ມາຮູ້ຈັກ! ການນຳໃຊ້ກະຕ່າໄມ້ປ່ອງ ຢູ່ໃນ ສປປ.ລາວ

ກະຕ່າໄມ້ປ່ອງເປັນທີ່ນິຍົມໃຊ້ຫຼາຍໃນປະເທດລາວ ແລະ ເປັນເຄື່ອງໃຊ້ແບບອະເນກປະສົງ ຊຶ່ງມີຮູບຮ່າງໜ້າຕາຫຼາກຫຼາຍຂຶ້ນຢູ່ກັບການໃຊ້ຂອງແຕ່ລະບ່ອນ.

ກະຕ່າໄມ້ປ່ອງເປັນຫັດຖະກຳຊະນິດໜຶ່ງທີ່ທຸກຄົວເຮືອນຢູ່ທາງພາກເໜືອນິຍົມໃຊ້. ກະຕ່າມີລັກສະນະທົ່ວໄປເປັນຊົງກະບອກ. ສ່ວນລຸ່ມ ຫຼື ສ່ວນກົ້ນນ້ອຍກວ່າ ສ່ວນປາກຂອງກະຕ່າໃຫຍ່ກວ່າໜ້ອຍໜຶ່ງ, ສ່ວນກາງກວ້າງແບບເປັນໂປ່ງພໍດີງາມ ຫຼື ກິ້ວເຂົ້າ. ໂດຍປົກກະຕິເຮັດດ້ວຍໄມ້ປ່ອງທີ່ຄົນທາງພາກເໜືອເພິ່ນເອີ້ນວ່າ ໄມ້ໄຜ່. ຂະໜາດຂອງກະຕ່າຂຶ້ນຢູ່ກັບວັດຖຸປະສົງໃນການໃຊ້ສອຍຂອງຜູ້ໃຊ້.

ກະຕ່າເຮັດດ້ວຍເສັ້ນໄຍຂອງໄມ້ປ່ອງມິຄວາມ ແຂງແຮງ, ທົນທານ ແລະ ສາມາດໃຊ້ໄດ້ຫຼາຍກວ່າ 20 ປີ.

ແຫຼ່ງຂໍ້ມູນ: ພາເຂົ້າລາວ

Pha Khao Lao
InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...