ສ້າງຈິດສຳນຶກກ່ຽວກັບການຢຸດຕິຄ້າຂາຍສັດປ່າ ໂດຍຜ່ານງານສິລະປະ

ນັກສິລະປີນຈາກສະຫະລັດອາເມລິກາໄດ້ມາຢ້ຽມຢາມ ສປປ ລາວ ເພື່ອເຮັດວຽກຮ່ວມກັບບັນດານັກສຶກສາ ແລະ ນັກອອກແບບ ເພື່ອສ້າງຈິດສຳນຶກກ່ຽວກັບການຄ້າຂາຍສັດປ່າໃນຂົງເຂດພາກພື້ນໂດຍຜ່ານໂຄງການ “ການປົກປັກຮັກສາສັດປ່າໂດຍຜ່ານງານສິລະປະ”.

ນັກສິລະປີນຈາກນີວຢອກ ມິດເຊວ ເບັນຈາມີນ ໄດ້ເດີນທາງມາ ນະຄອນຫຼວງວຽງຈັນ ແລະ ນະຄອນ ຫຼວງພະບາງ ພາຍໃຕ້ໂຄງການ Arts Envoy Program ຂອງກະຊວງການຕ່າງປະເທດ ສະຫະລັດອາເມລິກາ ໄດ້ຮ່ວມກັບຫໍສະມຸດຫຼວງພະບາງເພື່ອເປັນເຈົ້າພາບໃນການຈັດໂຄງການນີ້ຂື້ນຢູ່ທີ່ ສູນອາ ເມລິກາ American Corner.

ຢູ່ທີ່ສອງສະຖານທີ່ນີ້ ທ່ານ ເບັນຈາມີນ ໄດ້ເຮັດວຽກຮ່ວມກັບນັກສິລະປະເກືອບ 40ຄົນ ລວມທັງ ນັກສຶກສາ ສ້າງສີມື ເພື່ອທີ່ຈະຜະລິດງານສິລະປະເພື່ອດຶງດູດຄວາມສົນໃຈກ່ຽວກັບສະພາບຂອງບັນດາສັດປ່າທີ່ປະເຊີນກັບການສູນພັນອັນເນື່ອງມາຈາກ ການລ້າສັດເກີນຂອບເຂດ ຫຼື ການຄ້າຂາຍສັດປ່າ.

ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ "Green Active Generation" ພັດທະນາປະເທດໃຫ້ຍືນຍົງ 5 ພະຈິກ 2026 - ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ...

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.