ແຂວງໄຊຍະບູລີ ມີລາຍຮັບຈາກການທ່ອງທ່ຽວທັງໝົດ 8,7 ລ້ານໂດລາສະຫະລັດ

ໃນ 1 ປີ ຜ່ານມາອຳນາດການປົກຄອງແຂວງໄດ້ຖືເອົາປີທ່ອງທ່ຽວລາວເປັນວຽກງານຈຸດສຸມ ແລະ ເປັນກິດຈະກຳທີ່ສຳຄັນຂອງແຂວງ. ເຮັດໃຫ້ບັນດາຂະແໜງການ, ບັນດາເມືອງເອົາໃຈໃສ່ໃນການຈັດ ຕັ້ງປະຕິບັດດ້ວຍຄວາມຮັບຜິດຊອບສູງ ພ້ອມນີ້ຂະແໜງການທ່ອງທ່ຽວຍັງໄດ້ປະສານກັບບັນດາຂະແໜງການອຳນາດການປົກຄອງແຕ່ລະຂັ້ນ, ຜູ້ປະກອບການເປັນເຈົ້າການຈັດຕັ້ງປະຕິບັດກິດຈະກຳຕ່າງໆ ເພື່ອຊຸກຍູ້ການທ່ອງທ່ຽວພາຍໃນແຂວງໃຫ້ມີທ່ວງທ່າຂະຫຍາຍຕົວ ແລະ ຟົດຟື້ນຂຶ້ນຕາມລຳດັບ.

ທ່ານ ຈັນທີ ສີມະນີຈັນ ຫົວໜ້າພະແນກຖວທ ໄດ້ກ່າວຕໍ່ກອງປະຊຸມສະໄໝສາມັນເທື່ອທີ່ 7 ຂອງສະ ພາປະຊາຊົນແຂວງຊຸດທີ I ທີ່ສຳເລັດໄປຫວ່າງບໍ່ດົນມານີ້ວ່າ: ໃນການຈັດ ປີທ່ອງທ່ຽວລາວ2018 ຜ່ານມາແຂວງໄຊຍະບູລີ ແມ່ນໄດ້ກຳນົດເອົາ 12 ກິດຈະກຳຫຼັກເຊັ່ນ: ປີທ່ອງທ່ຽວລາວ 2018 ຈັດຂຶ້ນພ້ອມກັນງານມະຫາກຳບຸນຊ້າງ ໃນລະຫວ່າງວັນທີ 16-21 ກຸມພາ 2018 ມີຄົນເຂົ້າຮ່ວມທັງໝົດ 1 ແສນກວ່າຄົນ, ມີເງິນໝູນວຽນທັງໝົດ 24 ຕື້ກີບ ນອກຈາກນີ້ບັນດາເມືອງ ຍັງໄດ້ຍົກລະດັບການຈັດງານບຸນປະເພນີ ທີ່ເປັນເອກະລັກຂອງທ່ອງຖິ່ນຂຶ້ນເປັນງານເທດສະການເພື່ອໂຄສະນາ ແລະ ສະ ເຫຼີມສະຫຼອງປີທ່ອງທ່ຽວລາວ ເປັນຕົ້ນເທດສະການບຸນກອງເຂົ້າໃຫຍ່ເມືອງພຽງຈັດຂຶ້ນໃນວັນທີ 9 ມັງ ກອນ 2018 ມີຄົນເຂົ້າຮ່ວມ 30.000 ກວ່າຄົນ ມີເງິນໝູນວຽນປະມານ 7 ຕື້ກວ່າກີບ, ງານເທດສະ ການບຸນເຂົ້າຈີ່ໃຫຍ່ ເມືອງບໍ່ແຕນ ຈັດຂຶ້ນໃນວັນທີ 31 ມັງກອນ 2018 ມີຜູ້ເຂົ້າຮ່ວມງານ 6.000 ກວ່າຄົນ ມີເງິນໝູນວຽນປະມານ 1,5 ຕື້ກີບ, ເທດສະການຜີໂຂນ ເມືອງປາກລາຍ ຈັດຂຶ້ນວັນທີ 28 ກຸມພາ 2018 ມີຜູ້ເຂົ້າຮ່ວມງານ 35.000 ກວ່າຄົນ ມີເງິນໝູນວຽນ 8 ຕື້ກວ່າກີບ, ເທດ ສະການພະທາດປວກເມືອງຄອບ ຈັດຂຶ້ນວັນທີ 16 ມີນາ 2018 ມີຜູ້ເຂົ້າຮ່ວມ 5.000 ຄົນ ມີເງິນໝູນວຽນ 1,2 ຕື້ກີບ, ງານທ່ອງທ່ຽວທຳມະຊາດຖໍ້າພໍ່ບົວເມືອງຊຽງຮ່ອນຈັດຂຶ້ນວັນທີ 18 ເມສາ 2018 ມີຜູ້ເຂົ້າຮ່ວມງານ 5.500 ຄົນ ມີເງິນໝູນວຽນ 1,3 ຕື້ກີບ, ງານນະມັດສະການບຸນບັ້ງໄຟຖວາຍພະ ທາດນາງສາມຜິວ ເມືອງທົ່ງມີໄຊ ຈັດຂຶ້ນວັນທີ່ 23 ເມສາ 2018 ມີຄົນເຂົ້າຮ່ວມ 8000 ຄົນມີເງິນໝູນວຽນ 2 ຕື້ກີບ, ງານທ່ອງທ່ຽວຫັດຖະກຳຕໍ່າຫູກ ແລະ ຜ້າຫ້ອມຍ້ອມນິນ ເມືອງຫົງສາ ຈັດຂຶ້ນວັນທີ 13 ຕຸລາ 2018 ມີຄົນເຂົ້າຮ່ວມ 8.500 ຄົນ ມີເງິນໝູນວຽນ 2,2 ຕື້ກີບ, ງານເທດສະການບຸນຊ່ວງ ເຮືອເມືອງໄຊຍະບູລີ ຈັດຂຶ້ນວັນທີ 24 ຕຸລາ 2018 ມີຄົນເຂົ້າຮ່ວມ 35.000 ຄົນ ມີເງິນໝູນວຽນ 8 ຕື້ກີບ, ງານບຸນເຜົ່າລື້ ແລະ ຫັດຖະກຳຜ້າຝ້າຍເມືອງເງິນ ຈັດຂຶ້ນວັນທີ 14 ພະຈິກ 2018 ມີຄົນເຂົ້າຮ່ວມ 6.000 ຄົນ ມີເງິນໝູນວຽນ1,5 ຕື້ກີບ ແລະ ງານທ່ອງທ່ຽວພູເຂົາທະເລໝອກ ແລະ ຕົ້ນຊາໃຫຍ່ພັນປີເມືອງໄຊສະຖານ ຈັດຂຶ້ນວັນທີ 26 ທັນວາ 2018 ມີຄົນເຂົ້າຮ່ວມ 5.000 ຄົນ ມີເງິນໝູນວຽນ 1,2 ຕື້ກີບ.

ການຈັດງານດັ່ງກ່າວເປັນການເຜີຍແຜ່ ແລະ ສົ່ງເສີມວັດທະນະທຳຮີດຄອງປະເພ ນີຂອງບັນດາເມືອງ ທັງເປັນການດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໄດ້ຮັບຮູ້ ແລະ ມີຄວາມສົນໃຈເຂົ້າມາທ່ຽວແຂວງໄຊຍະບູລີຫຼາຍຂຶ້ນເຊິ່ງສະແດງອອກ ໃນປີ 2018 ມີນັກທ່ອງທ່ຽວເຂົ້າມາທ່ຽວ ແລະ ຜ່ານແຂວງໄຊຍະບູລີທັງໝົດ 1.60.419 ຄົນ ສາມາດສ້າງລາຍຮັບຈາກການທ່ອງ ທ່ຽວທັງໝົດ 8,7 ລ້ານໂດລາສະຫະລັດ, ທຽບໃສ່ແຜນການປີປະຕິບັດລື່ນ 23% ແລະ ທຽບໃສ່ປີ 2107 ເພີ່ມຂຶ້ນ 51 ພັນກວ່າຄົນ. ທ່ານຍັງກ່າວຕື່ມວ່າສຳລັບ 6 ເດືອນຕົ້ນປີ 2019 ມີນັກທ່ອງທ່ຽວເຂົ້າມາ ແລະ ຜ່ານແຂວງໄຊຍະບູລີທັງໝົດ 71.872 ຄົນ ສາມາດສ້າງລາຍຮັບຈາກການທ່ອງທ່ຽວໄດ້ 3,7 ລ້ານໂດລາສະຫະລັດ ແລະ 6 ເດືອນທ້າຍປີສູ້ຊົນໃຫ້ໄດ້ 63.128 ຄົນ ຄາດວ່າຈະສາມາດສ້າງລາຍຮັບຈາກການທ່ອງທ່ຽວໄດ້ 3,5 ລ້ານໂດລາສະຫະລັດ.

ໂດຍສືບຕໍ່ຊຸກຍູ້ສົ່ງເສີມບັນດາບຸນເທດສະ ການ ແລະ ກິດຈະກໍາການທ່ອງທ່ຽວຢູ່ບັນດາເມືອງ, ປັບປຸງຂອດບໍລິການຢູ່ບັນດາຫົວໜ່ວຍທຸລະກິດເຊັ່ນ: ແຫຼ່ງທ່ອງທ່ຽວ, ໂຮງແຮມ, ຣີສອດ, ຮ້ານອາຫານ ແລະ ຮ້ານບັນເທິງໃຫ້ໄດ້ມາດຕະຖານໃນການບໍລິການ.
———————
ແຫຼ່ງຂໍ້ມູນ: ບຸນທີ ແສງຈັນທະລາ, Midia Laos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...