Saturday, November 15, 2025
Kbank Laos โอน รับ จ่าย

ທົ່ວແຂວງຄຳມ່ວນ ມີຜູ້ຕິດເຊື້ອໄຂ້ເລືອດອອກ 458 ຄົນ ແລະ ເສຍຊີວິດໄປແລ້ວ 2 ຄົນ

ພຽງ 6 ເດືອນ ຕົ້ນປີ 2019 ທົ່ວແຂວງຄຳມ່ວນ ມີຜູ້ຕິດເຊື້ອໄຂ້ເລືອດອອກແລ້ວ 456 ກໍລະນີ ໃນນັ້ນມີຜູ້ ເສຍຊີວິດແລ້ວ 2 ຄົນ ທຽບໃສ່ໝົດປີ 2018 ຜ່ານມາມີຜູ້ຕິດເຊື້ອພຽງແຕ່ 206 ຄົນ ແລະ ບໍ່ມີກໍລະນີເສຍຊີວິດ.

ທ່ານ ດຣ ມິໄຊພອນ ສຸວັນນະລາດ ຮອງຜູ້ອຳນວຍການໂຮງໝໍແຂວງຄຳມ່ວນ ໃຫ້ສຳພາດຕໍ່ນັກຂ່າວທ້ອງຖິ່ນ ເມື່ອວັນທີ 11 ມິຖຸນາ 2019 ວ່າ:

ນັບແຕ່ຕົ້ນເດືອນມັງກອນ ຫາ ເດືອນມິຖູນາ 2019 ໃນທົ່ວແຂວງຄຳມ່ວນ ພົບຜູ້ຕິດເຊື້ອໄຂ້ເລືອດອອກທີ່ມາຮັບການບໍລິການປິ່ນປົວຢູ່ພາຍໃນໂຮງໝໍ ແລະ ສຸກສາລາແຫ່ງຕ່າງໆທົ່ວແຂວງແລ້ວ ຈຳນວນ 458 ຄົນ ໃນນີ້ເຂດທີ່ມີຕົວເລກຜູ້ຕິດເຊື້ອຫຼາຍແມ່ນເມືອງທ່າແຂກມີເຖິງ 173 ຄົນ, ຍົມມະລາດ 126 ຄົນ, ມະຫາໄຊ 41 ຄົນ ແລະ ເມືອງທີ່ໜ້ອຍກວ່າໝູ່ແມ່ນ ເມືອງໄຊບົວທອງ 1 ຄົນ.

ກໍລະນີທີ່ມີຜູ້ເສຍຊີວິດແລ້ວຈຳນວນ 2 ຄົນ ເຊິ່ງເປັນຄົນເຈັບຈາກເມືອງຍົມມະລາດ ແມ່ນຍ້ອນຄົນເຈັບມີອາ ການຮຸນແຮງ ແລ້ວຈຶ່ງເຂົ້າມາຮັບປິ່ນປົວ ແລະ ມີພະຍາດແຊກຊ້ອນເປັນຕົ້ນແມ່ນພະຍາດ ເລືອດຈາງ ເຮັດໃຫ້ເກີນຄວາມສາມາດຂອງ ພະນັກງານແພດ-ໝໍທີ່ຈະຮັກສາໄດ້.

ທຽບໃສ່ປີ 2018 ຜ່ານມາ ທົ່ວແຂວງມີຜູ້ຕິດເຊື້ອພະຍາດໄຂ້ເລືອດອອກທັງໝົດ 206 ຄົນ ແຕ່ບໍ່ມີກໍລະນີທີ່ເສຍຊີວິດ. 

ສ່ວນພະຍາດດັ່ງກ່າວແມ່ນສາມາຕິດເຊື້ອດ້ວຍຍຸງເທົ່ານັ້ນ ໂດຍການແຜ່ລະບາດດ້ວຍການກັດຄົນທີ່ຕິດເຊື້ອ ແລ້ວນຳເຊື້ອໄປສູ່ຄົນອື່ນໆ ສ່ວນຜູ້ທີ່ຕິດເຊື້ອຈະມີອາການເປັນໄຂ້, ໂຕຮ້ອນ, ເລືອດອອກຕາມຮ່າງກາຍ ແລະ ບາງກໍລະນີກໍ່ມີອາການຖອກທ້ອງຕື່ມອີກ ແຕ່ເຖິງຢ່າງໃດກໍ່ຕາມພະຍາດດັ່ງກ່າວແມ່ນສາມາດປ້ອງກັນໄດ້ ແລະ ວິທີປ້ອງກັນທີ່ດີທີ່ສຸດກໍ່ຄືການກຳຈັດແຫຼ່ງເພາະພັນຂອງຍຸງລາຍ ໂດຍສະເພາະການອະນາໄມແອ່ງນ້ຳ, ກະໂປະ, ກະປ໋ອງ ແລະ ພາສະນະກັກຂັງນ້ຳອື່ນໆ ທີ່ຍຸງສາມາດໄຂ່ ແລະ ຂະຫຍາຍພັນໄດ້.

ດຣ ມິໄຊພອນ ກ່າວອີກວ່າ:

ໃນປະຈຸບັນຢູ່ໃນໂຮງໝໍແຂວງຄຳມ່ວນແມ່ນຈະມີການເຝົ້າລະວັງຕະຫຼອດປີ ບໍ່ສະເພາະແຕ່ໃນລະດູຝົນເທົ່ານັ້ນ ເນື່ອງຈາກວ່າໄຂ້ເລືອດອອກແມ່ນສາມາດພົບເຫັນໄດ້ຕະຫຼອດປີ ແຕ່ຈະພົບເຫັນ ຫຼາຍກໍ່ຄືໃນຊ່ວງລະດູຝົນ ໂດຍມີການກຽມພ້ອມບໍ່ວ່າຈະເປັນທາງດ້ານບຸກຄະລາກອນ, ໃນທຸກປີຈະມີການຝຶກອົບຮົມ ຄວາມຮູ້, ຄວາມສາມາດຂອງພະນັກງານແພດ-ໝໍ ໂດຍສະເພາະການບົ່ງມະຕິ ແລະ ການຕິດຕາມປິ່ນປົວ ນອກນັ້ນຍັງມີ ສະພາການແພດ ເພື່ອລະດົມສະໝອງໃນເວລາຄົນເຈັບຢູ່ໃນຂັ້ນວິກິດ ແລະ ມີການກຽມຄວາມພ້ອມຫ້ອງສະເພາະ ທີ່ຮອງຮັບຄົນເຈັບທີ່ມີອາການເຕືອນ ຫຼືມີອາການຮຸນແຮງ ໂດຍມີທ່ານໝໍທີ່ມີຄວາມຮູ້ ແລະ ມີປະສົບການສູງຄອຍ ປະຈຳບໍລິການປິ່ນປົວ ເພື່ອຮັບມືແກ້ໄຂໃຫ້ທັນກັບສະພາບການ.

ແຫຼ່ງຂ້ໍມູນ: Midia Laos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.