ເປີດນຳໃຊ້ແລ້ວ! ອາຄານຫຼັງໃໝ່ ສູນສະຖິຕິແຫ່ງຊາດ

ພິ­ທີ​ມອບ-ຮັບ ແລະ ເປີດ​ນຳ​ໃຊ້​ອາ­ຄານ​ຫຼັງ​ໃໝ່ ສູນ​ສະ­ຖິ­ຕິ​ແຫ່ງ​ຊາດ ຈັດ​ຂຶ້ນ​ກ່າວ​ມອບ​ໂດຍ​ທ່ານ ຄຳ​ໄພ ສົມ​ຊະ­ນະ ປະ­ທານ​ບໍ­ລິ­ສັດ ກຸ່ມ​ຄຳ​ໄພ​ຊະ­ນະ ຈຳ­ກັດ​ຜູ້​ດຽວ ແລະ ກ່າວ​ຮັບ​ໂດຍ​ທ່ານ ສະ­ໄໝ​ຈັນ ບຸບ­ຜາ ຫົວ­ໜ້າ​ສູນ​ສະ­ຖິ­ຕິ​ແຫ່ງ​ຊາດ.

ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ສົມ​ສະ­ຫວາດ ເລັ່ງ​ສະ​ຫວັດ ອະ­ດີດ​ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ທ່ານ​ນາງ ຄຳ​ຈັນ ວົງ​ແສນ​ບູນ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ແຜນ­ການ ແລະ ການ​ລົງ­ທຶນ ພ້ອມ​ດ້ວຍ​ພະ­ນັກ­ງານ​ຫຼັກ​ແຫຼ່ງ​ພາຍ​ໃນ​ສູນ​ສະ­ຖິ­ຕິ​ແຫ່ງ​ຊາດ.

ໂຄງ­ການ​ກໍ່­ສ້າງ​ອາ­ຄານ​ຫຼັງ​ໃໝ່ ສູນ​ສະ­ຖິ­ຕິ​ແຫ່ງ​ຊາດ ຕັ້ງ​ຢູ່​ບ້ານ​ດົງ​ນາ​ໂຊກ​ເໜືອ ເມືອງ​ສີ​ໂຄດ​ຕະ­ບອງ ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ເລີ່ມ​ກໍ່­ສ້າງ​ມາ​ແຕ່​ທ້າຍ​ປີ 2013 ແລະ ສຳ­ເລັດ​ປີ 2019 ໂດຍ​ແມ່ນ​ງົບ­ປະ­ມານ​ຂອງ​ລັດ 100% ບໍ­ລິ­ສັດ​ເປັນ​ຜູ້​ລົງ­ທຶນ​ກ່ອນ.

ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...