Thursday, March 20, 2025

ບຸກຄົນຕົວແບບ! ຄູລາວ ຄົນທີ 3 ໄດ້ຮັບລາງວັນສົມເດັດເຈົ້າຟ້າມະຫາຈັກກຣີ ຂອງພະເທບ ປີ 2019

ທີ່ສະຖານທູດໄທ, ນະຄອນຫຼວງວຽງຈັນ.  ຄະນະມູນລະນິທິລາງວັນສົມເດັດເຈົ້າຟ້າມະຫາຈັກກຣີ ( Princess Mahachakri Award: PMCA ) ໄດ້ເດີນທາງມາຢ້ຽມຢາມ ຄູລາວ ທີ່ໄດ້ຮັບລາງວັນວັນສົມເດັດເຈົ້າຟ້າມະຫາຈັກກຣີ ຄົນທຳອິດ ໃນປີ 2015 ຄູ ຄຳສ້ອຍ ວົງສຳພັນ ຄູຈາກໂຮງຮຽນ ມສ ວຽງຈັນ  ແລະ ຜູ້ທີ 2 ໃນປີ 2017 ຄູ ຄູນວິໄລ ເຄນກິຕິສັກ ຄູຈາກໂຮງຮຽມປະຖົມທົ່ງກາງ ແລະ ຈາກນັ້ນກໍໄດ້ເດີນທາງໄປພົບປະຢ້ຽມຢາມ ຄູຜູ້ທີ 3 ທີໄດ້ຮັບລາງວັນ ໃນປີນີ້ ຢູ່ທີ່ແຂວງຫຼວງພະບາງ.

ນຳພາຄະນະໂດຍທ່ານ ດ.ຣ ກິດຕິພົງ ກິລະຕິກອນ ປະທານຄະນະກຳມະການ PMCA , ທ່ານ ຈັກກະພັດ ວະທາ ແລະ  ທ່ານ ນາງ ເບັນຈະລັດ ນໍ້າຟ້າ ຜູ້ຈັດການຄະນະກຳມະການມູນລະນິທິ PMCA.

ຄູລາງວັນສົມເດັດເຈົ້າຟ້າ ມາຫະຈັກກຣີ ໄດ້ເລີ່ມຈັດຕັ້ງຂຶ້ນໃນປີ 2015 ເປັນຕົ້ນມາ ເປັນລາງວັນທີໃຫ້ກັບ ຄູຜູ້ສ້າງຄວາມປ່ຽນແປງໃຫ້ແກ່ຊີວິດນັກຮຽນ ແລະ ໃຫ້ການຊ່ວຍເຫຼືອຕໍ່ການສຶກສາໃນປະເທດອາຊຽນ ລວມເຖິງປະເທດ ຕິມໍ ເລສເຕ. ເພາະວ່າຖ້າ ຄູມີຄຸນນະພາບ ກໍຈະສາມາດສ້າງຄົນໃຫ້ມີຄຸນນະພາບ ລາງວັນເຈົ້າຟ້າ ມະຫາຈັກກຣີ ຫຼື Princess Mahachakri Award ເປັນລາງວັນພຣະຣາດຊະທານລະດັບນານາຊາດ ເພື່ອເຊິດຊູກຽດຕິຍົດ ຄູ ທີ່ດີເດັ່ນໃນລະດັບການສຶກສາຂັ້ນພື້ນຖານ ອະນຸບານ, ປະຖົມ ແລະ ມັດທະຍົມ ຂອງປະເທດໃນອາຊຽນ ລວມເຖິງປະເທດ ຕີມໍ ເລສເຕ ທັງໝົດ 11​ ປະເທດ.

ກໍ່ຕັ້ງໂຄງການນີ້ຂຶ້ນມາ ເພື່ອເຖີດພະກຽດສົມເດັດພຣະການິຖາທິລາດ ເຈົ້າກົມສົມເດັດພະເທບພະລັດລາດສຸດາ ສະຫຍາມບໍລົມລາຊະກຸມາລີ ຄົບຮອບ 60 ພັນສາ ໃນປີ 2015 ເຊິ່ງທ່ານເປັນຜູ້ຊົງມີພະຄຸນຢ່າງຍິ່ງຕໍ່ການສຶກສາທັງພາຍໃນ ແລະ ຕ່າງປະເທດ, ໂດຍມີການດຳເນີນໂຄງການໂດຍມູນລະນິທິລາງວັນສົມເດັດເຈົ້າຟ້າມະຫາຈັກກຣີ ໂດຍມີການຈັດຕັ້ງມອບທຸກໆ 2 ປີ ແລະ ປີນີ້ ກໍເປັນຄັ້ງທີ 3 ແລ້ວ.

ສຳລັບປີນີ້, ຄູ ຕົວແທນປະເທດລາວທີ່ໄດ້ຮັບລາງວັນອັນຊົງກຽດນີ້ໄດ້ແກ່ ຄູ ໄພສະນິດ ປັນຍາສະຫວັດ ຄູພາສາລາວ ແລະ ວັນນະຄະດີ ໂຮງຮຽນມັດທະຍົມສຶກສາສັນຕິພາບ ແຂວງຫຼວງພະບາງ ຜູ້ທີ່ມີຜົນງານດ້ານສາລະຄະດີກ່ຽວກັບຄວາມຂາດແຄນຂອງເມືອງພູຄູນ ແລະ ໄດ້ຮັບລາງກຽດຕິຍົດລະດັບປະເທດຫຼາຍລາງວັນມາແລ້ວ ແລະ ໃນວັນທີ 15 ເດືອນຕຸລາ 2019 ທີ່ຈະເຖິງນີ້ ຄູ ໄພສະນິດ ກໍຈະໄດ້ເດີນທາງໄປຮັບລາງວັນກັບສົມເດັດພຣະເທບ ຢູ່ປະເທດໄທ ຮ່ວມຄູຜູ້ອື່ນໆ ທັງໝົດ 10 ປະເທດອາຊຽນ ລວມ ປະເທດຕີມໍ ເລສເຕ.

ສຳລັບ, ການຄັດເລືອກເອົາຄູ ຜູ້ທີ່ຈະໄດ້ຮັບລາງວັນສົມເດັດເຈົ້າຟ້າມະຫາຈັກກຣີ ເປັນຕົວແທນຂອງແຕ່ລະປະເທດອາຊຽນ ປະເທດລະ 1 ຄົນ ຕ້ອງມີຄຸນສົມບັດເປັນຄູຜູ້ສາມາດສ້າງການປ່ຽນແປງໃຫ້ແກ່ຊີວິດຂອງລູກສິດ ແລະ ໃຫ້ການຊ່ວຍເຫຼືອສະໜັບສະໜູນຕໍ່ວົງການສຶກສາຂອງປະເທດຕົນເອງ. ໂດຍຈະໄດ້ຮັບພຣາດຊະທານລາງວັນປະກອບດ້ວຍ ຫຼຽນລາງວັນ, ປະກາດສະນີຍະບັດ, ຂັນລາງວັນ ແລະ ເຂັ້ມຂັດຄຳເຊີດຊູພະກຽດ ແລະ ເງິນລາງວັນ 10.000 ໂດລາສະຫະລັດ.

ຄູຄົນລາວຄົນທຳອິດທີ່ໄດ້ຮັບລາງວັນວັນສົມເດັດເຈົ້າຟ້າມະຫາຈັກກຣີ ໃນປີ 2015 ຄູ ຄຳສ້ອຍ ວົງສຳພັນ ອາຍຸ 61 ຄູສອນພາສາຝຣັ່ງ, ວິຊາປະຫວັດສາດ ແລະ ພູມສາດ ທີ່ໂຮງຮຽນມັດທະຍົມສຶກສາ ວຽງຈັນ.

ຄູຄົນລາວຄົນທີສອງ ທີ່ໄດ້ຮັບລາງວັນວັນສົມເດັດເຈົ້າຟ້າມະຫາຈັກກຣີ ໃນປີ 2017 ຄູ ຄູນວິໄລ ເຄນກິຕິສັກ ຄູສອນໂຮງຮຽນຖົມສົມບູນ ທົ່ງກາງ ນະຄອນຫຼວງວຽງຈັນ

ແຫຼ່ງຂໍ້ມູນ: ວາລະສານ ທາເກັດ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.