ແຂວງໄຊຍະບູລີ ອົບຮົມການປ້ອງກັນແລະກຳຈັດບົ້ງສາລີ ທີ່ກຳລັງລະບາດໜັກໜ່ວງໃນຕອນນີ້

ຊຸດອົບຮົມການປ້ອງກັນ ແລະ ກຳຈັດບົ້ງຝູງງສາລີໃຫ້ພະນັກງານຂະແໜງປູກຝັງທົ່ວແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 27 ມິຖຸນາ ນີ້ຢູ່ທີ່ຫ້ອງປະຊຸມພະແນກກະສິກຳ ແລະ ປ່າໄມ້ແຂວງໄຊຍະບູລີ, ໃຫ້ກຽດເປັນປະ ທານຮ່ວມຂອງທ່ານ ວິໄລສຸກ ເຄນນະວົງ ຫົວໜ້າກົມປູກຝັງກະຊວງກະສິກຳ ແລະ ປ່າໄມ້, ທ່ານ ຄຳເກິງ ພັນລັກ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ມີບັນດາຫົວໜ້າ, ຮອງຫົວໜ້າຂະແໜງປູກຝັງ ແລະ ໜ່ວຍງານປູກຝັງ 11 ເມືອງ, ພ້ອມດ້ວຍວີຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ຊຸດອົບຮົມຄັ້ງນີ້ໃຊ້ເວລາ 2 ວັນ, ນັກສຳມະນາກອນຈະໄດ້ຄົ້ນຄ້ວາ, ຮຽນຮູ້ກ່ຽວກັບຫຼັກການປ້ອງກັນພືດແບບປະສົມປະສານ, ການປ້ອງກັນ ແລະ ການກຳຈັດບົ້ງສາລີ, ການນຳໃຊ້ສານເຄມີເຂົ້າໃນການປ້ອງກັນ ແລະ ກຳຈັດບົ້ງຝຸງສາລີ, ຫຼັກການປ້ອງການ ແລະ ກຳຈັດສັດຕູພືດ, ພຶ້ນຖານການຈັດການສັດຕູພືດ, ລະບົບນິເວດວິທະຍາ, ວິທິການຈັດການສັດຕູພຶດ, ການຕິດຕັ້ງວົງຈອນຂອງພຶດ, ການຄວບຄຸມວິທິແບບທຳມະຊາດ, ການຄວບຄຸມດ້ວຍຊີວະວິທະຍາ, ການອານຸລັກສັດຕູທຳມະຊາດ, ວິທີການຮັກສາສັດຕູທຳມະຊາດ, ການຄວບຄູມວິທີເຂດຕະກຳ, ການຄວບຄຸມດ້ວຍວິທີກົນ, ການປ້ອງກັນດ້ວຍວິທີກາຍຍະພາບ ແລະ ການຄວບຄຸມດ້ວຍການນຳໃຊ້ສະໝຸນໄພຈາກພືດ.

ຈາກນັ້ນກໍ່ໄດ້ລົງສາທິດຕົວຈິງໃນພຶ້ນທີ່ລະບາດຂອງບົ້ງຝູງສາລີຢູ່ເມືອງໄຊຍະບູລີຕື່ມອີກ, ເນື່ອງຈາກວ່າແຂວງໄຊຍະບູລີໄດ້ມີການລະບາດບົ້ງຝູງສາລີທົ່ວແຂວງ, ໃນລະຫວ່າງກາງເດືອນພຶດສະພາ ຜ່ານມາຈົນເຖິງປະຈຸບັນຍັງບົ້ງຝູງສາລີແຜ່ລະບາດອອກໄປຈົນຄົບ 11 ເມືອງທົ່ວແຂວງ, ຍ້ອນແຂວງຂາດງົບປະມານ ແລະ ຂາດຢາຂ້າຝູງບົ້ງທາງກົມປູກຝັງສູນປ້ອງກັນພຶດໄດ້ນຳເອົາອຸກປະກອນ ແລະ ຢາປາບສັດຕູພືດມອບໃຫ້ພະແນກກະສິກຳ ແລະ ປ່າໄມ້ແຂວງໄຊຍະບູລີ.

ເພື່ອນຳໃຊ້ເຂົ້າໃນການປ້ອງກັນກຳຈັດບົ້ງຝູງສາລີ, ເຄື່ອງທີ່ມອບໃນຄັ້ງນີ້ມີເຄື່ອງອຸຕະກະເສດ 1 ຊຸດ, ກັບດັກແມງໄມ້ 1 ຊຸດ ແລະ ຢາປາບສັດຕູພືດ 3 ແກັດ, ລວມມູນຄ່າທັງໝົດ 10.300$ ແລະ 16 ລ້ານ 8 ແສນກີບເປັນສະກຸນເງິນກີບ, ກ່າວມອບຂອງທ່ານ ວິໄລສັກ ເຄນນະວົງ ຫົວໜ້າກົມປູກຝັງ ແລະ ກ່າວຮັບຂອງທ່ານ ຄຳເກິງ ພັນລັກ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງໂດຍຊ່ອງໜ້າພາກສ່ວນທີ່ກ່ຽວຂ້ອງ.

ແຫຼ່ງຂໍ້ມູນ: Media Laos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...