ຂໍຂອບໃຈນຳຜູ້ສະໜັບສະໜູນ

ຫ້ອງ­ການ​ສາ­ທາ­ລະ­ນະ​ສຸກ ເມືອງ​ນາ​ຊາຍ​ທອງ ນະ­ຄອນ­ຫຼວງ​ວຽງ​ຈັນ ສົມ­ທົບ​ກັບ​ຫ້ອງ­ການ​ກ່ຽວ­ຂ້ອງ ແລະ ອຳ­ນາດ​ການ​ປົກ­ຄອງ​ບ້ານ​ນາ​ຊັບ ໄຂ​ສັບ­ປະ­ດາ​ປ່ອຍ​ປາ​ຫາງ​ນົກ​ຍຸງ ຂຶ້ນ​ວັນ​ທີ 6 ມິ­ຖຸ­ນາ 2019 ຢູ່​ວັດ​ບ້ານ​ນາ​ຊັບ ໂດຍ​ມີ​ທ່ານ ຄຳ​ພັນ ຂັນ​ທິ​ລາດ ຮອງ​ຫົວ­ໜ້າ​ຫ້ອງ­ການ​ສາ­ທາ­ລະ­ນະ​ສຸກ​ເມືອງ​ນາ​ຊາຍ​ທອງ ມີ​ຕາງ­ໜ້າ​ບັນ­ດາ​ຫ້ອງ­ການ​ອ້ອມ​ຂ້າງ ອຳ­ນາດ​ການ​ປົກ­ຄອງ 54 ບ້ານ ເຂົ້າ​ຮ່ວມ.

ທ່ານ ຄຳ​ພັນ ຂັນ​ທິ​ລາດ ໃຫ້​ສຳ­ພາດ​ວ່າ: ສັບ­ປະ­ດາ​ປ່ອຍ​ປາ​ຫາງ​ນົກ​ຍຸງ ໄດ້​ຈັດ​ຂຶ້ນ​ທຸກ​ປີ ເພື່ອ​ແນ­ໃສ່​ຈັດ​ຕັ້ງ​ປະ­ຕິ­ບັດ​ວຽກ​ງານ 5ປ ໂດຍ​ສະ­ເພາະ ປ ທີ 3 (ປ່ອຍ​ປາ​ຫາງ​ນົກ​ຍຸງ ເພື່ອ​ກິນ​ໜອນ​ນ້ຳ) ພ້ອມ​ນີ້ ຍັງ​ໄດ້​ເອົາ­ໃຈ­ໃສ່​ໂຄ­ສະ­ນາ​ສຸ​ຂະ​ສຶກ​ສາ​ໃຫ້​ປະ­ຊາ­ຊົນ​ເປັນ​ເຈົ້າ​ການ ໃນ​ການ​ປະ­ກອບ­ສ່ວນ​ຈັດ​ຕັ້ງ​ປະ­ຕິ­ບັດ​ວຽກ​ງານ 5ປ ເພື່ອ​ເຮັດ​ໃຫ້​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ປ້ອງ​ກັນ ແລະ ຄວບ​ຄຸມ​ໄຂ້­ຍຸງ​ລາຍ ມີ​ປະ​ສິດ­ທິ​ຜົນ​ຍິ່ງ​ຂຶ້ນ.

ການ​ເລືອກ​ເອົາ​ບ້ານ​ນາ​ຊັບ ຈັດ​ກິດ­ຈະ­ກຳ​ຄັ້ງ​ນີ້ ເນື່ອງ​ຈາກ​ບ້ານ​ດັ່ງ­ກ່າວ ມີ​ການ​ລະ­ບາດ​ຂອງ​ພະ­ຍາດ​ໄຂ້­ຍຸງ​ລາຍ​ຫຼາຍ​ກວ່າ​ໝູ່​ໃນ​ກຸ່ມ​ນ້ຳ­ກ້ຽງ ເຊິ່ງ​ມີ​ຜູ້​ຕິດ­ເຊື້ອ 21 ຄົນ ປັດ­ຈຸ­ບັນ​ເມືອງ​ນາ​ຊາຍ​ທອງ ມີ​ຜູ້​ຕິດ­ເຊື້ອ​ໄຂ້­ຍຸງ​ລາຍ 89 ກໍ­ລະ­ນີ ໃນ​ນີ້ ໄດ້​ຮັບ​ແຈ້ງ​ຈາກ​ໂຮງ­ໝໍ​ໃຫຍ່ 48 ກໍ­ລະ­ນີ ແລະ ເສຍ​ຊີ­ວິດ 1 ກໍ­ລະ­ນີ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ສຳ­ລັບ​ສັບ­ປະ­ດາ​ປ່ອຍ​ປາ​ຫາງ​ນົກ​ຍຸງ ປະ­ກອບ​ມີ​ການ­ແຈກ­ຢາຍ​ປາ​ຫາງ​ນົກ​ຍຸງ ເພື່ອ​ນຳ­ໄປ​ປ່ອຍ​ຕາມ​ແຕ່​ລະ​ບ້ານ ແຕ່​ລະ​ຄອບ­ຄົວ ພ້ອມ​ນີ້ ຍັງ​ມີ​ການ​ໂຄ­ສະ­ນາ​ສຸ​ຂະ​ສຶກ​ສາ ເພື່ອ​ປຸກ­ລະ­ດົມ​ບັນ­ດາ​ຊັ້ນ​ຄົນ​ໃນ​ສັງ­ຄົມ ເປັນ​ເຈົ້າ​ການ​ໃນ​ການ​ປ້ອງ​ກັນ ແລະ ຄວບ​ຄຸມ​ໄຂ້­ຍຸງ​ລາຍ.

ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນໃໝ່

Hits: 13

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້