Wednesday, April 23, 2025

ກະສິກຳ ແລະ ປ່າໄມ້ ເມືອງເຊໂປນ ທຳລາຍຊີ້ນສ່ວນໝູທີ່ນຳເຂົ້າບໍ່ຖືກຕ້ອງ

ເພື່ອປະຕິບັດຕາມແຈ້ງການຂອງພະແນກກະສິກຳ ແລະ ປ່າໄມ້ແຂວງສະຫວັນນະເຂດ ໃນການເອົາໃຈໃສ່ສະກັດກັ້ນການນຳເຂົ້າຊີ້ນໝູ ໃນຕອນແລງຂອງວັນທີ 15 ກໍລະກົດ 2019 ທີ່ເດີ່ນຫ້ອງການກະສິກຳ ແລະ ປ່າໄມ້ເມືອງເຊໂປນ ແຂວງສະຫວັນນະເຂດ

ໄດ້ຈັດພິທີທຳລາຍຊີ້ນໝູ ທີ່ນຳເຂົ້າບໍ່ຖືກຕ້ອງຈຳນວນ 92 ກິໂລ ທີ່ເຈົ້າໜ້າທີ່ສັດຕະວະແພດກວດກາເຫັນມີການຊຸກເຊື່ອງມາໃນລົດໂດຍສານສອງແຖວ ເຊໂປນ – ແຊນແດນ ໝາຍເລກທະບຽນ 3509 ເຊິ່ງພົບເຫັນ ແລະ ຢຶດເອົາຊີ້ນໝູທີ່ນຳເຂົ້າມາບໍ່ຖືກຕ້ອງເຂດ ບ້ານນາລົມ ເມືອງເຊໂປນ ແຂວງສະຫວັນນະເຂດ

ສະນັ້ນເພື່ອເປັນການສະກັດກັ້ນການລະບາດຂອງພະຍາດອະຫິວາໝູອາຟຣິກາ ທີ່ກຳລັງລະບາດຢູ່ພາກກາງຂອງ ສສຫວຽດນາມ ເຊິ່ງພະຍາດດັ່ງກ່າວບໍ່ສາມາດຮັກສາໄດ້ ແລະ ປິ່ນປົວໄດ້ ແລະ ມີອັດຕາການຕາຍສູງເຖິງ 90% ສະນັ້ນຈຶ່ງໄດ້ຈັດພິທີທຳລາຍຖິ້ມດ້ວຍການເຜົາ ຫຼືຝັງຕາມເຕັກນິກວິຊາການພ້ອມທັງກ່າວເຕືອນ ແລະ ເຮັດບົດບັນທຶກຢຶດຊີ້ນສ່ວນດັ່ງກ່າວ ແລະ ຢາກຝາກເຕືອນມາຍັງພໍ່ແມ່ປະຊາຊົນຈົ່ງເອົາໃຈໃສ່ກ່ອນຈະຊື່ເຄື່ອງບໍລິໂພກຕ່າງໆເພື່ອລີກລ້ຽງບັນຫາຕໍ່ສຸຂະພາບຂອງບັນດາທ່ານທີ່ຈະຕາມມາ.

ແຫຼ່ງຂໍ້ມູນ: Midia Laos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.