ທົ່ວປະເທດເສຍຊີວິດຍ້ອນໄຂ້ຍຸງ ເກືອບ 40 ຄົນ ຕິດເຊື້ອ 16,6 ພັນຄົນແລ້ວ

ປະຈຸບັນການລະບາດຂອງພະຍາດໄຂ້ຍຸງລາຍໃນທົ່ວປະເທດຍັງສືບຕໍ່ເພີ່ມຂຶ້ນມີຜູ້ຕິດເຊື້ອທັງໝົດ 16.691 ກໍລະນີ ແລະມີຜູ້ເສຍຊີວິດ37 ຄົນ ໃນນັ້ນນະຄອນຫຼວງວຽງຈັນ ມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍເປັນອັນດັບໜຶ່ງ, ຮອງມາແມ່ນຈໍາປາສັກ ແລະສະຫວັນນະເຂດກະຊວງສາທາລະນະສຸກໄດ້ຮຽກຮ້ອງໃຫ້ປະຊົນລາວບັນດາເຜົ່າໃນຂອບເຂດທົ່ວປະເທດໃຫ້ເອົາໃຈໃສ່ປ້ອງກັນຕົນເອງ ແລະມີສ່ວນຮ່ວມກັບອຳນາດການປົກຄອງບ້ານ, ເມືອງ, ແຂວງໃນການກຳຈັດແຫຼ່ງເພາະພັນຍຸງລາຍ. 

ຕາມຕາຕະລາງສະສົມຈໍານວນກໍລະນີ ແລະເສຍຊີວິດຍ້ອນພະຍາດໄຂ້ຍຸງລາຍຂອງກະຊວງສາທາລະນະສຸກສະບັບລ້າສຸດໃນວັນທີ 24 ກໍລະກົດ 2019 ໃຫ້ເຫັນວ່າ: ພະຍາດໄຂ້ຍຸງລາຍໄດ້ມີການລະບາດເກີດຂຶ້ນເປັນວົງກວ້າງສົ່ງຜົນໃຫ້ມີກໍລະນີຄົນເຈັບເພີ່ມຂຶ້ນ ແລະ ອັດຕາການເສຍຊີວິດກໍເພີ່ມຂຶ້ນເຊັ່ນກັນ. ປະຈຸບັນມີຜູ້ເປັນໄຂ້ຍຸງລາຍທັງໝົດ 16.691 ຄົນ, ເສຍຊີວິດແລ້ວ 37 ຄົນ, ນັບແຕ່ວັນທີ 29 ເດືອນທັນວາ 2018 ຫາ ວັນທີ 24 ກໍລະກົດ 2019, ນະຄອນຫຼວງວຽງຈັນ ເປັນອັນ ດັບໜຶ່ງທີ່ມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ 3.462 ກໍລະນີ ເສຍຊີວິດ 8 ຄົນ; ຈຳປາສັກ 2.779 ກໍລະນີ ເສຍຊີວິດ 5 ຄົນ; ສະຫວັນນະເຂດ 2.742 ກໍລະນີ ເສຍຊີວິດ 12 ຄົນ; ສາລະວັນ 2.215 ກໍລະນີ ເສຍຊີວິດ 3 ຄົນ; ຄໍາມ່ວນ 1.697 ກໍລະນີ ເສຍຊີວິດ 4 ຄົນ;

ອັດຕະປື 921 ກໍລະນີ ເສຍຊີວິດ 2 ຄົນ; ບໍລິຄໍາໄຊ 673 ກໍລະນີ ເສຍຊີວິດ 2; ຫຼວງນໍ້າທາ 477 ກໍລະນີ; ແຂວງວຽງ ຈັນ 583 ກໍລະນີ; ເຊກອງ316 ກໍລະ ນີ; ໄຊຍະບູລີ 338 ກໍລະນີ ເສຍຊີວິດ 1 ຄົນ; ຫຼວງພະບາງ 191 ກໍລະນີ; ໄຊສົມບູນ 222 ກໍລະນີ; ອຸດົມໄຊ 39 ກໍລະນີ; ບໍ່ແກ້ວ 15 ກໍລະນີ; ຊຽງຂວາງ 20 ກໍລະນີ; ຜົ້ງສາລີ 1 ກໍລະນີ. ແຂວງທີ່ຍັງບໍ່ມີການລາຍງານຄົນເປັນໄຂ້ຍຸງລາຍແມ່ນແຂວງຫົວພັນ.

ທັງນີ້ກະຊວງສາທາລະນະສຸກໄດ້ຮຽກຮ້ອງໃຫ້ປະຊົນລາວບັນດາເຜົ່າໃນຂອບເຂດທົ່ວປະເທດໃຫ້ເອົາໃຈໃສ່ປ້ອງກັນຕົນເອງ, ນອນໃນມຸ້ງ, ຫຼີກເວັ້ນບໍ່ໃຫ້ຍຸງກັດສິ່ງສຳ ຄັນຕ້ອງມີສ່ວນຮ່ວມກັບອຳນາດການປົກຄອງບ້ານ, ເມືອງ, ແຂວງໃນການອະນາໄມສິ່ງແວດລ້ອມ, ກຳຈັດແຫຼ່ງເພາະພັນຍຸງລາຍໂດຍສະເພາະຈັດຕັ້ງປະຕິບັດຫຼັກ ການ 5ປ ຂອງກະຊວງສາທາລະນະສຸກວາງອອກຢ່າງເຄັ່ງຄັດຄື: ປ ປິດ (ປົກປິດພາສະນະທີ່ກັກເກັບນໍ້າທັງໃນ ແລະ ນອກເຮືອນບໍ່ໃຫ້ຍຸງລາຍມາໄຂ່ໃສ່), ປ ປ່ຽນ (ປ່ຽນນໍ້າໃນພາສະນະທີ່ກັກເກັບນໍ້າເຊັ່ນ: ເຕົ້າດອກໄມ້, ນໍ້າຮອງຕີນຕູ້ ແລະ ອື່ນໆ), ປ ປ່ອຍ (ປ່ອຍປາຫາງຍົກຍຸງເພື່ອກິນໜອນນໍ້າ), ປ ປັບປຸງ (ປັບປຸງສິ່ງແວດ ລ້ອມອ້ອມເຮືອນໃຫ້ສະອາດເປັນປະຈຳທຸກໆອາທິດ) ແລະປະຕິບັດໃຫ້ເປັນນິໄສທຸກໆອາທິດ. .

————————–

ແຫຼ່ງຂໍ້ມູນ: ກິ່ງລັດຕະນະ, ໜັງສືພິມເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...