ໂຄງການກໍ່ສ້າງຫໍຫຼັກເມືອງແຂວງໄຊຍະບູລີສຳເລັດແລ້ວເກືອບ 60%

ທ່ານ ສຸລິເດດ ວັນຄຳ

ຫໍຫຼັກເມືອງແຂວງໄຊຍະບູລີ ແມ່ນບົ່ງບອກເຖິງສັນຍາລັກແຫ່ງຄວາມສາມັກຄີ, ຄວາມເປັນສີລິມຸງຄຸນ, ຄວາມຜາສຸກ, ຄວາມອຸດົມສົມບູນຢູ່ເຢັນເປັນສຸກ ແລະ ຄວາມສີວິໄລທາງດ້ານຈິດໃຈ ແລະຍັງເປັນການຢັ້ງຢືນເຖິງຄວາມອົງອາດກ້າຫານ ໃນການຕໍ່ສູ້ປົກປັກຮັກສາບ້ານເມືອງ ອີກດ້ານໜຶ່ງກໍ່ເປັນຫຼັກຖານສຳຄັນຂອງແຂວງກໍ່ຄືປວງຊົນລາວທັງຊາດ ໄດ້ກາຍເປັນສັນຍາລັກສູນລວມທາງດ້ານຈິດໃຈ ຂອງປະຊາຊົນແຂວງໄຊຍະບູລີຍຸກໃໝ່ແຫ່ງຄວາມຈະເລີນສີວິໄລທັນສະໄໝ ພາຍໃຕ້ການນຳພາຂອງພັກແລະລັດຖະບານແຫ່ງ ສປປ ລາວ.

ທ່ານ ສຸລິເດດ ວັນຄຳ ຮອງອຳນວຍການບໍລິສັດເດດທະວີຊັບສຳຫຼວດອອກແບບແລະທີ່ປຶກສາໄດ້ເປີດເຜີຍຕໍ່ທີມຂ່າວແຂວງໃນການກໍ່ສ້າງຫໍຫຼັກເມືອງແຂວງໄຊຍະບູລີວ່າ: ການກໍ່ສ້າງຫໍຫຼັກເມືອງແຂວງໄຊຍະບູລີໄດ້ດຳເນີນພິທີວາງສີລາລຶກ ແລະກໍ່ສ້າງມາແຕ່ວັນທີ 20 ມີນາ 2018.

ແລະມາຮອດປະຈຸບັນຄວາມຄືບໜ້າຂອງໜ້າວຽກທັງໝົດແມ່ນສຳເລັດແລ້ວເກືອບ 60% ຄາດວ່າທ້າຍປີ 2019 ແມ່ນຈະໃຫ້ສໍາເລັດ 100%, ໜ້າວຽກທີ່ສໍາເລັດ ແລະ ພວມສືບຕໍ່ມີ: ວຽກກະກຽມພື້ນທີ່ກໍ່ສ້າງສໍາເລັດ 100%, ວຽກຖົມດິນຍົກລະດັບປັບສະຖານທີ່ກໍ່ສ້າງສໍາເລັດ 100%, ວຽກກໍ່ຝາກັນດິນ ແລະ ຖົມດິນຍົກລະດັບສໍາເລັດ 100%, ວຽກກໍ່ສ້າງອາຄານຫໍຫຼັກເມືອງປະຕິບັດໄດ້ 53,30%, ວຽກກໍ່ສ້າງພາຍນອກທັງໝົດປະຕິບັດໄດ້ 40,95%. ຫໍຫຼັກເມືອງດັ່ງກ່າວມີລັກສະນະຮູບຊົງຫໍປະສາດ ມີໜ້າມຸກ 4 ດ້ານ, 4 ໜ້າປະດັບດ້ວຍດອກດວງ ລວດລາຍອັນວິຈິດບັນຈົງ ເຊິ່ງສະແດງໃຫ້ເຫັນເຖິງການດຳລົງຊີວິດຮີດຄອງປະເພນີອັນດີງາມ ທີ່ນຳເອົາສະຖາປັດຕະຍະກຳທີ່ເປັນເອກະລັກທາງດ້ານວັດທະນະທຳມາລວມຢູ່ຫໍຫຼັກເມືອງແຫ່ງນີ້.

ເຊິ່ງມີຄວາມສູງ 19 ແມັດ, ສ່ວນຖ້ານເທິງມີ 4 ດ້ານ, ມີຄວາມກ້ວາງດ້ານລະ 9 ແມັດ, ມີເສົາຫຼັກເມືອງທີ່ເຮັດດ້ວຍໄມ້ຈັນຫອມ 1 ເສົາ ປະດິດສະຖານຢູ່ພາຍໃນ ມີຄວາມສູງ 9 ແມັດ ເສັ້ນຜ່າສູນກາງ 60 cm ສ່ວນອີກ 8 ເສົາ ແມ່ນມີຄວາມສູງຕົ້ນລະ 8 ແມັດ ອ້ອມຮອບສະຖານທີ່ຫໍຫຼັກເມືອງຈະມີປະຕູໂຂງເຂົ້າທັງ 4 ດ້ານຕັ້ງຢູ່ບົນເນື້ອທີ່ 1,5 ເຮັກຕາ ລວມມູນຄ່າກໍ່ສ້າງທັງໝົດ 8 ຕື້ 398 ລ້ານກີບ.

ໂດຍແມ່ນບໍລິສັດ ສ. ມະນີວົງກໍ່ສ້າງຈໍາກັດເປັນຜູ້ຮັບເໝົາກໍ່ສ້າງ ແລະ ບໍລິສັດເດດທະວີຊັບສຳຫຼວດອອກແບບແລະທີ່ປຶກສາຈໍາກັດຜູ້ດຽວ ໂດຍແມ່ນທຶນພັດທະນາທ່ອງຖິ່ນແລະ ທຶນປຸກລະດົມສົມທົບຂອງປະຊາຊົນພາຍໃນແຂວງ, ຕ່າງແຂວງ ແລະ ຕ່າງປະເທດ.

ແຫຼ່ງຂໍ້ມູນ: Midia Laos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...