ປະກາດເລື່ອນຊັ້ນນາຍທະຫານຂັ້ນສູງ ຈາກພົນຕີຂຶ້ນຊັ້ນພົນໂທ

ພິທີປະກາດ ເລື່ອນຊັ້ນນາຍທະຫານຂັ້ນສູງຈາກຊັ້ນພົນຕີຂຶ້ນຊັ້ນພົນໂທ ໃຫ້ ສະຫາຍ ພົນຕີ ປອ ທອງລອຍ ສີລິວົງ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບໄດ້ຈັດຂຶ້ນຢູ່ສະໂມສອນ ກະຊວງປ້ອງກັນປະເທດ.

ໂດຍເປັນກຽດເຂົ້າຮ່ວມ ແລະ ປະດັບຊັ້ນ, ໂດຍ ສະຫາຍ ພັນຄໍາ ວິພາວັນ ກຳມະການກົມການ ເມືອງສູນກາງພັກ, ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ, ມີສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງ ກັນປະເທດ, ມີກຳມະການສູນກາງພັກ, ຄະນະນໍາກະຊວງ ປ້ອງກັນປະເທດ, ຄະນະພັກກົມ, ຫ້ອງການ, ອ້ອມຂ້າງກະຊວງ ປ້ອງກັນປະເທດເຂົ້າຮ່ວມ.

ສະຫາຍ ນາງ ບຸດສະດີ ທະນະເມືອງ ຫົວໜ້າກົມຄຸ້ມຄອງພະນັກງານຄະນະຈັດຕັ້ງສູນກາງ ພັກ ໄດ້ຂຶ້ນຜ່ານລັດຖະດຳລັດປະທານປະເທດ ວ່າດ້ວຍການເລື່ອນ ຊັ້ນນາຍທະຫານຊັ້ນພົນຕີຂຶ້ນ ຊັ້ນ ພົນໂທ ໂດຍອີງຕາມລັດຖະ ທຳມະນູນ ແຫ່ງ ສປປ ລາວ ສະ ບັບປັບປຸງປີ 2015 ມາດຕາ 67 ຂໍ້ 06, ອີງຕາມກົດໝາຍ ວ່າດ້ວຍນາຍທະຫານສະບັບປັບ ປຸງ ປີ 2018 ແລະ ອີງຕາມໜັງສືສະເໜີຂອງນາຍົກລັດຖະມົນຕີ ສະບັບເລກທີ 73/ນຍ, ລັງວັນ ທີ 03 ກໍລະກົດ 2019. ດັ່ງ ນັ້ນ, ປະທານປະເທດ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈຶ່ງໄດ້ອອກລັດຖະດຳລັດເລກທີ 249/ປປທ, ລົງວັນທີ 19 ກໍລະກົດ 2019 ວ່າດ້ວຍການເລື່ອນຊັ້ນນາຍທະ ຫານຊັ້ນພົນຕີຂຶ້ນຊັ້ນພົນໂທ.

ແຫຼ່ງຂໍ້ມູນ: ສົມພອນ MediaLaos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...