Wednesday, March 26, 2025

ກິດຈະກໍາສະເຫຼີມສະຫຼອງວັນຜູ້ບໍລິຈາກເລືອດໂລກ ຂອງຊາວນະຄອນຫຼວງວຽງຈັນ

Safe Blood For All ເລືອດປອດໄພ-ເພື່ອທຸກຄົນ !” ນີ້ແມ່ນຄໍາຂວັນວັນຜູ້ບໍລິຈາກເລືອດໂລກປີນີ້ ໃນວັນທີ 14 ມິຖຸນາ 2019 ທີ່ສູນການຄ້າລາວໄອເຕັກ ນະຄອນຫຼວງວຽງຈັນ ໄດ້ຈັດກິດຈະກໍາສະເຫຼີມສະຫຼອງວັນຜູ້ບໍລິຈາກເລືອດໂລກຂຶ້ນ ໂດຍເປັນປະທານຂອງທ່ານ ສິງ ເມໂນລາດ ຮອງປະທານອົງການກາແດງລາວ ທ່ານ ຈັນທະລາ ສຸກສາຄອນ ຫົວໜ້າສູນເລືອດແຫ່ງຊາດ ອົງການກາແດງລາວ ຕາງໜ້າຈາກອົງການເຢຍລະ ມັນ ພ້ອມດ້ວຍບັນດາຫ້າງຮ້ານ ບໍລິສັດທີ່ໃຫ້ການອຸປະຖໍາາ ທະຫານຕໍາຫຼວດ ນັກຮຽນ-ນັກສຶກສາ ແລະ ພາກສ່ວນກຽວຂ້ອງເຂົ້າຮ່ວມ. 

ການຈັດຕັ້ງສະເຫຼີມສະຫຼອງວັນດັ່ງກ່າວດ້ວຍການເຂົ້າຮ່ວມຂອງບັນດາຊັ້ນຄົນຕ່າງໆຢູ່ຫຼາຍປະເທດໃນໂລກແລະກໍເປັນວັນທີ່ມີຄວາມໝາຍສໍາຄັນທີ່ສຸດຂອງບັນດາຜູ້ບໍລິຈາກເລືອດທັງຫຼາຍໃນທົ່ວໂລກ ເວົ້າລວມ ເວົ້າສະ ເພາະກໍແມ່ນ ບັນດາຜູ້ບໍລິຈາກເລືອດຢູ່ໃນ ສປປ ລາວ ຫຼາຍກວ່າ 49.000 ຄົນໃນປີ 2018.

ສະເພາະປີ 2018 ຜ່ານມາບັນດາສູນເລືອດຢູ່ໃນຂອບເຂດທົ່ວປະເທດ ໄດ້ຮ່ວມກັບການຈັດຕັ້ງຂັ້ນຕ່າງໆທີ່ກ່ຽວຂ້ອງ ເຮັດການປຸກລະດົມ ແລະ ຈັດຮັບບໍລິຈາກເລືອດໄດ້ຫຼາຍກວ່າ 1.570 ຄັ້ງ ແລະ ມີຜູ້ເຂົ້າຮ່ວມຂະ ບວນບໍລິຈາກເລືອດ 96.845 ເທື່ອຄົນ ແລະ ໄດ້ຮັບເລືອດຕົວຈິງ 49.070 ເທື່ອຄົນ/ຖົງ ຫຼືເທົ່າກັບ 98.14% ຂອງແຜນການປີ 2018 ຈໍານວນຜູ້ບໍລິຈາກເລືອດແບບສະໝັກໃຈ ບໍ່ຮຽກຮ້ອງສີ່ງຕອບແທນໄດ້ກວມເອົາ 94% ຂອງການບໍລິຈາກເລືອດທັງໝົດ.

ສຳລັບ ປີ 2019 ຄາດໝາຍສູ້ຊົນທົ່ວປະເທດຈະໃຫ້ບັນລຸ 55.000 ຖົງ ໂດຍແບ່ງຕົວເລກໃຫ້ແຕ່ລະແຂວງນໍາໄປຈັດຕັ້ງປະຕິບັດຮ່ວມກັນ.

ເພື່ອສະເຫຼີມສະຫຼອງວັນທີ 14 ມິຖຸນາ ວັນຜູ້ບໍລິຈາກເລືອດໂລກໃຫ້ກວ້າງຂວາງ ນອກຈາກຈັດຢູ່ ນວ ແລ້ວ ຍັງມີກິດຈະກຳຢູ່ໃນບັນດາແຂວງຕາາງໃນຂອບເຂດທົ່ວປະເທດ ເຊິ່ງຄາດໝາຍຜູ້ບໍລິຈາກເລືອດໃນວັນນີ້ ປະມານ 500 ຖົງ ໂອກາດນີ້ ຂໍເຊີນຊວນທຸກທ່ານເຂົ້າຮ່ວມງານ ຢູ່ສູນການຄ້າລາວໄອເຕັກ ຊັ້ນ 4 ຕຶກໃໝ່ ເຊິ່ງຈະຈັດໄປເຖິງເວລາ 16:00 ໂມງ ຈຶ່ງຈະປິດລົງ ເຊິ່ງທ່ານໃດບໍສາມາດມາຮ່ວມບໍລິຈາກໃນວັນນີ້ ກໍສາມາດໄປບໍລິ ຈາກຢູ່ສູນໄດ້ທຸກເວລາ ບໍ່ມີວັນພັກລັດຖະການ.

ແຫຼ່ງຂໍ້ມູນ: Vientiane Mai

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

5 ວິທີຜ່ອນຄາຍ ຄວາມກົດດັນໃນບ່ອນເຮັດວຽກ

ເມື່ອຜ່ານຄວາມເມື່ອຍ ຄວາມກົດດັນ ຈາກຊ່ວງໄວຮຽນແລ້ວ ກໍຍັງຕ້ອງປະເຊີນໜ້າກັບຄວາມກົດດັນຈາກການເຮັດວຽກ ມື້ໜຶ່ງສະເລ່ຍແລ້ວເຮົາຢູ່ບ່ອນເຮັດວຽກຫຼາຍກວ່າຢູ່ເຮືອນ ບາງຄົນໂຊກດີໄດ້ເຮັດວຽກທີ່ມັກ ບ່ອນເຮັດວຽກສະພາບແວດລ້ອມດີ ກໍຊ່ວຍຫຼຸດຜ່ອນຄວາມຄຽດ ຄວາມກົດດັນ ຄວາມເມື່ອລ້າໄປໄດ້ເລັກນ້ອຍ ແຕ່ກໍຍັງມີຫຼາຍຄົນທີ່ຕ້ອງເຮັດວຽກພາຍໃຕ້ຄວາມກົດດັນ ທັງໜ້າວຽກ ເພື່ອນຮ່ວມງານ ແລະ ສະພາບແວດລ້ອມທີ່ບໍ່ເປັນໃຈ ສິ່ງເຫຼົ່ານີ້ຈະເປັນຕົວອັນຕະລາຍທີ່ກັດກິນເຮົາໄປໃນທຸກມື້.

VietJet ຂະຫຍາຍການເຊື່ອມຕໍ່ທົ່ວໂລກດ້ວຍການບໍລິການໃໝ່ເຊື່ອມຕໍ່ລະຫວ່າງຫວຽດນາມ ກັບ ອິນເດຍ ແລະ ຍີ່ປຸ່ນ

(ນະຄອນຫຼວງວຽງຈັນ, 21 ມີນາ 2025) – VietJet ສືບຕໍ່ຂະຫຍາຍການບິນສາກົນ ດ້ວຍການເປີດນຳໃຊ້ 2 ເສັ້ນທາງການບິນໂດຍກົງໃໝ່ທີ່ເຊື່ອມຕໍ່ສູນກາງເສດຖະກິດຫວຽດນາມ ໂຮ່ຈີມິນ ກັບ Hyderabad ແລະ Bengaluru ຂອງອິນເດຍ. ພ້ອມນັ້ນ, ສາຍການບິນຍັງໄດ້ປະກາດ 2 ສາຍການບິນໂດຍກົງໃໝ່ລະຫວ່າງນະຄອນ ໂຮ່ຈີມິນ ກັບ Nagoya ແລະ Fukuoka ຂອງຍີ່ປຸ່ນ. ເສັ້ນທາງໃໝ່ເຫຼົ່ານີ້ນຳເອົາຈຳນວນເສັ້ນທາງສາກົນໃໝ່ທັງໝົດຂອງ VietJet ຂຶ້ນເປັນ 10 ເສັ້ນໃນເວລາພຽງ 2 ເດືອນ ເພື່ອຊຸກຍູ້ການເຊື່ອມຕໍ່ລະຫວ່າງຫວຽດນາມ ແລະ ຈີນ, ອິນເດຍ, ຍີ່ປຸ່ນ ແລະ ສິງກະໂປ.

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ