລະ ຫນ້າຂົວ ເປັນເບຕົງເສີມເຫຼັກ ສາມາດຮັບນໍ້າຫນັກໄດ້11ໂຕນ/ເພົາ,ເປັນຂົວຂາງເຫຼັກ ທີ່ມີຄວາມສາມາດທົນທານຕໍ່ການເຂົ້າໝ້ຽງສູງ ຂົວເຊກຸມກາມມີຄວາມຍາວ160ແມັດ, ກ້ວາງ10ແມັດກ່ວາ, ແບ່ງອອກເປັນ 3 ຊ່ວງ ແລະ ຂົວເຊທ່າມວກຍາວ 160ແມັດ,ກວ້າງເກືອບ 12 ແມັດ,ແບ່ງອອກເປັນ 4 ຊ່ວງ ພ້ອມກັນນີ້ກໍໄດ້ກໍ່ສ້າງທາງເຂົ້າຂົວທັງ2ແຫ່ງ ເຊິ່ງປູດ້ວຍຢ່າງອັດສະຟານມີໄລຍະທາງທັງຫມົດ 2.056 ແມັດ.

ນອກນີ້ຍັງໄດ້ກໍ່ສ້າງລະບົບຕ້ານເຈື່ອນດ້ວຍກະຕ່າຫີນ-ປູກຫຍ້າ ແລະ ຕິດຕັ້ງລະບົບໄຟແສງສະຫວ່າງ ແລະ ເຄື່ອງຫມາຍຈະລາຈອນຄົບຊຸດໂດຍການຮັບເໝົາຂອງບໍລິສັດຮາຊາມາອັນໂດ ແລະ ບໍລິສັດເຈເອັຟຈີເອັນຈິເນຍລີ້ງ,ເຊິ່ງໃຊ້ໄລຍະເວລາ 31 ເດືອນໂດຍເລີ່ມແຕ່ວັນທີ 6 ທັນວາ 2016 ຫາວັນທີ 30 ມິຖຸນາ 2019 ຜ່ານການຈັດຕັ້ງປະຕິບັດໂຄງການແມ່ນໄດ້ສໍາເລັດກ່ອນກຳນົດເຊິ່ງມີມູນຄ່າການກໍ່ສ້າງທັງຫມົດ194 ຕື້ກີບໂດຍແມ່ນທຶນຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນ ແລະ ທຶນຂອງລັດຖະບານລາວແມ່ນ 2 ຕື້ 790 ລ້ານກີບ. 


ຈາກນັ້ນຮອງລັດຖະມົນຕີກະຊວງຕ່າງປະເທດຍີ່ປຸ່ນ ກໍ່ໄດ້ກ່າວມອບ ຂົວທັງ 2 ແຫ່ງໃຫ້ກັບລັດຖະບານລາວ. ແລ້ວທ່ານ ວຽງສະຫວັດ ສີພັນດອນ ຮອງລັດຖະມົນຕີກະຊວງໂຍທາ ທິການ ແລະ ຂົນສົ່ງ ກໍ່ໄດ້ກ່າວມອບຕໍ່ໃຫ້ກັບແຂວງເປັນຜູ້ຊົມໃຊ້.

ຈາກນັ້ນທ່ານ ໂພໄຊ ໄຍຍະສອນ ຮອງເຈົ້າແຂວງສະຫວັນນະເຂດກໍ່ໄດ້ກ່າວຮັບ ແລະ ກ່າວຄຳຂອບໃຈ ຕໍ່ລັດຖະ ບານຍີ່ປຸ່ນທີ່ເຫັນວ່າໂຄງການກໍ່ສ້າງຂົວເຊກຸມກາມ ແລະ ຂົວເຊທ່າມວກຕາມແລວເສັ້ນທາງເລກ 9 ເປັນໂຄງ ການທີ່ມີຄວາມສຳຄັນຫຼາຍໃນດ້ານການຂົນສົ່ງທາງບົກ ແລະ ເປັນໂຄງການທີ່ສຳຄັນທາງດ້ານ ເສດຖະກິດ ແລະ ສັງຄົມ ປະດອບສ່ວນເຂົ້າໃນການຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດແຫ່ງຊາດ 5 ປີ ເທື່ອທີ VIII ຂອງລັດຖະບານ.

ເວົ້າລວມເວົ້າສະເພາະ ແມ່ນແຜນພັດທະນາເສດຖະກິດ-ສັງຄົມຄົມ ແຂວງສະຫວັນນະເຂດ ຂໍໃຫ້ຄຳໝັ້ນສັນຍາວ່າຈະຊີ້ນຳພະແນກການ,ອຳນາດການປົກຄອງ ແລະ ປະຊາຊົນທີ່ກ່ຽວຂ້ອງ ຊ່ວຍກັນປົກປັກຮັກສາ ,ຖະນຸຖະໜອມ,ປົວແປງໃຫ້ຂົວຮັບປະກັນທາງເຕັກນິກ,ຄົງທົນຍາວນານ ຮັບໃຊ້ການຄົມມະນາຄົມຂົນສົ່ງປະກອບສ່ວນເຂົ້າໃນການພັດທະນາເສະຖະກິດ-ສັງຄົມໃຫ້ສົມກັບການສະໜັບສະໜູນຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນແລະ ຫວັງຢ່າງຍິ່ງວ່າຈະໄດ້ຮັບການສະໜັບສະໜູນຊ່ວຍເຫຼືອໂຄງການອື່ນໆທີ່ສຳຄັນ ແລະ ມີຄວາມໝາຍຕື່ມອີກຈາກລັດຖະບານ ແລະປະຊາຊົນຍີ່ປຸ່ນ.

ແຫຼ່ງຂໍ້ມູນ: Media Laos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...