Wednesday, July 9, 2025
Kbank Laos โอน รับ จ่าย

ສອງຂ່າວດັງ! ໝູຕາຍເກືອບ 4 ພັນໂຕ ແລະ ບົ້ງສາລີກິນ 77% ຂອງເນື້ອທີ່ປູກ

ການລະບາດຂອງພະຍາດອະຫິວາໝູອາຟຣິກາ ແລະຝູງບົ້ງສາລີໄດ້ເພີ່ມຂຶ້ນຢ່າງໄວວາ ແລະຕໍ່ເນື່ອງ, ລ້າສຸດຂະແໜງການກ່ຽວຂ້ອງໄດ້ກວດພົບເຊື້ອພະຍາດອະຫິວາໝູຢູ່ 8 ແຂວງໃນທົ່ວປະເທດມີໝູຕິດເຊື້ອ 9.281 ໂຕ, ຕາຍ ແລະ ຂ້າທໍາລາຍ 3.857 ໂຕ, ສ່ວນທີ່ເຫຼືອແມ່ນມີການເຝົ້າລະວັງຢ່າງເຄັ່ງຄັດ; ສໍາລັບຝູງບົ້ງສາລີ ແມ່ນແຜ່ລະບາດ 12 ແຂວງ ກວມເອົາ 77% ຂອງເນື້ອທີ່ປູກ ສາລີຖືກລະບາດ.

ຕາມການລາຍງານຂອງ ທ່ານ ຄໍາ ບຸນນັດ ໄຊຍະນົນ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະປ່າໄມ້ກ່ຽວກັບສະພາບການລະບາດຂອງພະຍາດອະຫິວາໝູອາຟຣິກາແລະການລະບາດຂອງຝູງບົ້ງສາລີ ຕໍ່ກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນກໍລະກົດໃຫ້ຮູ້ວ່າ: ພະຍາດອະຫິວາໝູອາຟຣິກາເປັນພະຍາດທີ່ມີຄວາມທົນທານຕໍ່ສະພາບແວດລ້ອມມີຊີວິດຢູ່ໄດ້ໃນເງື່ອນໄຂທີ່ມີຄວາມເປັນກົດເປັນດ່າງສູງຄື: Ph 3,9–11,5, ສາມາດມີຊີວິດຢູ່ໄດ້ໃນຊາກສັດແຊ່ແຂງໄດ້ດົນເຖິງ 15 ປີ, ສາມາດຖືເຊື້ອຢູ່ໃນໝູໄດ້ 4 ປີ, ພະຍາດນີ້ຍັງບໍ່ທັນມີຢາປ້ອງກັນ ແລະ ຢາປິ່ນປົວສະເພາະເທື່ອ. ສ່ວນການລະບາດແມ່ນເກີດຂຶ້ນຢູ່ ສປ ຈີນ ໃນປີ 2018 ແລະ 2019 ໄດ້ມີການລະບາດຢູ່ ສສ ຫວຽດນາມ ແລະ ກໍາປູເຈຍມີໝູຕາຍ ແລະ ຖືກຂ້າທໍາລາຍຫຼາຍລ້ານໂຕ. ສະເພາະຢູ່ ສປປ ລາວ ໄດ້ສໍາຫຼວດພົບເຫັນຄັ້ງທໍາອິດໃນວັນທີ 25 ພຶດສະພາ 2019 ຢູ່ເມືອງຕຸ້ມລານ ແຂວງສາລະວັນ ລວມມີ 7 ບ້ານ ຊຶ່ງເປັນການລ້ຽງແບບປ່ອຍມີໝູ ທັງໝົດ 2.616 ໂຕ ໃນນັ້ນຕາຍ 1.183 ໂຕ ແລະ ຖືກຂ້າທໍາລາຍ1.433ໂຕ.

ມາຮອດວັນທີ 17 ກໍລະກົດ 2019 ໄດ້ກວດພົບການລະບາດທັງໝົດ 8 ແຂວງຄື: ນະຄອນຫຼວງວຽງຈັນ ກວດພົບຢູ່ 3 ຈຸດຄື: ບ້ານນາສ້ຽວເມືອງ ນາຊາຍທອງ, ບ້ານຈັນສະຫວ່າງ ເມືອງສີໂຄຕະບອງ ແລະ ບ້ານຊໍາເກດ ເມືອງໄຊທານີ ລວມມີໝູທັງໝົດ 546 ໂຕ, ຕາຍ 188 ໂຕ, ຖືກຂ້າທໍາລາຍ 358 ໂຕ; ສ່ວນແຂວງສະ ຫວັນນະເຂດ ກວດພົບໝູຕິດເຊື້ອຢູ່ເມືອງທ່າປາງທອງກວມເອົາ 4 ບ້ານ ມີໝູທັງໝົດ 3.338 ໂຕ, ຕາຍ80 ໂຕ, ທໍາລາຍ 35 ໂຕ; ຜົ້ງສາລີກວດພົບຢູ່ບ້ານມອນສະຫວັນ, ບ້ານຫາດເຊີຍ ເມືອງຂວາ ແລະບ້ານເດືອ ເມືອງບຸນເໜືອ ມີໝູທັງໝົດ1.205 ໂຕ, ຕາຍ 265 ໂຕ; ໄຊສົມບູນພົບ 1 ບ້ານເມືອງພູວົງ ມີ 232 ໂຕ, ຕາຍ 117 ໂຕ; ຫົວພັນພົບຢູ່ບ້ານປ່າຄາໃຕ້ ເມືອງຫົວເມືອງ ແລະ 2 ບ້ານເມືອງຊ່ອນລວມມີ 1.227 ໂຕ, ຕາຍ 182 ໂຕ; ບໍລິຄໍາໄຊ ພົບຢູ່ບ້ານປາກເຫືອງ ເມືອງບໍລິຄັນ ມີ 151 ໂຕ, ຕາຍ 5 ໂຕ; ຫຼວງພະບາງພົບຢູ່ບ້ານຂົວທີ 1 ມີ 6 ໂຕ, ຕາຍ 5 ໂຕ, ທໍາລາຍ 1 ໂຕ. ສັງລວມແລ້ວການລະບາດອະຫິວາໝູອາຟຣິກາຢູ່ປະ ເທດລາວ ໃນປະຈຸບັນມີ 8 ແຂວງ, 12 ເມືອງ, 23 ບ້ານ ມີໝູຕິດເຊື້ອທັງໝົດ 9.281 ໂຕ, ຕາຍ 2.025, ຂ້າທໍາລາຍ 1.832 ໂຕ, ສ່ວນທີ່ເຫຼືອແມ່ນກໍາລັງເຝົ້າລະວັງຢ່າງເຄັ່ງຄັດ.

ສໍາລັບການລະບາດຂອງຝູງບົ້ງສາລີ ຄັ້ງທໍາອິດໃນຕົ້ນປີ 2019 ຢູ່ບ້ານ ແສນດິນເມືອງຫາດຊາຍທອງ ນະຄອນຫຼວງວຽງຈັນ ແລະມາເຖິງປະຈຸບັນແມ່ນມີການແຜ່ລະບາດທັງໝົດ 12 ແຂວງ ຄື: ອຸດົມໄຊ, ໄຊຍະບູລີ, ຫົວພັນ, ຊຽງຂວາງ, ວຽງຈັນ, ຫຼວງພະບາງ, ນະຄອນຫຼວງວຽງຈັນ, ບໍລິຄໍາໄຊ, ສະຫວັນນະເຂດ, ຜົ້ງສາລີ ແລະແຂວງບໍ່ແກ້ວ ຊຶ່ງກວມເອົາທັງໝົດ 123.182 ເຮັກຕາ ໃນນັ້ນມີ 94.700 ເຮັກຕາ ໄດ້ຖືກລະບາດກວມເອົາ 77% ຂອງເນື້ອທີ່ປູກສາລີທັງໝົດ, ມີ 29.0 65 ເຮັກຕາ ໄດ້ຮັບຜົນກະທົບເທົ່າກັບ 23% ຂອງເນື້ອທີ່ປູກສາລີຢູ່ 9 ແຂວງທີ່ລະບາດ.

ທ່ານ ຄໍາບຸນນັດ ໄຊຍະນົນ ໃຫ້ຮູ້ຕື່ມວ່າ: ເພື່ອສະກັ້ນ ແລະແກ້ໄຂພະຍາດດັ່ງກ່າວກະຊວງກະສິກໍາໄດ້ແຕ່ຕັ້ງຄະນະຮັບຜິດຊອບລະດັບກະຊວງ, ອອກຄໍາສັ່ງແຈ້ງການໃຫ້ການນໍາທ້ອງຖິ່ນດໍາເນີນມາດຕະການຄວບຄຸມເຝົ້າລະວັງ ແລະແກ້ໄຂທັນເວລາ; ແຕ່ງຕັ້ງກົມວິຊາການລົງພື້ນທີ່ໆລະບາດເພື່ອຊ່ວຍທ້ອງຖິ່ນເຝົ້າລະວັງ ແລະ ຄວບຄຸມການລະບາດ.

ແຫຼ່ງຂໍ້ມູນ: ຂຽນໂດຍ: ແປ, ໜັງສືພິມເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.