Saturday, March 22, 2025

ເນື້ອໃນກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນກໍລະກົດ 2019

ກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນກໍລະກົດ 2019, ໄດ້ຄົ້ນຄວ້າ ປະກອບຄໍາເຫັນ ແລະ ເປັນເອກະພາບກັນສູງຕໍ່ 06 ຫົວຂໍ້ທີ່ນໍາມາປຶກສາຫາລື” – at 23-24 ກໍລະກົດ 2019 ນະຄອນຫຼວງວຽງຈັນ ສປປລາວ

ກອງປະຊຸມໄດ້ຮັບຟັງການລາຍງານສະພາບພົ້ນເດັ່ນ ພາຍໃນປະເທດ ແລະ ສາກົນ, ທັງໃຫ້ທິດຊີ້ນໍາ ກ່ຽວຂ້ອງກັບ:

1. ບັນຫາແຜ່ລະບາດຂອງໄຂ້ຍຸງລາຍ (ໄຂ້ເລືອດອອກ) ໃນທົ່ວປະເທດ,
2. ບັນຫາໂລກອະຫິວາໝູລະບາດ,
3. ບັນຫາລະບາດຂອງສັດຕູພືດຊະນິດໃໝ່ (ບົ້ງກິນຕົ້ນສາລີ, ພືດອື່ນໆ),
4. ບັນຫາໄພແຫ້ງແລ້ງ ເຮັດໃຫ້ແມ່ນໍ້າລໍາເຊ ແລະ ແມ່ນໍ້າຂອງຫລຸດລະດັບລົງຫລາຍ ເປັນຜົນກະທົບຕໍ່ການພັດທະນາກະສິກໍາ ແລະ ການປູກຝັງຂອງປະຊາຊົນ,
5. ບັນຫາອັດຕາແລກປ່ຽນ ແລະ ຄວາມຄ່ອງຕົວຂອງລະບົບເງິນຕາຂອງປະເທດ,
6. ສະພາບການຫາງສຽງຂອງປະຊາຊົນຕໍ່ບັນຫາຕ່າງໆ ຂອງການຄຸ້ມຄອງບໍລິຫານລັດ

ລວມທັງການຄຸ້ມຄອງລະບົບຂ່າວສານ ໂດຍສະເພາະການສື່ສານອອນລາຍ.

ແຫຼ່ງຂໍ້ມູນ: Midia Laos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່