Sunday, February 16, 2025

ແຂວງອຸດົມໄຊ ປູກເຂົ້ານາປີ ເນື້ອທີ່ເພີ່ມຂຶ້ນ 300 ກວ່າເຮັກຕາ

ປະຈຸບັນຊາວນາທົ່ວແຂວງອຸດົມໄຊ ຈໍານວນ 390 ບ້ານ, 61,9 ພັນຄອບຄົວພວມຂຸ້ນຂ້ຽວບຸກເບີກ, ປັບປຸງ, ກະກຽມດິນ ແລະ ຕົກກ້າເພື່ອພ້ອມກັນຈັດຕັ້ງປະຕິບັດໃນການປູກເຂົ້ານາປີໃຫ້ທັນກັບລະດູການເຊິ່ງປີນີ້ຫັນວ່າເນື້ອທີ່ນາປີມີອັດຕາຂະຫຍາຍຕົວ ແລະເພີ່ມຂຶ້ນ.

ທ່ານ ທອງສ້ອຍ ວຽງວົງ ຮອງຫົວໜ້າໜ່ວຍງານບໍລິຫານແຜນການ, ຂະແໜງປູກຝັງພະແນກກະສິກຳ ແລະປ່າໄມ້ແຂວງອຸດົມໄຊ ກ່າວວ່າ:

ເນື້ອທີ່ປູກ ເຂົ້ານາປີປະຈຳປີ 2019 ທົ່ວແຂວງອຸດົມໄຊ ໃນຈຳນວນ 7 ເມືອງ ມີທັງຫມົດ 15,9 ພັນເຮັກຕາ ໃນນັ້ນເມືອງໄຊມີ 3,9 ພັນເຮັກຕາ, ຫຼາ 718,5 ເຮັກ ຕາ, ນາໝໍ້ 3,1 ພັນເຮັກຕາ, ງາ 1,5 ພັນເຮັກຕາ, ແບງ 2,7 ພັນເຮັກຕາ, ຮຸນ 3,3 ພັນເຮັກຕາ ແລະເມືອງປາກແບງມີ 341,3 ເຕັກຕາລວມແລ້ວເນື້ອທີ່ປູກເຂົ້ານາປີທົ່ວ ແຂວງອຸດົມໄຊໃນປີນີ້ແມ່ນເພີ່ມຂຶ້ນ 314 ເຮັກຕາ ຖ້າທຽບໃສ່ປີກ່ອນ.

ສາເຫດທີ່ເຮັດໃຫ້ເນື້ອທີ່ນາປີເພີ່ມ ຂຶ້ນແມ່ນເນື່ອງມາຈາກປະຊາຊົນສ່ວຍ ຫຼາຍ ພ້ອມກັນປັບປຸງ, ບຸກເບີກຄືນ ເນື້ອທີ່ ນາເຮື້ອ ແລະເປີດນາໃໝ່ ຊຶ່ງຜ່ານມາ ເນື້ອທີ່ດັ່ງກ່າວໄດ້ຮັບຜົນກະທົບຈາກທຳ ມະຊາດ ເຮັດໃຫ້ປະຊາຊົນໂຈະການຜະ ລິດເຂົ້ານາປີ.

ສໍາລັບການປູກເຂົ້ານາປີຢູ່ແຂວງ ອຸດົມໄຊ ຄາດວ່າຈະໄດ້ພ້ອມກັນລົງມື ໃນທ້າຍເດືອນມິຖຸນາຫາຕົ້ນເດືອນກໍ ລະກົດນີ້ ປະຈຸບັນທົ່ວແຂວງແມ່ນສຳ ເລັດການຕົກກ້າແລ້ວ 30%.

ທ່ານ ທອງສ້ອຍ ວຽງວົງ ກ່າວຕື່ມອີກວ່າ:

ຄາດຄະເນຜົນຜະລິດທີ່ຈະໄດ້ຮັບຈາກເຂົ້ານາປີທັງໝົດ 65,3 ພັນໂຕນ ແລະ ນອກຈາກປະຊາຊົນຈະກະກຽມ ໃນການປູກເຂົ້ານາປີແລ້ວຈຳນວນໜຶ່ງຍັງໄດ້ພ້ອມກັນປູກເຂົ້າໄຮ່ຕື່ມອີກຊຶ່ງປີນີ້ເຫັນວ່າມີເນື້ອທີຫຼຸດລົງຍັງເຫຼືອ 15,8 ພັນເຮັກຕາ ເນື່ອງຈາກການນໍາແຂ ວງໄດ້ແນະນຳໃຫ້ປະຊາຊົນຫັນປູກພືດທົດແທນການປູກເຂົ້າໄຮ່ຊຶ່ງຄາດວ່າຜົນຜະລິດທີ່ຈະໄດ້ຮັບທັງໝົດປະມານ 28,4 ພັນໂຕນ.

ແຫຼ່ງຂໍ້ມູນ: ໜັງສືພິມເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ໄດ້ຮັບກຽດເປັນ “ສາຍການບິນທີ່ມີລາຄາຕໍ່າສຸດໃນໂລກ” ອີກຄັ້ງໜຶ່ງໃນປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 13 ກຸມພາ 2025) – VietJet ໄດ້ຮັບການສະເໜີຊື່ອີກຄັ້ງໜຶ່ງໃຫ້ເປັນຜູ້ຊະນະລາງວັນສາຍການບິນລາຄາປະຢັດພິເສດສຳລັບປີ 2025 ໂດຍລາງວັນນີ້ຖືເປັນໝວດໝູ່ລາງວັນສາຍການບິນທີ່ດີທີ່ສຸດຂອງໂລກຈາກ AirlineRatings.com, ເວັບໄຊຄວາມປອດໄພ ແລະ ການຈັດອັນດັບຜະລິດຕະພັນຂອງສາຍການບິນທີ່ໄດ້ຮັບການຍອມຮັບທົ່ວໂລກ.

ປະຢັດຄ່າປີ້ໂດຍສານໄປທ່ຽວປະເທດຫວຽດນາມ ດ້ວຍສ່ວນຫຼຸດ 50% ຂອງ Vietjet.

(ນະຄອນຫຼວງວຽງຈັນ, ວັນທີ 10 ກຸມພາ 2025) – ເລີ່ມຕົ້ນການເດີນທາງທີ່ໜ້າຕື່ນຕາຕື່ນໃຈຂອງລະດູໃບໄມ້ປົ່ງສຳລັບສາຍການບິນ Vietjet ທີ່ເປີດຕົວໂປຣໂມຊັນໃນອາທິດທອງ ເຊິ່ງມີສ່ວນຫຼຸດເຖິງ 50% ທຸກເສັ້ນທາງໃນລະຫວ່າງວັນທີ 10 – 16 ກຸມພາ 2025 ສຳລັບນັກທ່ອງທ່ຽວຈາກລາວທີ່ກຳລັງວາງແຜນຈະມາທ່ຽວຫວຽດນາມ ເພື່ອສຳຜັດທຳມະຊາດທີ່ງົດງາມ, ປະຫວັດສາດອັນຍາວນານ ຫຼື ເມືອງທີ່ມີຄວາມໜ້າຕື່ນຕາຕື່ນໃຈ ເຊິ່ງເໝາະກັບຊ່ວງເວລານີ້ທີ່ຈະວາງແຜນໄປທ່ອງທ່ຽວ.

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.