ຕົກໃຈ! ຕົ້ນກຳເນີດແມ່ນ້ຳຂອງ ລະລາຍລົງຢ່າງໄວວາ ຍ້ອນພາວະໂລກຮ້ອນ!

ຕົ້ນກຳເນີດຂອງແມ່ນ້ຳຂອງ ແລະແມ່ນ້ຳສາຍຫຼັກໃນອາຊີ ແມ່ນໄຫຼມາຈາກແທ່ນນ້ຳກ້ອນໃນພູເຂົາຫິມາ ໄລ ແລະແທ່ນນ້ຳກ້ອນຫິມາໄລ -ຮິນດູກຸດ ຖືກຂະໜານນາມວ່າເປັນຂົ້ວໂລກທີສາມເພາະມີນ້ຳກ້ອນປະ ລິມານມະຫາສານ ກິນພື້ນທີ່ 100.000 ຕາລາງກິໂລແມັດ ແລະເປັນແຫຼ່ງນ້ຳຈືດທີ່ສຳຄັນຂອງໂລກ ຄືແມ່ນ້ຳຢັງຊີກຽງ, ແມ່ນ້ຳເຫຼືອງ, ແມ່ນ້ຳຄົງຄາ, ແມ່ນ້ຳພົມມະບຸດ, ແມ່ນ້ຳສິນທຸ, ແມ່ນ້ຳສາລະວິນ ແລະແມ່ນ້ຳຂອງ.

ແຕ່ໃນຊ່ວງ 50 ປີທີ່ຜ່ານມາ, ແທ່ນນ້ຳກ້ອນໃນຫິມາໄລ ລະລາຍໄວຂຶ້ນ ແລະມີປະລິມານນ້ອຍລົງຢ່າງ ໜ້າຕົກໃຈ ແລະຍິ່ງໄວວາຂຶ້ນ ຕັ້ງແຕ່ປີ 1993 ແມ່ນສູນເສຍໄປເລື້ອຍໆ.

ແທ່ນນ້ຳກ້ອນ ເສຍໄປ ປີລະ 8.000 ລ້ານຕັນ ຄວາມສູງເສຍໄປ 5 ແມັດຕໍ່ປີ.

ຕົ້ນກຳເນີດແມ່ນ້ຳຂອງ ຢູ່ດ້ານທິດເໜືອຂອງພູເຂົາກົວຊາງມູຊາ ໃນຕີເບດ ເຊິ່ງມີຄວາມສູງ 5.224 ແມັດ ໄຫຼມາລວມກັນເປັນແມ່ນ້ຳຈາຊູ ແລ້ວກາຍເປັນແມ່ນ້ຳຫຼານຊາງຈຽງ ຫຼືແມ່ນ້ຳລ້ານຊ້າງ ໃນແຄວ້ນ ອຳໂດ.

ແທ່ນນ້ຳຂອງ ທີ່ລະລາຍໄວຜິດປົກກະຕິ ຈະບໍ່ເກີດໃຫ້ເກີດໄພແຫ້ງແລ້ງໃນໄລຍະສັ້ນ ແຕ່ຈະຂາດແຄນ ນ້ຳໃນໄລຍະຍາວ ລາວ, ໄທ, ມຽນມາ ແລະຈີນ ຈະໄດ້ຮັບຜົນກະທົບ.

ສ່ວນຫວຽດນາມ ຈະຖືກນ້ຳຖ້ວມ ແລະແຜ່ນດິນຕາມແຄມຝັ່ງຈະຫາຍໄປ.

ແຫຼ່ງຂໍ້ມູນ: https://www.posttoday.com/world/595645

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

1 ຄວາມ​ຄິດ​ເຫັນ

  1. ເປັນຫ້ນາວີຕົກທີມະນຸດໄດ້ທໍາລາຍສີ່ງແວດລ້ອມຈົນເຮັດໃຫ້ເປັນຈິງສົງຂາມນ້ໍາໄຊ້ແລະດືມຫລືວ່ານ້ໍາຈືດດັງທີນັກວິທະຍາສາດໄດ້ເຕືອນແລ້ວວ່າໃນຕໍໄປພວກເຮົາຈະມີບັນຫາໃຫ່ຍຫລວງກ່ຽວກັບການຂາດແຄນນ້ໍາດືມແລະນ້ໍາໄຊ້

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...