ລົງນາມຂໍ້ຕົກລົງໂຄງການກໍ່ສ້າງຂົວຂ້າມນໍ້າຂອງມິດຕະພາບ ລາວ – ໄທ ແຫ່ງທີ v (ບໍລິຄຳໄຊ-ບຶງການ)

ການລົງນາມຂໍ້ຕົກລົງໂຄງການກໍ່ສ້າງຂົວຂ້າມນໍ້າຂອງມິດຕະພາບ ລາວ – ໄທ ແຫ່ງທີ v (ບໍລິຄຳໄຊ- ບືງການ) ເຊິ່ງໄດ້ຈັດຂຶ້ນໃນວັນທີ 14 ມິຖຸນາ 2019 ທີ່ແຂວງບືງການ ປະເທດໄທ.

ຄະນະຜູ້ແທນຝ່າຍ ລາວ ນໍາໂດຍ ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົ່ນສົ່ງ, ເຈົ້າແຂວງໆ ບໍລິຄຳໄຊ ພ້ອມຄະນະ ວິຊາການເຂົ້າຮ່ວມ ແລະ ຄະນະຝ່າຍໄທ ນຳໂດຍທ່ານ ອາຄົມ ເຕີມພິດທະຍາໄພສິດ ລັດຖະມົນຕີວ່າການ ກະຊວງຄົມມະນາຄົມແຫ່ງຣາຊະນາຈັກໄທ, ເຈົ້າແຂວງໆ ບຶງການ ພ້ອມຄະນະ.

ໂຄງການກໍ່ສ້າງຂົວຂ້າມນໍ້າຂອງມິດຕະພາບ ລາວ – ໄທ ແຫ່ງທີ V ( ບໍລິຄຳໄຊ-ບຶງການ) ເປັນໂຄງການທີ່ມີຄວາມສຳຄັນ ເຊິ່ງນອນໃນແຜນຍຸດທະສາດ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ VIII (2016-2020) ຂອງ ສປປ ລາວ.

ພາຍໃຕ້ເປົ້າໝາຍ “ເປີດກວ້າງການຮ່ວມມື ແລະ ເຊື່ອມຈອດກັບພາກພື້ນ ແລະ ສາກົນ” ເນື່ອງຈາກຂົວດັ່ງກ່າວນີ້ ຕັ້ງຢູ່ຈຸດທີ່ຕັ້ງຍຸດທະສາດທີ່ເຊື່ອມຈອດຕາມແລວເສດຖະກິດເຫນືອໃຕ້ ທີ່ຜ່ານ ສປປ ລາວ ຕາມແລວປາກຊັນ, ຜ່ານທາງຫຼວງແຫ່ງຊາດ ເລກທີ 8 ເຂົ້າສູ່ຫວຽດນາມ ໂດຍຜ່ານດ່ານນໍ້າພາວ -ເກົາແຈວ.

ດ້ວຍເຫດນັ້ນ, ຖ້າໄດ້ຮັບການກໍ່ສ້າງສຳເລັດ ຂົວດັ່ງກ່າວ ຈະຊ່ວຍສ້າງເງື່ອນໄຂສຳຄັນໃນການອຳນວຍຄວາມສະດວກເປັນຕົ້ນດ້ານຄົມມະນາຄົມຂົ່ນສົ່ງ, ຊຸກຍູ້ການຄ້າ, ການລົງທຶນ, ການທ່ອງທ່ຽວ ລະຫວ່າງ ສອງປະເທດ ລາວ – ໄທ ນັບມື້ສູງຂຶ້ນ. 

ແຫລ່ງຂໍ້ມູນ: ພະແນກການຕ່າງປະເທດ ແຂວງບໍລິຄຳໄຊ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...