Sunday, May 18, 2025
Kbank Laos โอน รับ จ่าย

ເມືອງປາກທາ ຈັດພິທີທຳລາຍອາຫານ ແລະ ເຄື່ອງດື່ມໝົດອາຍຸ ເຊື່ອມຄຸນນະພາບ ຫຼາຍລາຍການ

ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງຮ່ວມກັບຫ້ອງການສາທາເມືອງ ແລະ ໜ່ວຍງານເຕັກໂນໂລຊີປະຈຳເມືອງປາກທາ ລົງກວກາ ແລະ ທຳລາຍສິ້ນຄ້າທີໝົດອາຍຸ ສີນຄ້າທີມາທຳລາຍນັ້ມີປະເພດ ໝີ້ຊ້າງນ້ອຍ,ນໍ້າແຈ່ວສຸກກີ້,ໃບແໜມ,ແປ້ງຟູ,ນໍ້າສະອີ້ວແມັກກີ້,ເຂົ້າໜົມອົມແປ້ງເດັກເບບີ້ມາຍ,ແປ້ງເດັກແຄ, ແລະ ສະປາຍ ເຊິ່ງລວມມູນຄ່າທັງໝົດ 4 ແສນກວ່າກີບ ພີທີດັ່ງກ່າວຈັດຂື້ນໃນວັນທີ 4 ກໍລະກົດ 2019 ນີ້ ຢູ່ທີຫ້ອງການສາທາ ລະນະສຸກເມືອງປາກທາ,ແຂວງບໍ່ແກ້ວໂດຍການເຂົ້າຮ່ວມຂອງ ທ່ານ ດຣ ສີວິໄຊ ແສງຄະກຸນ ຫົວໜ້າຫ້ອງການສາທາລະນະສຸກເມືອງ ແລະ ພາກສວນທີກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົ່ງໃນການທຳລາຍສີນຄ້າທີໝົດອາຍຸໃນຄັ້ງນີ້ກໍ່ເພື່ອເປັນການປົກປ້ອງຜູ້ບໍລິໂພກຈາກສິນຄ້າທີບໍ່ມີຄຸນນະ ພາບເຊື່ອມຄຸນທີອາດຈະສົ່ງຜົນສະທ້ອນຕໍ່ສຸຂະພາບໃນໄລຍະສັ້ນກໍ່ຄືໄລຍະຍາວ ທັງເປັນການປູກຈິສຳນຶກໃຫພໍ່ຄ້າຊາວຂ່າຍບໍ່ໃຫ້ນຳເອົາສິນຄ້າທີໝົດອາຍຸມາວ່າງຈຳນາຍຂ່າຍ ຖ້າແມ່ນຜູ້ຝາຝືນເມືອເຈົ້າໜ້າທີກວດພົບເປັນຈະປະຕິບັດຕາມກົດໝາຍ ດັ່ງນັ້ນທາງ ທາງທິມງານຈຶ່ງລົງກວດຕາມສະຖານທີຕ່າງໆເປັນຕົ້ນແມ່ນລົງກວດພົບຢູ່ຕາມຕະຫຼາດ, ຮ້ານຂ່າຍເຄື່ອງຍອຍ ໃນທົ່ວເທດສະບານເມືອງ ປາກທາ.

ພາບ – ຂ່າວ: ພັດສະວົງ ບຸນຍະຜົນ

ແຫຼ່ງຂໍ້ມູນ: Midia Laos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້