ກຳມະບານສະຫວັນນະເຂດ ໃຫ້ຄວາມຮູ້ພື້ນຖານການເຄື່ອນຍ້າຍແຮງງານແບບປອດໄພແກ່ປະຊາຊົນ

ທີ່ສູນຂໍ້ມູນ-ຂ່າວສານ ສຳລັບແຮງງານເຄື່ອນຍ້າຍ ຂອງສະຫະພັນກຳມະບານແຂວງສະຫວັນນະເຂດ ເຊິ່ງນຳໂດຍ ທ່ານ ນາງ ພົມມາ ທອງເພັງ ແລະ ທ່ານ ຄຳຕັນ ສີໂພໄຊ ຮອງປະທານຄະນະບໍລິຫານງານສະຫະພັນກຳມະບານແຂວງ ພ້ອມດ້ວຍວິຊາການອີກຈຳນວນໜຶ່ງ.

ໄດ້ມີການແບ່ງຄວາມຮັບຜິດຊອບອອກເປັນ 2 ທີມ ເພື່ອສຶບຕໍ່ລົງເຄື່ອນໄຫວໂຄສະນາຄວາມຮູ້ພື້ນຖານກ່ຽວ ກັບແຮງງານເຄື່ອນຍ້າຍແບບປອດໄພ ໃຫ້ແກ່ປະຊາຊົນ 8 ບ້ານເປົ້າໝາຍ ທີ່ຂື້ນກັບເມືອງຈຳພອນ, ເມືອງຊົນນະບູລີ, ເມືອງໄຊພູທອງ ແລະ ເມືອງສອງຄອນ ດ້ວຍການນຳເອົາບົດຮຽນ ແລະ ຂໍ້ມູນ-ຂ່າວສານທີ່ສຳຄັນຈຳນວນໜຶ່ງ ເປັນຕົ້ນແມ່ນ:

ສິດ, ພາລະບົດບາດຂອງສະຫະພັນກຳມະບານລາວ ແລະ ຂອງສູນຂໍ້ມູນ-ຂ່າວສານທີ່ມີຕໍ່ແຮງງານເຄື່ອນຍ້າຍ, ຄວາມສ່ຽງ ແລະ ວິທີຫຼຸດຜ່ອນຄວາມສ່ຽງຂອງການເຄື່ອນຍ້າຍແຮງງານແບບບໍ່ຖືກຕ້ອງ ແລະ ບົດຮຽນອື່ນໆ ນຳມາເຜີຍແຜ່ໃຫ້ແກ່ພໍ່ແມ່ປະຊາຊົນທີ່ຂື້ນກັບເມືອງດັ່ງກ່າວ ໄດ້ຮັບຮູ້ຂໍ້ມູນ-ຂ່າວສານ ທີ່ຖືກຕ້ອງ ແລະ ຊັດເຈນ

ເພື່ອລີກລ້ຽງຈາກການຖືກກົດຂີ່ຂູດຮີດທາງດ້ານແຮງງານ ຈົນກ້າວໄປເຖິງການຫຼຸດຜ່ອນຄວາມສ່ຽງຂອງການຕົກເປັນເຫຍື່ອຂອງການຄ້າມະນຸດໃນອານາຄົດ. ເຊິ່ງໄດ້ຮັບຄວາມສົນອົກສົນໃຈ ຈາກພໍ່ແມ່ປະຊາຊົນເຂົ້າຮ່ວມຮັບຟັງເປັນຈຳນວນຫຼວງຫຼາຍ.

ແຫຼ່ງຂໍ້ມູນ: Midia Laos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...