ຂໍຂອບໃຈນຳຜູ້ສະໜັບສະໜູນ

ກອງ​ປະ­ຊຸມ​ຄັ້ງ​ປະ­ຖົມ​ມະ­ລຶກ ຄະ­ນະ​ຊີ້​ນຳ​ໂຄງ­ການ​ສົ່ງ­ເສີມ​ການ​ພັດ­ທະ­ນາ ແລະ ສ້າງ​ຄວາມ​ເຂັ້ມ­ແຂງ​ລັດ​ທີ່​ປົກ­ຄອງ​ດ້ວຍ​ກົດ­ໝາຍ ໃນ​ຂົງ­ເຂດ​ຍຸ­ຕິ​ທຳ​ຂອງ ສປປ ລາວ ຈັດ​ຂຶ້ນຢູ່​ໂຮງ­ແຮມ​ດອນ​ຈັນ​ພາ​ເລດ ໂດຍ​ເປັນ​ປະ­ທານ​ຂອງ​ທ່ານ ໄຊ­ຊະ­ນະ ໂຄດ​ພູ­ທອນ ຮອງ​ຫົວ­ໜ້າ​ອົງ­ການ​ໄອ​ຍະ​ການ​ປະ­ຊາ­ຊົນ​ສູງ​ສຸດ ທ່ານ ບຸນ​ສະ­ຫວາດ ບຸບ­ຜາ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ຍຸ­ຕິ​ທຳ ມີ​ທ່ານ​ຮອງ​ອະ­ທິ­ການ​ບໍ­ດີ​ມະ­ຫາ­ວິ­ທະ­ຍາ­ໄລ​ແຫ່ງ​ຊາດ ຜູ້​ຊ່ຽວ­ຊານ​ປະ­ເທດ​ຍີ່­ປຸ່ນ​ປະ­ຈຳ​ລາວ ນັກ​ຄົ້ນ­ຄວ້າ​ຈາກ​ບັນ­ດາ​ກະ­ຊວງ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ໂຄງ­ການ​ສົ່ງ­ເສີມ​ການ​ພັດ­ທະ­ນາ ແລະ ສ້າງ​ຄວາມ​ເຂັ້ມ­ແຂງ​ລັດ​ທີ່​ປົກ­ຄອງ​ດ້ວຍ​ກົດ­ໝາຍ ໃນ​ຂົງ­ເຂດ​ຍຸ­ຕິ​ທຳ​ຂອງ ສປປ ລາວ ແມ່ນ​ອົງ­ການ​ລະ­ຫວ່າງ​ລັດ­ຖະ­ບານ​ລາວ ແລະ ລັດ­ຖະ­ບານ​ຍີ່­ປຸ່ນ ເຊິ່ງ​ໄດ້​ລົງ​ນາມ​ໃນ​ເດືອນ​ກໍ­ລະ­ກົດ 2018 ກຳ­ນົດ​ເວ­ລາ​ຈັດ​ຕັ້ງ​ປະ­ຕິ­ບັດ 5 ປີ ເຊິ່ງ​ຈະ​ສີ້ນ​ສຸດ​ປີ 2023 ໂດຍ​ມີ​ຈຸດ­ປະ­ສົງ​ຊ່ວຍ​ລັດ­ຖະ­ບານ​ລາວ ໃນ​ການ​ສົ່ງ​ເສີ່ມ​ການ​ພັດ­ທະ­ນາ ແລະ ການ​ສ້າງ​ຄວາມ​ເຂັ້ມ­ແຂງ​ລັດ​ທີ່​ປົກ­ຄອງ​ດ້ວຍ​ກົດ­ໝາຍ ໃນ​ຂົງ­ເຂດ​ຍຸ­ຕິ​ທຳ​ຂອງ ສປປ ລາວ.

ເມື່ອ​ໂຄງ­ການ​ນີ້​ສຳ­ເລັດ ການ​ພັດ­ທະ­ນາ ແລະ ສ້າງ​ຄວາມ​ເຂັ້ມ­ແຂງ​ລັດ​ທີ່​ປົກ­ຄອງ​ດ້ວຍ​ກົດ­ໝາຍ​ໃນ​ຂົງ­ເຂດ​ຍຸ­ຕິ​ທຳ​ຂອງ ສປປ ລາວ ຈະ​ໄດ້​ຮັບ​ການ​ສົ່ງ­ເສີມ​ຢ່າງ​ມີ​ປະ​ສິດ­ທິ​ຜົນ ປະ­ມວນ​ກົດ­ໝາຍ​ແພ່ງ​ຈະ​ໄດ້​ຮັບ​ການ​ເຜີຍ­ແຜ່ ນຳ​ໃຊ້​ໃນ​ຊີ­ວິດ​ສັງ­ຄົມ​ຂອງ​ພົນ­ລະ­ເມືອງ​ລາວ​ຢ່າງ​ມີ​ປະ​ສິດ­ທິ​ຜົນ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ກົດ­ໝາຍ​ນິ­ຕິ​ກຳ​ຈຳ­ນວນ​ໜຶ່ງ​ທີ່​ຈຳ­ເປັນ​ໃຫ້­ການ​ປະ­ຕິ­ບັດ​ປະ­ມວນ​ກົດ­ໝາຍ​ແພ່ງ ຈະ​ໄດ້​ຮັບ​ການ​ພັດ­ທະ­ນາ​ປື້ມ​ຄູ່​ມື​ຂົງ­ເຂດ​ກົດ­ໝາຍ ຈະ​ໄດ້​ນຳ​ໃຊ້​ເປັນ​ຕຳ­ລາ​ສິດສອນ ເຜີຍ­ແຜ່​ໂຄ­ສະ­ນາ​ສະ​ຖາ​ບັນ​ການ​ສຶກ​ສາ ອົງ­ການ​ຕ່າງໆ​ໃນ​ຂົງ­ເຂດ​ຍຸ­ຕິ​ທຳ ກໍ​ຄື ສັງ­ຄົມ​ຢ່າງ​ກວ້າງ­ຂວາງ ສິ່ງ​ສຳ­ຄັນ​ບັນ­ດາ​ນັກ​ຄົ້ນ­ຄວ້າ​ຈະ​ກາຍ­ເປັນ​ຊັບ​ສົມ­ບັດ​ອັນ​ລ້ຳ​ຄ່າ​ຂອງ​ຊາດ ເປັນ​ຜູ້​ເອົາ​ຄວາມ​ຮູ້ ແລະ ປະ­ສົບ​ການ​ທີ່​ໄດ້​ມາ​ຈາກ​ການ​ເຂົ້າ​ຮ່ວມ​ໂຄງ­ການ ໄປ​ໝູນ​ໃຊ້​ໃນ​ການ​ປະ­ຕິ­ບັດ​ໜ້າ­ທີ່​ວຽກ​ງານ​ຂອງ​ຕົນ ທັງ​ສາ­ມາດ​ຖ່າຍ​ທອດ​ບົດ­ຮຽນ​ດັ່ງ­ກ່າວ​ໃຫ້​ຜູ້​ອື່ນ​ໄດ້​ເປັນ​ຢ່າງ​ດີ.

ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນໃໝ່

Hits: 10

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້