ຊົມເຊີຍ! ນັກທຸລະກິດຍິງແຂວງສະຫວັນນະເຂດໜຶ່ງໃນ10ທີ່ໄດ້ຮັບລາງວັນອາຊຽນ

ທ່ານ ນາງ ສົງບັນດິດ ຍົດໝັ້ນຄົງ ຜູ້ອຳນວຍການບໍລິສັດທົ່ງລະຫາສິນທັງເປັນປະທານສະມາຄົມນັກທຸລະກິດຍິງແຂວງສະຫວັນນະເຂດ ໄດ້ໃຫ້ສຳພາດຕໍ່ຜູ້ສື່ຂ່າວຂອງພວກເຮົາວ່າ:

ຫຼັງຈາກສະພາບທຸລະກິດມີການແຂ່ງຂັນກັນຈື່ງໄເກີດມີແນວຄວາມຄິດຢາກຊຸກຍູ້ພະລິດຕະພັນ ທີ່ເປັນເອກະລັກຂອງລາວກໍ່ຄືຂອງແຂວງສະຫວັນນະເຂດຄື ແຜ່ນແພ,ຜ້າພື້ນເມືອງໂດຍແມ່ນ ການຍ້ອມສີທໍາມະຊາດ,ຝ້າຍເຂັນມື ແລະ ກໍ່ເປັນຝ້າຍທີ່ເປັນທໍາມະຊາດ ປະຈຸບັນບໍລິສັດໄດ້ຫັນປ່ຽນຈາກໂຮງງານຕັດຫຍິບມາສູ່ທຸລະກິດທີ່ເປັນເພື່ອນກັບສີ່ງແວດລ້ອມ ໂດຍພະລິດຕະພັນທັງໝົດເອີ້ນວ່າ:ທຳມະຊາດ 100%ນີ້ແມ່ນຈຸດພິເສດຂອງສິນຄ້າ.

ທ່ານແມ່ນແມ່ຍິງຄົນໜຶ່ງທີ່ໄດ້ຮັບລາງວັນແມ່ຍິງອາຊຽນທີ່ເປັນ 1ຄົນ ໃນ 10 ຄົນຂອງນັກທຸລະກິດທີ່ເປັນຜູ້ຍິງຮັບຜົນສໍາເລັດ ທ່ານເປັນຜູ້ໜື່ງໄດ້ຮັບລາງວັນນີ້ ນອກຈາກລາງວັນອາຊຽນແລ້ວ ເພີ່ນກໍ່ຍັງໄດ້ຮັບລາງວັນລະດັບປະເທດຄືລາງວັນນັກພັດທະນາດີເດັ່ນແຫ່ງຊາດ ທີ່ລັດຖະບານລາວມອບໃຫ້, ແລະຍັງມີລາວັນອື່ນໆທີ່ຕ່າງປະ ເທດຄື ໄດ້ຮັບລາງວັນການອອກແບບດີເດັ່ນຂອງຜະລິດຕະພັນທີ່ປະເທດຍີ່ປຸ່ນ ແລະຍັງມີລາາງວັນຜະລິດຕະ ພັນຜ້າຝ້າຍຍ້ອມຄາມຈາກປະເທດຢູໂຣບ.

ຜ່ານການເຮັດທຸລະກິດເກືອບ 25 ປີຂອງບໍລິສັດຖືວ່າໄດ້ມີຜົນງານອັນໂດດເດັ່ນໃນສັງຄົມລາວກໍ່ຄືຢູ່ໃນອາຊຽນໃນນັ້ນຜົນງານທີ່ເດັ່ນຂອງບໍລິສັດແມ່ນເຮັດໂຮງງານຕັດຫຍິບສົ່ງອອກໄປຕ່າງປະເທດທີ່ເປັນຜະລິດຕະພັນມີ ຜ້າຝ້າຍ, ຖົງ ຊົບໝອນ,ຜ້າປູໂຕະແລະເຄື່ອງໃຊ້ປະເພດປະດັບອື່ນໆ ປະຈຸບັນ ເຮັດຜະລິດທຳມະຊາດພໍດີ 10 ປີ ທີ່ເຮັດກັບບໍລິສັດຍີ່ປຸ່ນແລະສົ່ງອອກ 2 ຄອນເທເນີ້, ມີຕົ້ນເດືອນ1ເທື່ອ ທ້າຍເດືອນ1ເທື່ອ ໂດຍຂາຍຢູ່ໃນ 150 ປະເທດແລະມີ 1.500 ກວ່າຮ້ານໃນໂລກທີ່ຂາຍສິນຄ້າບໍລິສັດທົງລະຫາສິນ.

ເຊີິ່ງໄດ້ຜະລິດເປັນປະຈໍາແລະມີແຜນການຕະຫຼອດລ່ວງໜ້າກ່ອນປີ 1 ພະນັກງານກຳມະກອນເຮັດວຽກປົກກະຕິໂດຍປະຕິບັດຕາມລະບຽບກົດໝາຍຂອງ ສປປ ລາວ ພ້ອມທັງມີການຮັບຮອງມີເງິນເດືອນປະຈໍາ,ມີຊີວິດການເປັນຢູ່ດີຂື້ນເປັນໄລຍະ 20 ກວ່າປີ, ທີ່ໄດ້ຮັບການຮໍ່າຮຽນຝຶກຝົນຕົນເອງໃນການເຮັດວຽກໃຫ້ໄດ້ມາດຕະຖານຂອງຕ່າງປະເທດໃນລະດັບສາກົນ, ນອກນັ້ນເພີ່ນກໍ່ຍັງໄດ້ສົ່ງເສີມຊຸກຍູ້ ຊ່ວຍເຫຼືອຊຸມຊົນເມືອງສອງຄອນແຂວງສະຫວັນນະເຂດຂອງພວກເຮົາ

ຕອນທ້ານທ່ານ ນາງສົງບັນດິດ ຍົດໝັ້ນຄົງ ຍັງເວົ້າຕື່ມອີກວ່າ:ໃນຕໍ່ໜ້າຍັງມີແຜນທີ່ຈະຂະຫຍາຍໂຮງງານຕື່ມອີກ..
ແຫຼ່ງຂໍ້ມູນ: medialaos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...