Saturday, November 15, 2025
Kbank Laos โอน รับ จ่าย

4 ແຂວງພາກໃຕ້ ຫາລືສ້າງຮ່າງແຜນພັດທະນາການທ່ອງທ່ຽວຮ່ວມກັນ

ທີ່ ແຂວງສາລະວັນ ກົມພັດທະນາການທ່ອງທ່ຽວ ກະຊວງຖວທ ຈັດກອງປະຊຸມວິຊາການປຶກສາຫາລືການສ້າງຮ່າງແຜນພັດທະນາການທ່ອງທ່ຽວໃນເຂດ 3 ຫຼ່ຽມພັດທະນາກຳປູເຈຍ, ລາວ, ຫວຽດນາມ, ໂດຍການເຂົ້າຮ່ວມຂອງ ທ່ານ ຄົມ ດວງຈັນທາ ຮອງຫົວໜ້າ ກົມຮ່ວມມືສາກົນກະຊວງ ຖວທ.

ມີ ທ່ານ ນາງ ພອນມະລີ ອິນທະພົມ ຮອງຫົວໜ້າ ກົມພັດທະນາການທ່ອງທ່ຽວ ຖວທ, ມີບັນດາຄະນະພະແນກຈາກ 4 ແຂວງພາກໃຕ້ຄື: ແຂວງສາລະວັນ, ເຊກອງ, ຈຳປາສັກ ແລະ ອັດຕະປື, ກົມເສດຖະກິດ, ກະຊວງການຕ່າງປະເທດ ແລະຫົວໜ່ວຍທຸລະກິດທ່ອງທ່ຽວ 4 ແຂວງພາກໃຕ້ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ໄດ້ປຶກສາຫາລື, ກຳນົດບັນດາຄວາມຕ້ອງການດ້ານເນື້ອໃນ ແລະກິດຈະກໍາການທ່ອງທ່ຽວທີ່ຕິດພັນກັບວຽກງານພັດທະນາການທ່ອງທ່ຽວຂອງ 4 ແຂວງພາກໃຕ້ ແນໃສ່ຮັບປະກັນການພັດທະນາການທ່ອງທ່ຽວແບບຍືນຍົງ ໃນການພັດທະນາການທ່ອງທ່ຽວເຂດສາມຫຼ່ຽມພັດທະນາ ກຳປູເຈຍ, ລາວ, ຫວຽດນາມ ທີ່ມີເງື່ອນໄຂທ່າແຮງບົ່ມຊ້ອນຫຼາຍດ້ານ ແລະຍັງພົບກັບບັນຫາສິ່ງທ້າທາຍຕໍ່ກັບການພັດທະນາການທ່ອງທ່ຽວເປັນຕົ້ນ: ພື້ນຖານໂຄງລ່າງ, ຂາດແຫຼ່ງທຶນ ແລະບຸກຄະລາກອນທີ່ມີຄຸນນະພາບ.
—————————-
ພອນສະໄໝ
Medialaos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.