Wednesday, July 9, 2025
Kbank Laos โอน รับ จ่าย

ສາລະວັນ ຫາລືກຽມດໍາເນີນການກໍ່ສ້າງສາຍສົ່ງໄຟຟ້າແຮງສູງ ແລະແຮງສົ່ງ 500 ກິໂລໂວນ

ທີ່ຫ້ອງປະຊຸມລັດວິສາຫະກິດໄຟຟ້າລາວສາຂາ ແຂວງສາລະວັນ ຈັດກອງປະຊຸມປຶກສາຫາລື ແລະ ຄົ້ນຄວ້າຄວາມເປັນໄປໄດ້ຂອງໂຄງການກໍ່ສ້າງສາຍສົ່ງໄຟຟ້າແຮງສູງ 500 ກິໂລໂວນ ແລະໄຟຟ້າແຮງສົ່ງ 500 ກິໂລໂວນ. ໂດຍໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ແພງສີ ເມືອງຈັນ ຫົວໜ້າພະແນກພະລັງງານ ແລະບໍ່ແຮ່ແຂວງ, ທ່ານ ດວງສີ ພາຣະຍົກ ຮອງອໍານວຍການໃຫຍ່ລັດວິສາຫະກິດໄຟຟ້າລາວ, ມີທ່ານຮອງເຈົ້າເມືອງ, ຕາງໜ້າຈາກພະແນກການ-ຫ້ອງການທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າປຶກສາຫາລືຫຼາຍບັນຫາ ເພື່ອເຮັດໃຫ້ໂຄງການດັ່ງກ່າວກະທົບສິ່ງແວດລ້ອມໜ້ອຍທີ່ສຸດ. ໂດຍສະເພາະແມ່ນແນໃສ່ຄວາມເປັນມາຂອງໂຄງການ, ມາດຕະຖານຄວາມປອດໄພ, ການອອກແບບ ແລະສຶກສາຜົນກະທົບສິ່ງແວດລ້ອມ-ສັງຄົມ, ຜົນກະທົບຕ່າງໆທີ່ອາດຈະເກີດຈາກໂຄງການ, ນະໂຍບາຍລວມກ່ຽວກັບການຈ່າຍທົດແທນ, ຫຼັກຫານຄິດໄລ່ມູນຄ່າທົດແທນ, ຂໍ້ສະເໜີ ແລະເອກະສານອ້າງອີງຕ່າງໆ.

ແຫຼ່ງຂໍ້ມູນ: ທິດລານີ Medialaos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.

4 ພະຍາດຮ້າຍ ທີ່ມັກມາກັບລະດູຝົນ.

ລະດູຝົນເປັນຊ່ວງເວລາທີ່ທຸກຄົນລໍຖ້າ ເພາະຝົນຈະມາຊ່ວຍບັນເທົາຄວາມຮ້ອນ, ເຮັດໃຫ້ອາກາດເຢັນສະບາຍ ພ້ອມທັງເປັນສັນຍານເຕືອນໃຫ້ເຂົ້າສູ່ລະດູການເຮັດນາ, ທຳການຜະລິດຕ່າງໆ... ແຕ່ໃນຂະນະດຽວກັນ, ລະດູຝົນກໍເປັນໄລຍະທີ່ເຊື້ອພະຍາດຕ່າງໆ ແຜ່ລະບາດໄດ້ງ່າຍທີ່ສຸດ ແລະ ເປັນອັນຕະລາຍຕໍ່ສຸຂະພາບຂອງພວກເຮົາ.