Thursday, March 20, 2025

ສະມາຄົມນັກຂ່າວ ລາວ-ຫວຽດນາມ ສໍາມະນາສາກົນ ຫົວຂໍ້” ສື່ມວນຊົນລາວ-ຫວຽດນາມໃນສັງກັດສື່ດີຈີຕອນ

ທີ່ເມືອງເກືອລໍ ແຂວງເຫງອານ ສສຫວຽດນາມ.

ກອງປະຊຸມສໍາມະນາຄັ້ງນີ້ແນໃສ່ແລກປ່ຽນບົດຮຽນ ແລະ ປະສົບການກ່ຽວການປະຕິບັດວຽກງານຜ່ານມາ, ປຶກສາກັນກ່ຽວການກຳນົດບົດບາດ, ໜ້າທີ່ ແລະ ຄວາມຮັບຜິດຊອບການເມືອງຂອງຂອງສື່ມວນຊົນໃນໄລຍະໃໝ່ ໄລຍະແຫ່ງ ສື່ດີຈີຕອນ.

ກອງປະຊຸມຍັງປຶກສາກັນໃນການເພີ່ມທະວີການຮ່ວມມືລະຫວ່າງສອງສະມາຄົມໃນໄລຍະໃໝ່. ເຂົ້າກອງປະຊຸມຝ່າຍລາວນໍາໂດຍ ທ່ານ ສະຫວັນຄອນ ຣາຊະມຸນຕີ ຮອງລັດຖະມົນຕີກະຊວງ ຖວທ, ປະທານ ສະມາຄົມນັກຂ່າວແຫ່ງສປປລາວ ພ້ອມຄະນະນໍາ ແລະ ນັກຂ່າວລາວ. ຝ່າຍຫວຽດນາມນໍາໂດຍ ທ່ານ ຖວນຫິວ ຫົວໜ້າ ບກ ໃຫຍ່ ໜັງສືພິມເຍິນເຢິນ ປະທານ ສະມາຄົມນັກຂ່າວສສຫວຽດນາມ ພ້ອມດ້ວຍຄະນະ ບກ ແລະ ນັກຂ່າວຫວຽດນາມ.


#medialaos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.