ຄຸ້ມຄອງຫຼັກຊັບ ປັບປຸງການຈັດຕັ້ງ ແລະ ນິຕິກຳລຸ່ມກົດໝາຍ ໃຫ້ມີປະສິດທິພາບ ໜ້າເຊື່ອຖື ໄດ້ມາດຕະຖານສາກົນ

ກອງປະຊຸມຄະນະກໍາມະການຄຸ້ມຄອງຫຼັກຊັບ (ຄຄຊ) ຄັ້ງທີ II ປະຈໍາປີ 2019 ໄດ້ສຳເລັດລົງດ້ວຍໝາກຜົນອັນຈົບງາມ. ທີ່ ນະຄອນຫຼວງວຽງຈັນພາຍໃຕ້ການເປັນປະທານຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ປະທານ ຄຄຊ; ພ້ອມນີ້ຍັງມີ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ, ຮອງປະທານ ຄຄຊ ແລະບັນດາຄະນະກໍາມະການຄຸ້ມຄອງຫຼັກຊັບເຂົ້າຮ່ວມ.

ຊຶ່ງກອງປະຊຸມເທື່ອນີ້ເປັນຄັ້ງທໍາອິດພາຍຫຼັງທີ່ ຄຄຊ ໄດ້ມີການປັບປຸງຄະນະກໍາມະການ ຄຄຊ ຊຸດໃໝ່ຕາມການປັບປຸງກົງຈັກການຈັດຕັ້ງຂອງລັດຖະ ບານຊຸດໃໝ່ໂດຍມີ ທ່ານ ນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດ ຖະມົນຕີກະຊວງການເງິນເປັນຄະນະກໍາມະການຄຸ້ມຄອງຫຼັກຊັບຄົນໃໝ່.

ສຳລັບ ຄຄຊ ພາຍຫຼັງທີ່ຜົນສຳເລັດກອງປະຊຸມ ຄຄຊ ຄັ້ງທີ I ປະຈໍາປີ 2019 ທີ່ຜ່ານມາໄດ້ຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານຄຸ້ມຄອງຫຼັກຊັບຢ່າງຕັ້ງໜ້າໃນນັ້ນຜົນສໍາເລັດອັນພົ້ນເດັ່ນໄດ້ສຳເລັດການສ້າງ ແລະປັບປຸງນິຕິກຳລຸ່ມກົດໝາຍ ແລະສຳເລັດການຄົ້ນຄວ້າອະນຸຍາດໃຫ້ 1 ບໍລິສັດອອກຈຳໜ່າຍຮຸ້ນໃຫ້ແກ່ມວນຊົນຄັ້ງທຳອິດ, ແຕ່ຢ່າງໃດກໍ່ຕາມຍັງຕ້ອງໄດ້ສືບຕໍ່ເອົາໃຈໃສ່ພັດທະນາຕະຫຼາດທຶນລາວໃຫ້ມີປະສິດທິພາບ, ມີຄວາມໜ້າເຊື່ອຖື ແລະມີມາດ ຕະຖານສາກົນ.

ກອງປະຊຸມຍັງໄດ້ມີການລາຍງານຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມ ຄຄຊ ຄັ້ງທີ I ປີ 2019; ຮັບຮອງນິຕິກຳໃຕ້ກົດໝາຍວ່າດ້ວຍຫຼັກຊັບຈຳນວນ 2 ສະບັບໃນນີ້ມີລະບຽບວ່າດ້ວຍການອອກຈຳໜ່າຍຮຸ້ນກູ້ (ສະບັບປັບປຸງ) ແລະ ລະບຽບວ່າດ້ວຍການຮັບຮອງທະນາຄານດູແລຊັບສິນ (ສະບັບປັບປຸງ); ໃນ ຂະນະດຽວກັນນີ້, ຍັງໄດ້ຮັບຮອງເອົາການສະເໜີຂໍອອກຈຳໜ່າຍຮຸ້ນໃຫ້ແກ່ມວນຊົນຄັ້ງທຳອິດຂອງບໍລິສັດເປົ້າໝາຍ 1 ແຫ່ງ; ຮັບ ຮອງເອົາການສະເໜີ ຂາຍຮຸ້ນເພີ່ມຕື່ມຂອງບໍລິສັດຈົດທະບຽນ 1 ແຫ່ງ ແລະການລາຍງານສະພາບການເຄື່ອນ ໄຫວວຽກງານຂອງຕະຫຼາດຫຼັກຊັບລາວ.

ທ່ານຮອງນາຍົກລັດຖະມົນຕີ, ປະທານ ຄຄຊ ໄດ້ຊີ້ນຳໃຫ້ຜູ້ແທນກອງປະຊຸມຈົ່ງພ້ອມກັນສືບຕໍ່ຈັດຕັ້ງປະຕິບັດວຽກງານຄຸ້ມຄອງຫຼັກຊັບໃຫ້ໜັກແໜ້ນເຂັ້ມແຂງກວ່າເກົ່າ ແລະມອບໃຫ້ທ່ານຜູ້ວ່າການ, ຮອງປະທານ ຄຄຊ ຜູ້ປະຈຳການ ແລະສໍານັກງານ ຄຄຊ ຊຶ່ງເປັນກົງຈັກຊ່ວຍວຽກຂອງ ຄຄຊ ໃນການພັດທະ ນາຕະຫຼາດທຶນຈົ່ງຮີບຮ້ອນປະສານສົມທົບກັບຂະແໜງການກ່ຽວຂ້ອງຕ່າງໆຜັນຂະຫຍາຍເນື້ອໃນຈິດໃຈກອງປະຊຸມຄັ້ງນີ້ເປັນໜ້າວຽກລະອຽດ ແລະ ຈັດຕັ້ງເຊື່ອມຊຶມໃຫ້ເປັນເອກະພາບກັນ, ພ້ອມທັງຈັດຕັ້ງປະຕິບັດຕາມເນື້ອໃນຈິດໃຈກອງປະຊຸມໃຫ້ເປັນຮູບປະທໍາດ້ວຍຈິດໃຈເປັນເຈົ້າການ ແລະ ຄວາມຮັບຜິດ ຊອບສູງ.

ແຫຼ່ງຂໍ້ມູນ: ໜັງສືພິມເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...