ສະແດງສິລະປະກັງຟູ ຮັດແໜ້ນການຮ່ວມມື ສົ່ງເສີມປີທ່ອງທ່ຽວ ລາວ-ຈີນ

 ໃນວັນທີ 9 ມິຖຸນາ 2019, ກະຊວງຖະແຫລງຂ່າວວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຫ່ງ ສປປ ລາວ ຮ່ວມກັບ ກະຊວງວັດທະນະທໍາ ແລະ ທ່ອງທ່ຽວ ແຫ່ງ ສປ ຈີນ ແລະ ສະຖານທູດຈີນ ປະຈໍາ ສປປ ລາວ ຈັດງານ “ລາຕີແຫ່ງວັດທະນະທໍາ ແລະ ທ່ອງທ່ຽວຈີນ” ຂຶ້ນທີ່ຫໍວັດທະນະທໍາແຫ່ງຊາດ ນະຄອນຫລວງວຽງຈັນ, ໂດຍມີ ທ່ານ ບໍ່ແສງຄໍາ ວົງດາລາ ລັດຖະມົນຕີ ກະຊວງ ຖວທ, ທ່ານ ຈ່າງຊູ້ ຮອງລັດຖະມົນຕີ ກະຊວງວັດທະນະທໍາ ແລະ ທ່ອງທ່ຽວຈີນ, ພ້ອມດ້ວຍນັກຮຽນ, ນັກສຶກສາ ແລະ ມວນຊົນຊາວນະຄອນຫລວງວຽງຈັນ ເຂົ້າຮ່ວມ. ພາຍໃນງານ ໄດ້ນຳສະເໜີ ພາບໂຄສະນາ ການທ່ອງທ່ຽວຈີນ, ພ້ອມດ້ວຍ ການສະແດງ ທີ່ໜ້າຕື່ນເຕັ້ນ ທີ່ໜ້າປະທັບໃຈ ຂອງມວຍໄທເກັກ ແລະ ກັງຟູ ເຊົ້າຫລິນ ຂອງແຂວງເຫີໜານ.

ພ້ອມນີ້, ຍັງມີການວາງສະແດງ ຮູບພາບທ່ອງທ່ຽວຈີນ, ການສະແດງການຕັດເຈ້ຍ ລາຍຈີນ, ການເຮັດວີແບບຈີນ ແລະ ອື່ນໆ.

ໂອກາດດັ່ງກ່າວ, ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີ ກະຊວງ ຖວທ ແຫ່ງ ສປປ ລາວ ກ່າວວ່າ: ປະເທດຈີນ ເປັນປະເທດທີ່ສໍາຄັນທາງດ້ານຕະຫລາດການທ່ອງທ່ຽວ ຂອງລາວ, ຝ່າຍລາວ ຫວັງວ່າຈະເພີ່ມທະວີການຮ່ວມມືແລກປ່ຽນທາງດ້ານວັດທະນະທໍາ ແລະ ທ່ອງທ່ຽວລາວ-ຈີນ, ບຸກເບີກສັກກະຍະພາບ ຂອງຕະຫລາດ ການທ່ອງທ່ຽວທັງສອງປະເທດ.

ວັດທະນະທໍາ ແລະ ທ່ອງທ່ຽວ ເປັນກໍາລັງແຮງອັນສໍາຄັນໜຶ່ງ ທີ່ຊ່ວຍສົ່ງເສີມ ການແລກປ່ຽນ ທາງດ້ານວັດທະນະທໍາ, ຄວາມເຂົ້າອົກເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນຂອງສອງຊາດ ລາວ-ຈີນ ແລະ ເຊື່ອວ່າ ການຈັດງານໃນຄັ້ງນີ້, ຈະຊ່ວຍເພີ່ມທະວີມູນເຊື້ອມິດຕະພາບ ລະຫວ່າງ ປະຊາຊົນສອງຊາດ ລາວ-ຈີນ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.

ທ່ານ ຈ່າງຊູ້ ໄດ້ກ່າວວ່າ: ນັບຕັ້ງແຕ່ ມີສາຍພົວພັນ ທາງການທູດ ສອງປະເທດ ລາວ-ຈີນ ກໍໄດ້ມີການສະໜັບ ສະໜູນກັນທາງດ້ານການເມືອງ, ມີການຮ່ວມມືທາງເສດຖະກິດຢ່າງຮອບດ້ານ, ມູນເຊື້ອແຫ່ງມິດຕະພາບ ກໍໄດ້ມີການພັດທະນາ ສູ່ລວງເລິກຢ່າງບໍ່ຢຸດຢັ້ງ.

ໄດ້ມີການຕົກລົງຮ່ວມມື ຈັດປີທ່ອງທ່ຽວລາວ-ຈີນ, ຈີນ-ລາວ ມີການພົວພັນແລກປ່ຽນທາງດ້ານວັດທະນະທໍາ ແລະ ທ່ອງທ່ຽວຂອງສອງປະເທດ ກໍ່ເພີ່ມທະວີ ຄວາມແໜ້ນແຟ້ນຍິ່ງໆຂຶ້ນ ແລະ ໃນວັນດຽວກັນ, ກໍໄດ້ມີການສະແດງມວຍໄທເກັກ ແລະ ກັງຟູ ຢູ່ຫໍພິພິທະພັນແຫ່ງຊາດ ນະຄອນຫລວງວຽງຈັນຕື່ມອີກ. 

ແຫຼ່ງຂໍ້ມູນ: ສຳນັກຂ່າວສານປະເທດລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...