ໂຄງ­ການຕາບີ ຊ່ວຍປະຊາຊົນຫຼຸດພົ້ນຈາກຄວາມທຸກຍາກ ຕາມທິດສີຂຽວ

ກອງ​ປະ­ຊຸມ​ຄະ­ນະ​ຊີ້​ນຳ​ຂັ້ນ​ສູນ​ກາງ ສຳ­ລັບ​ໂຄງ­ການ​ຕາ​ບີ ຄັ້ງ​ທີ 12 ປີ​ທີ 3-4 ຈັດ​ຂຶ້ນ​ຢູ່​ສະ​ຖາ​ບັນ​ຄົ້ນ­ຄວ້າ​ກະ­ສິ­ກຳ-ປ່າ­ໄມ້ ແລະ ພັດ­ທະ­ນາ​ຊົນ­ນະ­ບົດ ໂດຍ​ມີ​ທ່ານ ຄຳ​ພອນ ຣາ​ຊາ​ຈັກ ຫົວ­ໜ້າ​ກົມ​ຄຸ້ມ​ຄອງ ແລະ ພັດ­ທະ­ນາ​ທີ່​ດິນ​ກະ­ສິ­ກຳ ທ່ານ Martin Hasler ຜູ້­ຕາງ­ໜ້າ​ອົງການ SDC ປະ­ຈຳ ສປປ ລາວ ພ້ອມ​ດ້ວຍ​ຄະ­ນະ​ຊີ້​ນຳ​ໂຄງ­ການ​ຈາກ​ສູນ​ກາງ-ທ້ອງ­ຖິ່ນ ເຂົ້າ​ຮ່ວມ.

ເພື່ອ​ປຶກ­ສາ​ຫາ­ລື ແລະ ເອ­ກະ​ພາບ​ກັນ​ກ່ຽວ​ກັບ​ຜົນ­ສຳ­ເລັດ​ໃນ​ປີ​ທີ 2 ແລະ ແຜນ­ການ​ປີ​ທີ 3-4 ເຊິ່ງ​ໂຄງ­ການ​ຕາ​ບີ ຈະ​ສິ້ນ​ສຸດ​ໃນ​ປີ 2020 ໂຄງ­ການ​ດັ່ງ­ກ່າວ ມີ​ເປົ້າ​ໝາຍ​ເພື່ອ​ພັດ­ທະ­ນາ​ລະ­ບົບ​ນິ­ເວດ​ຊີ­ວະ​ນາໆພັນ​ກະ­ສິ­ກຳ ພ້ອມ​ທັງ​ຊຸກ­ຍູ້​ການ​ປົກ​ປັກ​ຮັກ­ສາ​ຟື້ນ​ຟູຄຸ້ມ​ຄອງ ແລະ ນຳ​ໃຊ້​ຊັບ­ພະ­ຍາ­ກອນ​ຊີ­ວະ​ນາໆພັນ​ກະ­ສິ­ກຳ​ໃຫ້​ມີ​ຄວາມ​ຍືນ​ຍົງ ເປັນ​ເງື່ອນ­ໄຂ​ຍົກ​ລະ­ດັບ​ຄຸນ​ນະ​ພາບ​ຊີ­ວິດ​ຂອງ​ປະ­ຊາ­ຊົນ​ບັນ­ດາ­ເຜົ່າ ໃຫ້​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ­ທຸກ​ຍາກ​ຕາມ​ທິດ​ສີ­ຂຽວ.

ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ໂຄງ­ການ​ຕາ​ບີ ປີ​ທີ 3-4 ມີ​ເປົ້າ​ໝາຍ​ປະ­ກອບ­ສ່ວນ​ຫຼຸດ­ຜ່ອນ​ຄວາມ­ທຸກ​ຍາກ ແລະ ຍົກ​ລະ­ດັບ​ຊີ­ວິດ​ການ​ເປັນ​ຢູ່​ຂອງ​ປະ­ຊາ­ຊົນ​ບັນ­ດາ­ເຜົ່າ ຢູ່​ເຂດ​ພູ​ດອຍ ດ້ວຍ​ການ​ນຳ​ໃຊ້ ແລະ ຄຸ້ມ​ຄອງ​ຊີ­ວະ​ນາໆພັນ​ກະ­ສິ­ກຳ​ໃນ​ຂົງ­ເຂດ ພູມ​ສັນ­ຖານ​ໃຫ້​ມີ​ຄວາມ​ຍືນ​ຍົງ ເຊິ່ງ​ໄດ້​ເລັ່ງ​ໃສ່​ການ​ພັດ­ທະ­ນາ​ອາ­ຊີບ​ດ້ານ​ຊີ­ວະ​ນາໆພັນ​ກະ­ສິ­ກຳ ແກ່​ປະ­ຊາ­ຊົນ​ບັນ­ດາ­ເຜົ່າ ເປັນ­ຕົ້ນ ການ​ເຮັດ​ຟອຍ­ກວາດ​ຈາກ​ແຂມ ໝາກ­ກ້ຽງ​ພື້ນ­ເມືອງ ວັງ​ສະ­ຫງວນ​ສັດ​ນ້ຳ ຍານ​ປ່າ ຂ່າ​ປ່າ ເຫັດ​ທຳ​ມະ​ຊາດ ນ້ຳ­ເຜິ້ງ ເຂົ້າ​ໄກ່​ນ້ອຍ ໜໍ່­ໄມ້ ແລະ ອື່ນໆ.

ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...